ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໕ ຕຸລາ ໒໐໒໓

ຫຼາຍໆຄົນ ໃນຄະນະລັດຖະບານຊຸດໃໝ່ ຂອງຍີປຸ່ນ ເປັນພັນທະມິດ ຂອງທ່ານອາເບະ


ລັດຖະມົນຕີການຕ່າງປະເທດ ຟູມິໂອະ ກິຊິດະ ຍົກມືຂຶ້ນ ໃນຂະນະທີ່ທ່ານຖືກເລືອກໃຫ້ເປັນຜູ້ນຳພັກເສລີປະຊາທິປັດ ຊຶ່ງເປັນພັກລັດຖະບານຂອງຍີປຸ່ນ ທີ່ນະຄອນຫຼວງໂຕກຽວ ໃນວັນທີ 29 ກັນຍາ 2021.

ທ່ານຟູມິໂອະ ກິຊິດະ (Fumio Kishida) ເຂົ້າຮັບຕຳແໜ່ງເປັນນາຍົກລັດຖະມົນຕີຂອງຍີປຸ່ນ ຢ່າງເປັນທາງການໃນວັນຈັນມື້ນີ້ ພ້ອມກັບລັດຖະບານທີ່ຮວມທັງພັນທະມິດຂອງອະດີດນາຍົກລັດຖະມົນຕີຊີນໂຊະ ອາເບະ ຈຳນວນນຶ່ງ ຊຶ່ງເປັນພວກອະນຸລັກນິຍົມ ດັ່ງນັ້ນຈຶ່ງໄດ້ຮັບການຄ້ຳປະກັນ ທີ່ຈະໃຫ້ຮັກສາອິດທິພົນ ຢູ່ໃນຄະນະລັດຖະບານຊຸດໃໝ່ຕໍ່ໄປ.

ທ່ານກິຊິດະ ອາຍຸ 64 ປີ ອະດີດລັດຖະມົນຕີການຕ່າງປະເທດ ທີ່ມີພາບພົດໃນການເປັນບຸກຄົນທີ່ສ້າງຄວາມເຫັນພ້ອມນຳກັນແບບລຽບງ່າຍ ໂດຍໄດ້ເອົາຊະນະຜູ້ສະໝັກທັງໝົດ 3 ຄົນໃນອາທິດແລ້ວນີ້ ເພື່ອເປັນຜູ້ນຳພັກເສລີປະຊາທິປັດ ແລະໄດ້ກາຍມາເປັນນາຍົກລັດຖະມົນຕີ ໃນຂະນະທີ່ພັກດັ່ງກ່າວ ກຳສຽງສ່ວນຫຼາຍຢູ່ໃນສະພາແຫ່ງຊາດ.

ນອກນັ້ນ ທ່ານຍັງຈະເປັນຜູ້ນຳພາພັກ ເຂົ້າແຂ່ງຂັນໃນການເລືອກຕັ້ງທົ່ວໄປ​ຊຶ່ງອົງການອອກອາກາດ NHK ກ່າວວ່າ ຈະມີຂຶ້ນໃນວັນທີ 31 ທ້າຍເດືອນຕຸລານີ້ໃນເວລາທີ່ພວມມີການຕ້ອງຕິກ່ຽວກັບການຮັບມືກັບໂຣກລະບາດໄວຣັສໂຄໂຣ ນາຂອງນາຍົກລັດຖະມົນຕີທີ່ພວມຈະພົ້ນຈາກຕຳແໜ່ງ ທ່ານໂຢຊະຮິເດະ ຊູກະ ທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ການສະໜັບສະໜຸນຂອງພັກ.

ທ່ານກິຊິດະ ກ່າວຕໍ່ພວກນັກຂ່າວໃນວັນຈັນມື້ນີ້ວ່າ “ຂ້າພະເຈົ້າຕ້ອງການທີ່ຈະປະເຊີນໜ້າກັບເວລານີ້ລ່ວງໜ້າດ້ວຍຄວາມຮູ້ສຶກແລະການຕັດສິນໃຈອັນແຂງຂັນ.”

ສິບສາມຄົນທີ່ເຂົ້າຮັບຕຳແໜ່ງ ໃນຄະນະລັດຖະບານຂອງທ່ານທີ່ມີທັງໝົດ 20 ຕຳແໜ່ງນັ້ນແມ່ນບໍ່ເຄີຍຢູ່ໃນຄະນະລັດຖະບານມາກ່ອນ ຊຶ່ງເປັນການສອດຄ່ອງກັບການໃຫ້ຄຳໝັ້ນສັນຍາຂອງທ່ານກິຊິດະທີ່ວ່າ ຈະເປີິດໂອກາດໃຫ້ບຸກຄົນໜ້າໃໝ່ ແຕ່ຕຳແໜ່ງທີ່ສຳຄັນໆຈະເປັນຂອງພັນທະມິດຂອງທ່ານອາເບະ ຫຼືບໍ່ກໍລັດຖະມົນຕີກະຊວງການເງິນທີ່ພວມຈະພົ້ນຈາກຕຳແໜ່ງ ທ່ານຕາໂຣະ ອາໂຊະ.

ນັກວິເຄາະການເມືອງອັດຊູໂອະ ອີໂຕະ​ກ່າວວ່າ “ມີບຸກຄົນໜ້າໃໝ່ເປັນຈຳນວນຫຼວງ ຫຼາຍ ແຕ່ກໍບໍ່ຄວນເຂົ້າໃຈວ່າ ພວກເຂົາເຈົ້າຈະເຮັດໃຫ້ທ່ານກິຊິດະ ໄດ້ຮັບຄວາມນິຍົມຫຼາຍຂຶ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG