ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນະຄອນຫຼວງ ມະນິລາ ອະນາໄມ ຫົນທາງ ກ່ອນກອງປະຊຸມ ສຸດຍອດ APEC


ທາງຍ່າງຕາມພາກສ່ວນນີ້ຂອງອ່າວ ມະນິລາ ແມ່ນພຽງແຕ່ສອງສາມຊ່ວງຕຶກ ຫ່າງຈາກສະຖານທີ່ຈັດກອງປະຊຸມ APEC ໄດ້ຂັບໄລ່ພວກຕຶກເບັດຫາເຊົ້າກິນຄຳ່ໃຫ້ອອກໄປບ່ອນອື່ນ. ນະຄອນຫຼວງ ມະນິລາ, ຟີລິບປິນ, 15 ພະຈິກ, 2015. (S. Orendain/VOA)
ທາງຍ່າງຕາມພາກສ່ວນນີ້ຂອງອ່າວ ມະນິລາ ແມ່ນພຽງແຕ່ສອງສາມຊ່ວງຕຶກ ຫ່າງຈາກສະຖານທີ່ຈັດກອງປະຊຸມ APEC ໄດ້ຂັບໄລ່ພວກຕຶກເບັດຫາເຊົ້າກິນຄຳ່ໃຫ້ອອກໄປບ່ອນອື່ນ. ນະຄອນຫຼວງ ມະນິລາ, ຟີລິບປິນ, 15 ພະຈິກ, 2015. (S. Orendain/VOA)

ປະຊາຊົນທີ່ອາໄສຢູ່ນະຄອນຫຼວງ ມະນິລາ ແນມເບິ່ງຖະໜົນຫົນ ທາງຖືກ “ມ້ຽນກວາດ” ໃນຂະນະທີ່ບັນດາເຈົ້າໜ້າທີ່ກະກຽມຄວາມ ປອດໄພກ່ອນກອງ ປະຊຸມສຸດຍອດຂອງບັນດາຜູ້ນຳການຮ່ວມມື ດ້ານເສດຖະກິດ ເອເຊປາຊີຟິກ ທີ່ຈະຈັດຂຶ້ນໃນສັບປະດານີ້. ທີ່ ສວນສາທາລະນະຕາມອ່າວ ມະນິລາ ແລະ ພຽງສອງສາມຊ່ວງຕຶກ ຈາກສະຖານທີ່ຈັດກອງປະຊຸມ, ທ່ານ Cesar Maglaya ບໍ່ໄດ້ຕຶກ ປາດັ່ງກັບທີ່ລາວເຄີຍຕຶກມາເປັນເວລາ 18 ປີທີ່ຜ່ານມາ. ທ່ານໄດ້ ກ່າວວ່າ ຕຳຫຼວດໄດ້ສັ່ງໃຫ້ ທຸກໆຄົນຜູ້ທີ່ຕຶກປາຢູ່ອ່າວວ່າພວກເຂົາ ເຈົ້າມີ ເວລາຮອດ 6 ໂມງແລງຂອງວັນອາທິດວານນີ້ ເພື່ອຍ້າຍ ໜີອອກຈາກ ພື້ນທີ່ດັ່ງກ່າວ.

ທ່ານ Maglaya ໄດ້ກ່າວວ່າ “ມັນເປັນການເຈັບປວດຍ້ອນວ່າມັນຈະດົນເຖິງໜຶ່ງສັບປະດາ. ລັດຖະບານຄວນເປັນຫ່ວງວ່າ ພວກຕຶກເບັດຫາເຊົ້າກິນຄໍ່າຈະບໍ່ມີວຽກເຮັດຕັ້ງໜຶ່ງສັບປະ ດາ.”

ແຕ່ທ່ານ Maglaya ກ່າວວ່າພາກສ່ວນນີ້ຂອງອ່າວແມ່ນເບິ່ງ “ງາມ ແລະ ສະອາດດີ” ໂດຍ ປາສະຈາກພວກຕຶກເບັດວົນວຽນໄປມາ. ໝູ່ຂອງລາວ, ເປັນນັກຄ້າຂາຍຕາມຖະໜົນ ເຊິ່ງເປັນ ຜູ້ທີ່ຖືກສັ່ງໃຫ້ຍ້າຍອອກເຊັ່ນກັນ ລາວໄດ້ກ່າວວ່າ ພວກເຮົາດີໃຈທີ່ຈະໄດ້ພັກຜ່ອນສອງສາມ ມື້. ຜູ້ຊາຍທັງສອງໄດ້ກ່າວວ່າ ພວກເຂົາເຈົ້າຄົງຈະບໍ່ໄດ້ຢຸດພັກ ດົນໄປກວ່າໜຶ່ງສັບປະດາ ດອກ. ໃນ 4​ ວັນຂ້າງໜ້ານີ້ນະຄອນຫຼວງ ມະນິລາ ກໍຈະໄດ້ຕ້ອນຮັບບັນດາຫົວໜ້າທຸລະກິດ ຫຼາຍຮ້ອຍຄົນ ແລະ ຜູ້ນຳເສດຖະກິດ 21 ຄົນຕາມພາກພື້ນ ເອເຊຍ-ປາຊີຟິກ ລວມທັງຜູ້ນຳ ຈາກ 17 ປະເທດຈາກ ສະຫະລັດ, ຈີນ ແລະ ອອສເຕຣເລຍ ຜູ້ທີ່ຈະເຂົ້າຮ່ວມໃນກອງປະຊຸມ ສຸດຍອດ.

ຖະແຫຼງການສະບັບໜຶ່ງໄດ້ຖືກເປີດເຜີຍໃນວັນຈັນມື້ນີ້ຈາກອົງການສິ້ງຊອມ ສິດທິມະນຸດທີ່ມີ ຫ້ອງການຕັ້ງຢູ່ນະຄອນ ນິວຢອກ ໄດ້ກ່າວວ່າຄົນບໍ່ມີທີ່ຢູ່ ອາໄສໃນເຂດລົດໄຟໃຕ້ດິນຂອງ ນະຄອນຫຼວງ ມະນິລາ ແມ່ນໄດ້ຖືກລ້ອມຈັບ ແລະ ສົ່ງໄປທີ່ພັກຂອງຄົນບໍ່ມີທີ່ຢູ່ອາໄສຫຼາຍມື້ ຍ້ອນກອງປະຊຸມທີ່ຈະເກີດຂຶ້ນໃນສັບປະດານີ້. ກຸ່ມສະໜັບສະໜູນສິດທິມະນຸດສາກົນກ່າວ ວ່າເດັກນ້ອຍບໍ່ມີທີ່ຢູ່ອາໄສ 140 ຄົນໄດ້ຖືກຈັບກຸມ ແລະ ປະຊາຊົນໄດ້ຕຳໜິວ່າເປັນການປະຕິ ບັດຕໍ່ທີ່ບໍ່ດີ ແລະ ບັງຄັບໃຫ້ໜີອອກຈາກສະຖານທີ່ດັ່ງກ່າວ.

ທາງຍ່າງຕາມ ອ່າວ ມະນິລາ ທີ່ຢູ່ໃກ້ກັບ ສະຖານທີ່ ຈັດກອງປະຊຸມ APEC
ທາງຍ່າງຕາມ ອ່າວ ມະນິລາ ທີ່ຢູ່ໃກ້ກັບ ສະຖານທີ່ ຈັດກອງປະຊຸມ APEC

APEC Philippines
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG