ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຶກສູງ 34 ແຫ່ງໃນ ອັງກິດ ບໍ່ຜ່ານ ການທົດສອບ ການປ້ອງກັນ ກະແສໄຟຟ້າ


ປະຊາຊົນຖືກອົບພະຍົບຈາກຕຶກ Taplow residential ໃນເມືອງ Camden, ທິດເໜືອຂອງນະຄອນຫຼວງ ລອນດອນ. 23 ມິຖຸນາ, 2017.
ປະຊາຊົນຖືກອົບພະຍົບຈາກຕຶກ Taplow residential ໃນເມືອງ Camden, ທິດເໜືອຂອງນະຄອນຫຼວງ ລອນດອນ. 23 ມິຖຸນາ, 2017.

ການປ້ອງກັນກະແສໄຟຟ້າດ້ານນອກຢູ່ຕຶກສູງ 34 ຊັ້ນໃນ ອັງກິດ ໄດ້ປະສົບຄວາມລົ້ມ
ແຫລວໃນການທົດລອງປ້ອງກັນອັກຄີໄພ, ອີງຕາມກະຊວງເພື່ອຊຸມຊົນ ແລະ ລັດຖະ
ບານທ້ອງຖິ່ນ.

ເຈົ້າໜ້າທີ່ລັດຖະບານກ່າວວ່າ ຕົວຢ່າງວັດຖຸຫຸ້ມຫໍ່ໄດ້ປະສົບຄວາມລົ້ມແຫຼວໃນການທົດ
ລອງການປ້ອງກັນອັກຄີໄພຢູ່ຕຶກຫ້ອງເຊົ່າ 34 ຊັ້ນໃນເມືອງຕ່າງໆ ລວມມີ ນະຄອນຫຼວງ ລອນດອນ, ແມນເເຊສເຕີ, ພລາຍມັດ ແລະ ຜອດສມັດ. ເຈົ້າໜ້າທີ່ກ່າວວ່າ ການທົດ
ລອງແມ່ນກຳລັງດຳເນີນຢູ່.

ການທົດລອງໄດ້ຖືກດຳເນີນຂຶ້ນ ຫລັງຈາກເຫດໄຟໄໝ້ທີ່ຮ້າຍແຮງຢູ່ຕຶກ Grenfell ໃນນະຄອນຫຼວງ ລອນດອນ. ການປ້ອງກັນກະແສໄຟຟ້າດ້ານນອກຂອງຕຶກ Grenfell
ແມ່ນເຊື່ອວ່າຈະເປັນຕົວຮັບຜິດຊອບສຳລັບການຂະຫຍາຍແປວໄຟຢ່າງວ່ອງໄວ, ກໍ່
ໃຫ້ເກີດການເສຍຊີວິດຂອງປະຊາຊົນຢ່າງໜ້ອຍ 79 ຄົນ, ອີງຕາມການກ່າວຂອງເຈົ້າ
ໜ້າທີ່ດັບເພີງ.

ຂ່າວ ກ່ຽວກັບ ຄວາມລົ້ມແຫຼວຂອງການທົດລອງໄດ້ມີຂຶ້ນ ໃນຂະນະທີ່ເມືອງ Camden
ຂອງນະຄອນຫຼວງ ລອນດອນ ອົບພະຍົບຜູ້ອາໄສຢູ່ໃນຕຶກສູງ 4 ແຫ່ງ ແລະ ເຮືອນ 650
ຫຼັງ, ໃນຕອນແລງຂອງວັນສຸກທີ່ຜ່ານມາ ຍ້ອນຄວາມເປັນຫ່ວງດ້ານຄວາມປອດໄພ
ຈາກໄຟ.

ບັນດາເຈົ້າໜ້າທີ່ເມືອງ Camden ໄດ້ກ່າວວ່າ ພວກເຂົາເຈົ້າໄດ້ສະ ໜອງຫ້ອງໂຮງ
ແຮມໃຫ້ປະຊາຊົນ ຫຼັງຈາກເຈົ້າໜ້າທີ່ດັບເພີງ ໄດ້ກ່າວວ່າ ພວກເຂົາເຈົ້າຈະບໍ່ປອດໄພ
ໃນກໍລະນີໄຟໄໝ້. ເຈົ້າໜ້າທີ່ໃນທ້ອງຖິ່ນກ່າວວ່າ ປະຊາຊົນຄາດວ່າຈະບໍ່ໄດ້ຢູ່ບ້ານ
ຂອງພວກເຂົາເຈົ້າເປັນເວລາ 3 ຫາ 4 ອາທິດ, ໃນເວລາທີ່ກຳລັງມີການປັບປຸງຢູ່ນັ້ນ.

ຕຶກ Grenfell ແລະ ຜູ້ທີ່ໄດ້ອົບພະຍົບອອກໃນວັນສຸກທີ່ຜ່ານມາ ແມ່ນໄດ້ຖືກຄຸ້ມຄອງ
ທັງໝົດ ໂດຍທາງການພັດທະນາບ້ານເຮືອນສາທາລະນະຂອງລັດຖະບານ ທີ່ມີລາຄາ
ຖືກ.

ຕຶກແຫ່ງຕ່າງໆໃນເມືອງ Camden ມີການປ້ອງກັນກະແສໄຟຟ້າດ້ານນອກ ທີ່ໄຟໄໝ້
ໄດ້ງ່າຍ ເປັນອັນດຽວກັນກັບທີ່ຖືກໃຊ້ຢູ່ຕຶກ Grenfell.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG