ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ້ານວ່າ ມີຫຼາຍຄົນ ຈົມນ້ຳຕາຍ ຍ້ອນເຮືອຂວ້ຳ ​ໃກ້ໆ​ກັບ​​ຝັ່ງທະ​ເລ ​ຂອງລີ​ເບຍ (ວີດີໂອ)


ແຜນທີ່ ປະເທດລີເບຍ
ແຜນທີ່ ປະເທດລີເບຍ

ເຈົ້າໜ້າ​ທີ່ໜ່ວຍ​ຍາມ​ຝັ່ງ​ໃນ​ລີ​ເບຍ ກ່າວ​ວ່າ ​ເຮືອລຳ​ນຶ່ງທີ່ບັນທຸກ
ພວກ​ ​ຍ້າຍ​ຖິ່ນ​ຖານ ຢ່າງ​ນ້ອຍ 200 ຄົນ ​ໄດ້​ຂ​ວ້ຳ​ລົງຢູ່​ໃນ​ທະ​ເລ
Mediterranean ​ໃກ້ໆ​ກັບຝັ່ງທະ​ເລຂອງ​ລີ​ເບຍ.

​ເປັນທີ່ຢ້ານ​ກັນວ່າ ສ່ວນ​ໃຫຍ່​ຂອງພວກ​ຄົນສັນຊາດອາ​ຟຣິກາ ​
ຢູ່​ໃນ​ເຮືອ​ໄມ້​ລຳ​ດັ່ງກ່າວ​ ​ໄດ້ຈົມ​ນ້ຳຕາຍ ​ໃນ​ເວລາເຮືອຂວ​້ຳ
ແລະຈົມລົງ​ ໃນ​ຕອນ​ແລງ​ຂອງ​ວັນ​ສຸກ​ຜ່ານ​ມາ ຢູ່​ທີ່​ທາງ​ທິດ
ຕາ​ເວັນ​ອອກຂອງນະຄອນ ຫລວງ​ ຕຣີໂປລີ. ໜ່ວຍຍາມ​ຝັ່ງ
ຂອງ​ລີ​ເບຍ ກ່າວໃນ​ວັນ​ເສົາ​ວານ​ນີ້ວ່າ ໜ້ອຍ​ກວ່າ 20 ຄົນ ​
ໄດ້ຖືກ​ຊ່ວຍຊີ​ວິດມາ​ໄດ້.

ລີ​ເບຍ ​ເປັນ​ຈຸດຫຼັກສຳ​ຫລັບ​ເດີນທາງ​ອອກຈາກ​ອາ​ຟຣິກາ ຂອງຊາວ​ອາ​ຟຣິກາ​ ທີ່​ພະຍາ
ຍາມ ຈະ​ໄປ​ຍັງ​ຢູ​ໂຣບ ​ເພື່ອ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ ​ແລະ ​ເພື່ອ​ໜີ​ຈາກ​ສະພາບ​ຄວາມ​ຫຍຸ້ງຍາກ​ ຢູ່​ໃນ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ. ອຸບັດ​ຕິ​ເຫດ​ທາງ​ທະ​ເລ ທີ່​ເກີດ​ຂຶ້ນ​ຢູ່ເລື້ອຍໆ
ໂດຍ​ທົ່ວ​ໄປ​ແລ້ວ ​ແມ່ນ​ຍ້ອນບັນທຸກຄົນ​ເກີນ​ກຳນົດ ​ແລະເຮືອ​ທີ່​ບໍ່​ແໜ້ນໜາ ​ໄດ້​ເຮັດ​ໃຫ້
ຊາວ​ອົບ​ພະຍົບ ຫຼາຍຮ້ອຍ​ຄົນ ຈາກ​ອາ​ຟຣິກາ​ເໜືອ​ ເສຍ​ຊີວິດ​ໃນທຸກໆ​ປີ.

ພວກ​ລັກລອບ​ຄ້າ​ມະນຸດ ​ໄດ້​ສວຍ​ໂອກາດ​ເອົາປະໂ​ຫຍດ ຈາກ​ຄວາມ​ສັບສົນ​ທາງ​ການ​ເມືອງ​ຂອງ​ລີ​ເບຍ ​ແລະເຂດຊາຍ​ແດນ​ທີ່​ປອດ​ໂປ່​ງ ຕັ້ງ​ແຕ່ປີ 2011 ເວລາ​ຜູ້ນຳ​ຜະ​ເດັດ​ການ Moammar Gadhafi ​ໄດ້​ຖືກ​ໂຄ່ນລົ້ມ ​ແລະ ຖືກ​ຂ້າ​ຕາຍ ເປັນຕົ້ນມາ.

LIBYA MIGRANTS VO
please wait
Embed

No media source currently available

0:00 0:00:17 0:00

XS
SM
MD
LG