ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາວັກຊີນ ທີ່ໄດ້ນໍາມາສັກຢູ່ລາວ ຍັງບໍ່ທັນເປັນທີ່ຮູ້ກັນ ຢ່າງແຜ່ຫຼາຍ


ກະຊວງສາທາລະນະສຸກ ສປປ ລາວ.
ກະຊວງສາທາລະນະສຸກ ສປປ ລາວ.

ລາວໄດ້ມີການເລີ້ມສັກຢາ ໃຫ້ແກ່ພະນັກການແພດ ທີ່ເຮັດວຽກກ່ຽວ ຂ້ອງ ກັບການບໍ
ລິການຄົນປ່ວຍເປັນພະຍາດໂຄວິດ-19 ແລ້ວ ແຕ່ວ່າຍັງບໍ່ທັນຫລາຍ ທັງນີ້ກໍເພາະພະ
ນັກງານການແພດຫລາຍຄົນ ຍັງບໍ່ທັນເຊື່ອໝັ້ນໃນປະ ສິດທິພາບຂອງຢາວັກຊີນ ທີ່ນໍາ
ເຂົ້າມາສັກໃນລາວ ທີ່ມີສອງຊະໜິດ ຄືຢາວັກ ຊີນຂອງບໍລິສັດຊີໂນຟາມ (Sinopharm)
ຈາກຈີນແລະສປຸດນິກ (Sputnik) ຈາກຣັດເຊຍ ອີງຕາມຄໍາຖະແຫລງຂອງລັດຖະມົນຕີ
ກະຊວງສາທາລະນະສຸກຂອງລາວນັ້ນເທື່ອ. ນັກຂ່າວວີໂອເອ ມີລາຍງານກ່ຽວກັບເລື້ອງນີ້
ຊຶ່ງ ກິ່ງສະຫວັນ ຈະນຳເອົາລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:00:53 0:00
ລິງໂດຍກົງ

ດັ່ງທີ່ວີໂອເອໄດ້ລາຍງານໄປເມື່ອມໍ່ໆມານີ້ວ່າ ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະ
ຊວງສາທາລະນະສຸກຂອງລາວຖະແຫລງຕໍ່ສື່ມວນຊົນທາງການວ່າ ນັບແຕ່ທ້າຍປີ
2020 ເປັນຕົ້ນມາ ລາວໄດ້ຮັບຢາວັກຊີນ ກັນພະຍາດໂຄວິດ-19 ແລ້ວຈາກສອງແຫຼ່ງ
ຄືຈາກບໍລິສັດຊີໂນຟາມ (Sinopharm) ຂອງຈີນຈຳນວນ 2,000 ໂດສ ແລະຢາວັກຊີນ
ສປຸດນິກ (Sputnik) ຈາກຣັດເຊຍຈຳນວນ 500 ໂດສ ຊຶ່ງໃນນັ້ນຄາດກັນວ່າທາງການ
ລາວອາດໄດ້ຈັດການສັກຢາຈໍານວນ ດັ່ງ ກ່າວໃຫ້ແກ່ກຸ່ມພະນັກງານຂັ້ນສູງ ແລະພະ
ນັກງານທີ່ມີຄວາມສ່ຽງສູງໃນການຕິດພະຍາດນີ້ ເຊັ່ນພະນັກງານການແພດ ທີ່ຮັບໃຊ້
ແລະປິ່ນປົວຄົນປ່ວຍເປັນພະຍາດໂຄວິດກ່ອນ. ສ່ວນແພດທົ່ວໄປ ແລະປະຊາຊົນນັ້ນ
ແມ່ນຍັງບໍ່ທັນໄດ້ສັກເທື່ອດັ່ງ ການໃຫ້ສໍາພາດຂອງທ່ານໝໍປົວພະຍາດທົ່ວໄປທ່ານນຶ່ງ
ຢູ່ໃນໂຮງໝໍມະໂຫສົດ ລົມກ່ຽວກັບເລື້ອງນີ້ສູ່ຟັງວ່າ: ​

“ອັນສັກວັກຊິນຫັ້ນຫວາ, ຍັງເພາະວ່າເພິ່ນນໍາເຂົ້າມາ ມີແຕ່ສັກໃຫ້ການນໍາກ່ອນ ພວກ
ການນໍາໄດ້ສັກໝົດແລ້ວ ພວກທີ່ຮັບໃຊ້ໂຄວິດ ເຂົາສັກໃຫ້ໝົດແລ້ວ ພວກເຮົາຍັງບໍ່ທັນ
ໄດ້ສັກ, ເຂົາສັກໃຫ້ພວກທີ່ຮັບໃຊ້ໂຄວິດສະເພາະ ແຕ່ວ່າພວກເພິ່ນເຮັດແຈ້ງການມາ.
ພວກຂ້ອຍກະຍັງ ການນໍາເພິ່ນໄດ້ສັກໝົດແລ້ວ ກັບພວກທີ່ຮັບໃຊ້ໂຄວິດສະເພາະ.”

ສ່ວນພະນັກງານການແພດທີ່ເຮັດວຽກຢູ່ໜ່ວຍສະເພາະກິດຄວບຄຸມພະຍາດໂຄ ວິດ-
19 ນັ້ນກໍບອກວ່າ ໄດ້ເລີ້ມມີການສັກຢາວັກຊີນເຫລົ່ານີ້ແລ້ວ ແຕ່ຍັງບໍ່ທັນ ຫລາຍ. ມີ
ແຕ່ສັກໃຫ້ພະນັກງານການແພດທີ່ເຮັດວຽກກ່ຽວຂ້ອງກັບການສະກັດ ກັ້ນພະຍາດ
ໂຄວິດ-19 ຈໍານວນໜ້ອຍນຶ່ງເທົ່ານັ້ນ ແລະໃນນັ້ນບາງຄົນ ກໍບໍ່ກ້າ ສັກຍ້ອນບໍ່ເຊື່ອໃນ
ປະສິດທິພາບ ຂອງຢາວັກຊີນທີ່ວ່ານັ້ນ ດັ່ງທີ່ທ່ານໝໍຍິງ ໃນໜ່ວຍສະເພາະກິດຄວບຄຸມ
ພະຍາດໂຄວິດ-19 ທ່ານນຶ່ງໃຫ້ທັດສະນະວ່າ ພະນັກງານການແພດຫລາຍຄົນລວມ
ທັງທ່ານນາງເອງ ແມ່ນຍັງບໍ່ເຊື່ອໝັ້ນຕໍ່ປະ ສິດທິພາບຂອງຢາວັກຊິນເຫລົ່ານີ້ເທື່ອ ຊຶ່ງ
ນາງບອກວ່າ:

“ບາງຄົນເຂົາກະບໍ່ໄດ້ກ້າສັກ. ຫາກຈໍານວນໜ້ອຍທີ່ວ່າສັກຫັ້ນນະ. ເພາະວ່າ ທາງທີ່ດີບໍ່
ຄວນສັກດີກວ່າ ເພາະວ່າ WHO ຍັງບໍ່ໄດ້ຜ່ານເທື່ອ ຖ້າຜ່ານ WHO ຮັບປະກັນ, ຮັບ
ຮອງໄດ້ແລ້ວ ໜ້າຈະສັກໄດ້ແລ້ວ ບໍ່ມີຜົນຂ້າງຄຽງ ແລ້ວ, ມັນຍັງບໍ່ທັນມີ WHO ຮັບ
ຮອງເທື່ອຫັ້ນໜະ”

ເທົ່າທີ່ຜ່ານມາຍັງບໍ່ເຫັນຢາວັກຊິນຂອງບໍລິສັດຊີໂນຟາມ (Sinopharm) ທີ່ໄດ້ ປະກາດ
ໃຫ້ໃຊ້ ທົ່ວໄປໃນຈີນແລ້ວນັ້ນ ນອນຢູ່ໃນວັກຊີກທີ່ຖືກປະກາດ ໃຫ້ໃຊ້ໂດຍອົງການອະ
ນາໄມໂລກ ຫລື WHO ເທື່ອ. ອີງຕາມການປະກາດໃນວັນທີ 31 ທັນວາ 2020 ຜ່ານມາ
ຢູ່ໃນເວັບໄຊທ໌ຂອງອົງການດັ່ງກ່າວແລ້ວ ຢາວັກຊີນ ທີ່ໄດ້ຖືກຮັບຮອງເອົາແບບສຸກເສີນ
ອັນທໍາອິດແມ່ນຢາວັກຊີນ ຂອງບໍລິສັດ ໄຟເຊີ/ໄບເອເອັນເທັກ (Pfizer/BioNTech) ຊຶ່ງ
ຜະລິດໂດຍ ບໍລິສັດຂອງສະຫະ ລັດ Pfizer ແລະ BioNTech ຂອງເຢຍຣະມັນ. ສ່ວນ
ຢາວັກຊີນຊະໜິດອື່ນໆ ທີ່ທາງອົງການດັ່ງກ່າວໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຕາມທີ່
ປະກາດໃນເວັບໄຊທ໌ ຂອງອົງການນີ້ໃນວັນທີ 18 ທັນວາ 2020 ເພື່ອຈະນໍາໃຊ້ ໃນອະ
ນາຄົດໃກ້ໆນີ້ ໄດ້ແກ່ແອສຕຣາເຊເນກາ (AstraZeneca) ຂອງບໍລິສັດແອສຕຣາເຊເນ
ກາກັບອອກສ໌ຟອດ (AstraZeneca/Oxford) ຂອງອັງກິດ ແລະວັກຊີນ ຂອງບໍລິສັດ
ອາເມຣິກັນ, ຂອງອັງກິດ ແລະປະເທດ ໃນເຂດຢູໂຣບຈໍານວນນຶ່ງ.

ແຕ່ແນວໃດກໍຕາມຕາມ ທັດສະນະຂອງພະນັກງານການແພດຫລາຍທ່ານໃນ ລາວບອກ
ວ່າການສັກຢາວັກຊີນທີ່ວ່ານີ້ອາດເປັນພຽງການທົດລອງເບິ່ງຫລາຍ ກວ່າ ດັ່ງທີ່ທ່ານໝໍ
ຊາຍຄົນນຶ່ງ ຢູ່ໃນໂຮງໝໍ 103 ທີ່ນະຄອນຫລວງວຽງຈັນ ທີ່ເຮັດວຽກກ່ຽວກັບການປິ່ນປົວ
ພະຍາດໂຄວິດ-19 ນີ້ໃຫ້ຄໍາເຫັນວ່າ:


“ມັນເປັນການທົດລອງຊື່ືໆນະ ມັນທົດລອງວ່າຊິໄດ້ຜົນ ຫລືບໍ່ໄດ້ຜົນຊື່ໆນະ ເຂົານໍາເຂົ້າ
ມາຢູ່ແຕ່ບໍ່ມີແນວຢັ້ງຢືນວ່າໂຕໃດໃຊ້ໄດ້. ມັນເປັນການທົດລອງຊື່ໆນະ ປະຊາຊົນສ່ວນ
ຫລາຍຫລົງເຊື່ອ. ຄວາມຈິງການສັກຢາໂຕນີ້ມັນເປັນການທົດລອງຊື່ໆ ຢູ່ໂຮງໝໍກາຍັງບໍ່
ໄດ້ນໍາເອົາມັນມາສັກເທື່ອ.”

ເຊັ່ນດຽວກັນທ່ານໝໍອາວຸໂສທ່ານນຶ່ງທີ່ເຮັດວຽກໃນຄລິນິກແຫ່ງນຶ່ງໃນນະຄອນ ຫລວງວຽງ
ຈັນ ກໍກ່າວເຖິງເລື້ອງນີ້ວ່າ:


“ມັນອາດຈະເປັນຫາງສຽງກະບໍ່ເຫັນເພິ່ນເວົ້າຈັ່ງໃດເດ ໜ່ວຍສະເພາະກິດເພິ່ນປະກາດ
ຫັ້ນນະ ເພີ່ນປະກາດຫາງສຽງຊື່ໆບໍ່ທັນມີ ເພາະເຂົາເຈົ້າປະກາດໃນທິວີທຸກໆມື້ເລີຍນະ
ຫລືວ່າຈັ່ງໃດ ຍັງມັນບໍ່ເປັນທາງການເວົ້າງ່າຍໆ.”

ເມື່ອຖາມເຖິງຄວາມເຊື່ອໝັ້ນໃນປະສິດທິພາບຂອງຢານັ້ນທ່ານໃຫ້ຄໍາເຫັນວ່າ ບໍ່ມີຫລາຍປານໃດ ແລະກໍຄິດວ່າ ມັນບໍ່ຈໍາເປັນ ຊຶ່ງທ່ານກ່າວດັ່ງນີ້:

“ໂຕເອງກະບໍ່ກ້າສັກ ຢ່າຄິດເດເຈົ້າປ້ອງກັນໄວ້ກ່ອນ ບາງຄົນຜູ້ແພ້ກະແພ້ເດ ເຈົ້າປ້ອງ
ກັນດີກວ່ານະ ວັກແຊງມັນກະປ້ອງກັນ ສ້າງຄວາມຕ້ານທານ ໃນຮ່າງກາຍ ແລະເຈົ້າກະ
ຫລີກລ່ຽງປ້ອງກັນທາງນອກ ວັກແຊງປ້ອງກັນພາຍໃນຮ່າງກາຍ ເພາະພູມີ
ປະເທດເຮົາ
ອາກາດກະຮ້ອນ ບໍ່ແອອັດ ອຸນຫະພູມ 41 ອົງສາ ກະບໍ່ມີໃຜຕາຍເດ."

ສະຫລຸບແລ້ວ ການສັກຢາວັກຊີນກັນໂຄວິດ-19 ສອງຊະໜິດກໍຄືຂອງບໍລິສັດຊີໂນຟາມ (Sinopharm) ຂອງຈີນ ແລະຢາວັກຊີນສປຸດນິກ (Sputnik) ຂອງ ຣັດເຊຍແມ່ນໄດ້ຖືກ
ສັກ ໃຫ້ແກ່ພະນັກງານການແພດຈໍານວນນຶ່ງແຕ່ໃນຈໍານວນໜ້ອຍ ແລະຍັງບໍ່ທັນໄດ້ຮັບ
ຄວາມໄວ້ວາງໃຈຈາກບັນດາທ່ານໝໍ ຫລື ພະນັກງານການແພດຢ່າງກວ້າງຂວາງເທື່ອ.

ຢາວັກຊີນທີ່ໄດ້ນໍາມາສັກໃຫ້ໃນລາວແລ້ວນັ້ນ ຍັງບໍ່ທັນຮູ້ກັນຫລາຍ ແລະບໍ່ໄດ້ຮັບຄວາມໄວ້ວາງໃຈຢ່າງກວ້າງຂວາງຈາກພະນັກງານການແພດເທື່ອ

XS
SM
MD
LG