ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີການຍົກຍ້າຍ ຜູ້ຢູ່ອາໄສ ອອກຈາກ ຕຶກສູງ ຫຼາຍຫລັງ ໃນລອນດອນ


ຜູ້ຢູ່ອາໄສ ຖືກຍົກຍ້າຍ ອອກຈາກຕຶກຫໍພັກ Taplow
ຜູ້ຢູ່ອາໄສ ຖືກຍົກຍ້າຍ ອອກຈາກຕຶກຫໍພັກ Taplow

ຕຶກ​ອາຄານ​ບ້ານ​ພັກ​ສູງໆ​ຈຳນວນ​ນຶ່ງ​ໃນ​ນະຄອນຫຼວງລອນ​ດອນ ​ໄດ້​ຍົກຍ້າຍ​ຜູ້​ຄົນ
​ອອກ ຍ້ອນ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບ​ປອດ​ໄພໃນ​ດ້ານ​ອັກຄີ​ໄພ ຫຼັງ​ຈາກ​ໄດ້ເກີດ​ໄຟ​
ໄໝ້​ທີ່​ຕຶກ​ອາຄານ​ຫໍ​ພັກ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ຢ່າງ​ໜ້ອຍ 79 ຄົນ​ໃນອາທິດ​ແລ້ວ.

​ເຂດ​ຄຸ້ມ Camden ຂອງ​ນະຄອນຫຼວງລອນ​ດອນກ່າວ​ວ່າ ຕົນ​ໄດ້​ສະໜອງ​ຫ້ອງ​ພັກ
​ໂຮງ​ແຮມ​ໃຫ້​ແກ່ພວກ​ທີ່​ອາ​ໄສ​ຢູ່ ຕາມ​ຕຶກ​ອາຄານ​ສູງໆ 800 ຄົນ​ໃນບໍລິ​ເວນ​ທີ່​ຮູ້​ກັນ​
ວ່າ Swiss Cottage ຫຼັງ​ຈາກ​ເຈົ້າໜ້າ​ທີ່​ຄວບ​ຄຸມ​ອັກຄີ​ໄພກ່າວ​ວ່າ ຕຶກ​ອາຄານ​ຂອງ​
ພວກ​ເຂົາ​ເຈົ້າ​ແມ່ນ​ບໍ່​ມີ​ຄວາມ​ປອດ​ໄພ ​ໃນ​ກໍ​ລະນີທີ່​ເກີດ​ອັກຄີ​ໄພ​ຂຶ້ນ. ຕຶກ​ອາຄານຫໍ
​ພັກ​ທີ່​ຖືກ​ໄຟ​ໄໝ້​ໃນ​ອາທິດ​ແລ້ວ​ແລະຕຶກ​ທີ່ມີ​ການ​ຍົກຍ້າຍ​ຜູ້​ຄົນ​ອອກ​ໃນ​ວັນ​ສຸກ​ວານ
ນີ້ ​ແມ່ນ​ເປັນ​ສ່ວນ​ນຶ່ງ​ໂຄງການ​ພັດທະນາ​ເຮືອນ​ຫລວງ​ລາຄາ​ຖືກ ທີ່​ຄຸ້ມ​ຄອງ​ໂດຍ​ລັດ
ຖະບານ.

ບັນດາ​ຕຶກ​ອາຄານ ​ໃນ​ເຂດ​ຄຸມ Camden ​ແມ່ນ​ສ້າງ​ດ້ວຍ​ວັດ​ຖຸ ທີ່ຕິດ​ໄຟ​ງ່າຍ​ແບບ​
ດຽວ​ກັນກັບ​ຕຶກຫໍ​ພັກ Grenfell Tower ທີ່​ເກີດ​ໄຟ​ໄໝ້​ຮ້າຍ​ແຮງເມື່ອ​ອາທິດ​ແລ້ວນີ້.
ຕຶກ​ອາຄານ​ຫໍ​ພັກ​ທີ່​ສູງ 23 ຊັ້ນ ​ແບບ​ດຽວ​ກັນ ທີ່​ຕັ້ງຢູ່​ໃນ​ເຂດ​ໃກ້ຄຽງ ຂອງ​ນະຄອນ​
ລອນ​ດອນ ​ໄດ້​ຖືກ​ປົກ​ຄຸມ​ຢ່າງ​ໄວວາ​ໄປ​ດ້ວຍ​ແປວ​ແລະ​ຄວັນ​ໄຟ​ທີ່​ລຸກ​ໄໝ້ ຫຼັງ​ຈາກ​
ໄຟ​ທີ່​ໄໝ້​ຕູ້​ເຢັນ ​ໄດ້ໄໝ້​ລາມໃສ່ວັດ​ຖຸ ທີ່ຢູ່​ຂ້າງ​ນອກຂອງຕຶກ ຢ່າງ​ໄວ ອີງ​ຕາມ​ການ
​ລົງ​ຄວາມ​ເຫັນ​ຂອງ​ເຈົ້າໜ້າ​ທີ່​ດັບ​ໄຟ.

ລັດຖະບານ​ອັງກິດ​ກະ​ປະມານ​ວ່າ ມີ​ຕຶກ​ອາຄານທີ່​ສູງ​ອື່ນໆ​ອີກ 600 ຕຶກ​ຢູ່​ໃນທົ່ວ​ປະ​
ເທດ ອາດ​ປະ​ເຊີນ​ກັບ​ບັນຫາ​ແບບ​ດຽວ​ກັນກັບ​ຕຶກ​ອາຄານຫໍ​ພັກ Swiss Cottage.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ທີ່​ຖືກ​ຍົກຍ້າຍ​ອອກ​ຈາກ​ຕຶກ​ຫໍ​ພັກ​ເຫລົ່ານີ້ອາດ​ຈະ​ບໍ່​ສາມາດ
​ກັບ​ຄືນ​ໄປ​ທີ່​ນັ້ນອີກ ​ເປັນ​ເວລາ​ຫລາຍໆ​ອາທິດ ​ໃນ​ລະຫວ່າງ​ທີ່​ມີ​ການ​ສ້ອມແປງ ​ເພື່ອ​
ນຳ​ເອົາ​ວັດຖຸ​ຊະນະ​ໃໝ່​ມາ​ໃສ່​ແທນ​ວັດຖຸ​ທີ່​ປົກ​ຫຸ້ມ​ຕຶກ​ຂ້າງ​ນອກ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

London Fire
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG