ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດ​ເນ​ເຊຍ ຈັດ​ພິທີ​ສົ່ງ​ສະ​ການ ໃຫ້​ແກ່ອະ​ດີດ ປະ​ທາ​ນາ​ທິ​ບໍ​ດີ ຮາ​ບີ​ບີ ທີ່​ເສຍ​ຊີ​ວິ​ດ ວານນີ້


​​ພິ​ທີ​​ສົ່ງ​ສະ​ການ​ຫລວງ​ ໃຫ້​ແກ່​ທ່ານຮາ​ບີ​ບີ ທີ່​ໄດ້​ເສຍ​ຊີ​ວິດ​ໄປ ໃນ​ວັນ​ພຸດ​ວານນີ້ຢູ່​ສວນ​ອະ​ນຸ​ສອນສະ​ຖານ​ວິ​ລະ​ຊົນ ຄາ​ລິ​ບາ​ຕາ (Kalibata), ນະ​ຄອນ​ຫລວງ ຈາກ​ກາ​ຕ໊າ ໃນ​ວັນ​ທີ 12 ກັນ​ຍາ 2019
​​ພິ​ທີ​​ສົ່ງ​ສະ​ການ​ຫລວງ​ ໃຫ້​ແກ່​ທ່ານຮາ​ບີ​ບີ ທີ່​ໄດ້​ເສຍ​ຊີ​ວິດ​ໄປ ໃນ​ວັນ​ພຸດ​ວານນີ້ຢູ່​ສວນ​ອະ​ນຸ​ສອນສະ​ຖານ​ວິ​ລະ​ຊົນ ຄາ​ລິ​ບາ​ຕາ (Kalibata), ນະ​ຄອນ​ຫລວງ ຈາກ​ກາ​ຕ໊າ ໃນ​ວັນ​ທີ 12 ກັນ​ຍາ 2019

ຊາວ​ອິນ​ໂດ​ເນ​ເຊຍ​ຫລາຍ​ພັນ​ຄົນ ໄປ​ເຕົ້າ​ໂຮມ​ກັນຢູ່​ໃນ​ນະ​ຄອນ​ຫລວງ​ຈາ​ກາ​ຕາ ໃນ​ວັນ​ພະ​ຫັດ​ມື້ນີ້ ເພື່ອກ່າວ​ອຳ​ລາ​ ສົ່ງ​ສະ​ການ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບີ. ເຈ. ຮາ​ບີ​ບີ (B.J. Habibie).

ປະ​ທາ​ນາ​ທິ​ບໍ​ດີ ໂຈ​ໂກ ວີ​ໂດ​ໂດ (Joko Widodo) ​ນຳ​ພາ​ຜູ້​ຄົນ ​ທີ່ໄປໄວ້​ອາ​ໄລຢູ່​ສວນ​ອະ​ນຸ​ສອນສະ​ຖານ​ວິ​ລະ​ຊົນ ຄາ​ລິ​ບາ​ຕາ (Kalibata) ເພື່ອ​ທຳ​ພິ​ທີສົ່ງ​ສະ​ການ​ຫລວງ​ ໃຫ້​ແກ່​ທ່ານຮາ​ບີ​ບີ ທີ່​ໄດ້​ເສຍ​ຊີ​ວິດ​ໄປ ຢູ່​ໃນໂຮງ​ໝໍ​ທະ​ຫານ​ໃນ​ວັນ​ພຸດ​ວານນີ້ ຍ້ອນ​ໂຣກ​ຫົວ​ໃຈ​ລົ້ມ​ແຫລວ ລວມ​ອາ​ຍຸ​ໄດ້ 83 ປີ.

ທ່ານຮາ​ບີ​ບີ ໄດ້​ຮັບ​ການ​ຝຶກ​ອົບ​ຮົມ ​ໃຫ້​ເປັນ​ວິ​ສະ​ວະ​ກອນ​ດ້ານອະ​ວະ​ກາດ ທີ່​ເຄີຍ​ໄດ້​ເຮັດ​ວຽກ​ຢູ່​ໃນ​ເຢຍ​ຣະ​ມັນ​ເປັນ​ເວ​ລາ​ເກືອບຮອດສອງ​ທົດ​ສະ​ວັດ ໃນ​ຕອນ​ທີ່ປະ​ທາ​ນາ​ທິ​ບໍ​ດີ ຊູ​ຮາ​ໂຕ (President Suharto) ໃນ​ຕອນນັ້ນໄດ້​ໂນ້ມ​ນ້າວ​ຈິດ​ໃຈ​ຂອງ​ທ່ານ ​ໃຫ້​ກັບ​ຄືນບ້ານ​ເກີດເມືອງນອນ​ຂອງ​ຕົນ​ໃນ​ປີ 1974 ແລະ​ນຳ​ພາ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ອິນ​ໂດ​ເນ​ເຊຍ​ກາຍ​ເປັນ​ເສດ​ຖະ​ກິດ​ອຸດ​ສາ​ຫະ​ກຳ. ໃນ​ການ​ປະ​ກາດ​ກ່ຽວ​ກັບການ​ເສຍຊີ​ວິດ​ຂອງ​ທ່ານໃນ​ວັນ​ພຸດ​ວານນີ້ ປະ​ທາ​ນາ​ທິ​ບໍ​ດີວີ​ໂດ​ໂດ (Widodo) ໄດ້​ສັນ​ລະ​ເສີນ ທ່ານ​ຮາ​ບີ​ບີ​ວ່າ ​ເປັນ "ບິ​ດາ​ດ້ານ​ເທັກ​ໂນ​ໂລ​ຈີ​ຂອງ​ອິນ​ໂດ​ເນ​ເຊຍ."

ປະ​ທາ​ນາ​ທິ​ບໍ​ດີ ໂຈ​ໂກ ວີ​ໂດ​ໂດ ນຳ​ພາ​ ຜູ້​ຄົນ ​ທຳ​ພິ​ທີ​ສົ່ງ​ສະ​ການແກ່ທ່ານ​ຮາ​ບີ​ບີ, ວັນ​ທີ 12 ກັນ​ຍາ 2019
ປະ​ທາ​ນາ​ທິ​ບໍ​ດີ ໂຈ​ໂກ ວີ​ໂດ​ໂດ ນຳ​ພາ​ ຜູ້​ຄົນ ​ທຳ​ພິ​ທີ​ສົ່ງ​ສະ​ການແກ່ທ່ານ​ຮາ​ບີ​ບີ, ວັນ​ທີ 12 ກັນ​ຍາ 2019

ທ່ານ​ໄດ້​ພຸ້ງ​ຂຶ້ນ​ມາຜ່ານ​ຕ່ຳ​ແໜ່ງ​ຕ່າງໆ ຈົນກາຍ​ມາເປັນ​ຮອງປະ​ທາ​ນາ​ທິ​ບໍ​ດີ ຂອງ​ທ່ານຊູ​ຮາ​ໂຕໃນ​ປີ 1998 ແລະ​ໄດ້​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນປະ​ທາ​ນາ​ທິ​ບໍ​ດີຄົນ​ທີ 3 ຂອງອິນໂດ​ເນ​ເຊຍ​ ໃນ​ເດືອນ​ພຶດ​ສະ​ໃນ​ປີ​ດຽວ​ກັນ​ນັ້ນ​ເລີຍ ພາຍ​ຫລັງ​ທີ່​ວິ​ກິດ​ການ​ທາງ​ການ​ເງິນ​ຢູ່​ຂົງເຂດ​ເອ​ເຊຍ ໄດ້​ເຮັດ​ໃຫ້​ເກີດ​ມີ​ການ​ປະ​ທ້ວງ​ຢ່າງ​ໃຫຍ່​ ທີ່​ບັງ​ຄັບ​ໃຫ້ຈອມ​ຜະ​ເດັດ​ການຊູ​ຮາ​ໂຕລົງ​ຈາກ​ຕຳ​ແໜ່ງ ພາຍ​ຫລັງທີ່​ໄດ້ຄອງ​ອຳ​ນາດ​ປົກ​ຄອງປະ​ເທດເປັນ​ເວ​ລາ 3 ທົດ​ສະ​ວັດ.

​ທ່ານ​ຮາ​ບີ​ບີ ໄດ້​ເປັນ​ຜູ້​ນຳ​ພາ​ໃນ​ການ​ປະ​ຕິ​ຮູບ​ທາງ​ດ້ານ​ປະ​ຊາ​ທິ​ປະ​ໄຕ​ຈຳ​ນວນ​ນຶ່ງ ຊຶ່ງ​ລວມ​ມີ ການ​ໃຫ້​ມີ​ສິດ​ເສ​ລີ​ພາບ​ໃນ​ການ​ອອກ​ຂ່າວ​ຫລາຍ​ຂຶ້ນ ແລະ ການ​ປ່ອຍ​ໂຕນັກ​ໂທດ​ການ​ເມືອງ​ໃຫ້​ເປັນ​ອິດ​ສະ​ຫລະ. ​ທ່ານ​ຍັງ​ໄດ້​ອະ​ນຸ​ຍາດ​ໃຫ້ ຕີ​ມໍ​ຕາ​ເວັນ​ອອກ ທີ່​ເປັນ​ອະ​ດີດ​ຫົວ​ເມືອງ​ຂຶ້ນ​ຂອງປອກ​ຕຸຍ​ການ ທີ່​ອິນ​ໂດ​ເນ​ເຊຍ​ໄດ້​ປົກ​ຄອງ​ ມາ​ຕັ້ງ​ແຕ່​ປີ 1975 ນັ້ນ ​ໃຫ້​ຈັດ​ການ​ລົງ​ປະ​ຊາ​ມະ​ຕິ ເພື່ອ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ຕົນ​ຂຶ້ນ. ຕີ​ມໍ​ຕາ​ເວັນ​ອອກໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ດີ​ນຳ​ກັນ ຢ່າງ​ຖ້ວມ​ລົ້ນວ່າ ​ຢາກ​ເປັນເອ​ກະ​ລາດ ຊຶ່ງ​ໄດ້​ພາ​ໃຫ້ເກີດ​ກະ​ແສ​ຟອງ​ການ ກໍ່​ຄວາມ​ຮຸນ​ແຮງແບບຮ້າຍ​ແຮງ​ຂຶ້ນ ໂດຍ​ພວກກະ​ບົດ​ທີ່ສະ​ໜັບ​ສະ​ໜຸນ​ອິນໂດ​ເນ​ເຊຍ.

ທ່ານ ຮາ​ບີ​ບີ ​ດຳ​ລົງ​ຕຳແໜ່ງ​ໄດ້​ພຽງ​ແຕ່ 17 ເດືອນ ​ກໍ​ຖອນ​ຕົວ​ອອກ​ຈາກ​ການເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີໃນ​ເດືອນ​ຕຸ​ລາປີ 1999 ທ້າມ​ກາງ​ສະ​ພາບ​ທີ່​ມີ​ການປະ​ທ້ວງສືບ​ຕໍ່ໄປ​ຢູ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG