ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະນີລາກ່າວວ່າ ເຮືອສອງລໍາຂອງຈີນ ຕິດຕາມການປະຕິບັດງານ ຂອງກໍາປັ່ນ ຟີລິບປິນ ແລະ ສະຫະລັດ


ນັກບິນ ປະຕິບັດໜ້າທີ່ກວດກາເຮລີຄອັອບເຕີ້ຂອງກອງທັບເຮືອຟີລິບປິນ ຢູ່ຊັ້ນເທິງຂອງກໍາປັ່ນ USS Carl Vinson ໃນລະຫວ່າງລາດຕະເວນຮ່ວມກັນກັບ ສະຫະລັດ ໃນຂົງເຂດທະເລຈີນໃຕ້, ວັນທີ 4 ມັງກອນ 2023. (Armed Forces of the Philippines via AFP)
ນັກບິນ ປະຕິບັດໜ້າທີ່ກວດກາເຮລີຄອັອບເຕີ້ຂອງກອງທັບເຮືອຟີລິບປິນ ຢູ່ຊັ້ນເທິງຂອງກໍາປັ່ນ USS Carl Vinson ໃນລະຫວ່າງລາດຕະເວນຮ່ວມກັນກັບ ສະຫະລັດ ໃນຂົງເຂດທະເລຈີນໃຕ້, ວັນທີ 4 ມັງກອນ 2023. (Armed Forces of the Philippines via AFP)

ກຳ​ປັ່ນ​ກອງທັບ​ເຮືອ​ຈີນ​ສອງ​ລຳ​ ໄດ້​ຕິດຕາມ​ກຳ​ປັ່ນ​ຟີ​ລິບ​ປິນແລະ​ກໍາປັ່ນສະຫະ ລັດ ​ທີ່​ດຳ​ເນີນ​ການ​ລາດຕະ​ເວນ​ຮ່ວມ​ ໃນບໍລິເວນ​ທະ​ເລ​ຈີນ​ໃຕ້, ອີງຕາມການກ່າວ ຂອງກອງທັບຟີລິບປິນ ໃນວັນພະຫັດວານນີ້, ໃນຂະນະ​ທີ່​ຄວາມ​ເຄັ່ງ​ຕຶງ​ຮ້ອນແຮງ​ຂຶ້ນຢູ່ໃນພາກພື້ນ ​ກ່ຽວ​ກັບ​ຂໍ້ພິພາດໃນການ​ອ້າງ​ເອົາ​ເຂດ​ນໍ້າແດນດິນ, ອີງຕາມລາຍງານຂອງອົງການຂ່າວ Reuters.

ທ່ານເຊີເຊສ ຕຣີນີແດດ (Xerxes Trinidad), ຜູ້ບັນຊາການດ້ານປະ​ຊາ​ສຳ​ພັນຂອງກອງທັບຟີລິບປິນ ກ່າວວ່າ "ພວກເຮົາຂໍຢືນຢັນ ການປະກົດຕົວຂອງກຳປັ່ນກອງທັບເຮືອປົດປ່ອຍປະຊາຊົນຈີນ 2 ລຳ ຈາກໄລຍະໄກ ກໍາລັງຕິດ ຕາມການປະ​ຕິ​ບັດງານຮ່ວມທາງທະເລ ຂອງສະຫະລັດ ແລະ ຟີລິບປິນ."

ການຊ້ອມລົບ​ຮ່ວມທາງທະເລ​ເປັນເວລາ 2 ມື້ ລະຫວ່າງ ມະນີລາ ແລະ ວໍຊິງຕັນ, ສິ້ນສຸດລົງຕາມແຜນການທີ່ວາງໄວ້ໃນວັນພະຫັດວານນີ້ ໂດຍເປັນຄັ້ງທີ 2 ໃນຮອບບໍ່ຮອດ 2 ເດືອນ ຢູ່ບໍລິເວນທະເລຕາເວັນຕົກຂອງຟີລິບປິນ ໃນອັນທີ່ມະນີລາຮ້ອງເຂດ​ນ່ານນ້ຳໃນທະເລຈີນໃຕ້ ທີ່ນອນ​ຢູ່​ໃນເຂດເສດຖະກິດ​ສະ​ເພາະໃນລັດ​ສະ​ໝີ 200 ໄມລ໌ທະເລ ຫຼື EEZ.

ການປະຕິບັດງານ​ດັ່ງ​ກ່າວ ​ມີຂຶ້ນລຸນຫຼັງ​ຄຳ​ເຕືອນ​ຂອງ​ປັກ​ກິ່ງ ​ຕໍ່​ຟີ​ລິບ​ປິນ​ທີ່ວ່າ ການຄຳ​ນວນທີ່ຜິດພາດໃດໆຂອງພວກເຂົາເຈົ້າ ທີ່ເພີ້ມ​ທະ​ວີຂໍ້ພິພາດຢູ່ໃນຂົງ ເຂດທະເລຈີນໃຕ້ ​ຈະ​ນຳ​ມາ​ດ້ວຍ​ການ​ຕອບ​ໂຕ້​ຢ່າງ​ເດັດ​ດ່ຽວ.

ທ່ານທຣີນີແດດ ກ່າວ​ວ່າ “ພວກ​ເຮົາ​ຫວັງ​ວ່າ ​ຈີນ ພ້ອມທັງບັນດາປະ​ເທດຕ່າງໆ​ຈະ​ເຄົາ​ລົບ​ອະ​ທິ​ປະ​ໄຕ ​ແລະ​ສິດ​ທິຂອງ​ພວກ​ເຮົາ​ໃນ​ການ​ດຳ​ເນີນ​ກິດ​ຈະ​ກຳ​ຕ່າງໆ ​ຕາມ​ກົດ​ໝາຍ​ສາ​ກົນ.

ສະຖານທູດ​ຈີນ​ປະຈຳ​ມະ​ນີລາ ຍັງ​ບໍ່​ໄດ້​ໃຫ້​ຄວາມ​ເຫັນໃດໆໃນ​ທັນທີ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG