ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຄອງນະຄອນມະນີລາ ເລີ້ມໂຄສະນາຫາສຽງ ເພື່ອການແຂ່ງຂັນເປັນປະທານາທິບໍດີຟີລິບປີນ


ເຈົ້າຄອງນະຄອນມະນິລາ ທ່ານອິສໂກ ໂມເຣໂນ ຕອບຄໍາຖາມຫລັງຈາກທີ່ທ່ານໄດ້ປະກາດ ສະເໜີຊື່ເຂົ້າແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີ ໃນການກ່າວຄໍາປາໄສທີ່ໂຮງຮຽນລັດໃນເຂດສະລໍາ ໃກ້ກັບສະຖານທີ່ ບ່ອນທີ່ທ່ານເຕີບໃຫຍ່ຂຶ້ນມາ ໃນນະຄອນຫຼວງມະນີລາ, ປະເທດຟີລິບປີນ ວັນທີ 22 ກັນຍາ, ປີ 2021.
ເຈົ້າຄອງນະຄອນມະນິລາ ທ່ານອິສໂກ ໂມເຣໂນ ຕອບຄໍາຖາມຫລັງຈາກທີ່ທ່ານໄດ້ປະກາດ ສະເໜີຊື່ເຂົ້າແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີ ໃນການກ່າວຄໍາປາໄສທີ່ໂຮງຮຽນລັດໃນເຂດສະລໍາ ໃກ້ກັບສະຖານທີ່ ບ່ອນທີ່ທ່ານເຕີບໃຫຍ່ຂຶ້ນມາ ໃນນະຄອນຫຼວງມະນີລາ, ປະເທດຟີລິບປີນ ວັນທີ 22 ກັນຍາ, ປີ 2021.

ທ່ານອິສໂກ ໂມເຣໂນ, ເຈົ້າຄອງນະຄອນມະນິລາ ຂອງຟີລິບປີນ, ໄດ້ປະກາດໃນມື້ວັນຈັນວານນີ້ວ່າ ທ່ານຈະລົງສະໝັກຮັບເລືອກຕັ້ງປະທານາທິບໍດີ ຂອງປະ
ເທດໝູ່ເກາະປາຊີຟິກແຫ່ງນີ້.

ນັກການເມືອງຊື່ດັງຜູ້ນີ້ ໄດ້ປະກາດການລົງສະໝັກເລືອກຕັ້ງຂອງທ່ານໃນປີໜ້າ ໃນລະຫວ່າງການກ່າວຄໍາປາໄສ ໃນແຫຼ່ງຊຸມຊົນທີ່ຍາກຈົນ ຂອງນະຄອນຫຼວງມະນີລາ ໂດຍຂໍຮ້ອງໃຫ້ຜູ້ທີ່ສະໜັບສະໜຸນທ່ານ “ຮັບເອົາການລົງສະໝັກເປັນປະທານາທິບໍດີຟີລິບປີນຂອງທ່ານ.”

ທ່ານໂມເລໂນ ອາຍຸ 46 ປີ ມີຊື່ສຽງໂດ່ງດັງຈາກເດັກນ້ອຍທີ່ທຸກຍາກ ໂດຍການເກັບເສດອາຫານຈາກຮ້ານອາຫານ ແລະເກັບຂີ້ເຫຍື້ອໄປຂາຍເພື່ອຫາເງິນ ຕໍ່ມາໄດ້ປະກອບອາຊີບຢູ່ວົງການການສະແດງ ຫຼັງຈາກຖືກຕາແມວມອງທີ່ເຫັນລາວຢູ່ໃນງານສົບ, ອີງຕາມຂໍ້ມູນຈາກເວັບໄຊທ໌ຂອງເທດສະບານ.

ໃນລະຫວ່າງການດໍາລົງຕໍາແໜ່ງຂອງທ່ານໃນການເປັນເຈົ້າຄອງນະຄອນນັ້ນ, ທ່ານໂມເຣໂນ ໄດ້ຊຸກຍູ້ວຽກງານໂຄງການໂຍທາ ເພື່ອປັບປຸງເສັ້ນທາງການສັນຈອນທີ່ແອອັດໃນນະຄອນຫຼວງມະນີລາ ແລະມີຄໍາສັ່ງຟື້ນຟູຕະຫຼາດສາທາລະນະຫລາຍໆແຫ່ງຄືນໃໝ່.

ທ່ານເຂົ້າຮ່ວມການສະໝັກເລືອກຕັ້ງກັບຜູ້ສະໝັກຄົນອື່ນໆ ໂດຍມຸ້ງຫວັງທີ່ຈະຮັບຕໍາແໜ່ງ ຕໍ່ຈາກທ່ານປະທານາທິບໍດີໂຣດຣີໂກ ດູເຕີຣເຕ (Rodrigo Duterte) ໃນການເລືອກຕັ້ງເດືອນພຶດສະພາປີໜ້າ, ໃນນັ້ນ ລວມມີ ແມນນີ ປາກຽວ (Manny Pacquiao) ນັກມວຍໃນຕໍານານ ແລະປັດຈຸບັນແມ່ນສະມາຊິກສະພາສູງ; ແລະສະມາຊິກສະພາສູງອີກຄົນນຶ່ງ ເຊິ່ງເປັນອະດີດຜູ້ບັນຊາການຕໍາຫຼວດແຫ່ງຊາດທ່ານແພນຟີໂລ ແລັກຊັນ (Panfilo Lacson); ແລະຮອງປະທານາທິບໍດີ ທ່ານເລນີ ໂຣບຣີໂດ (Leni Robredo).

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG