ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນດິນ​ໄຫວ ຂະໜາດ​ 7.2 ​ຣິກ​ເຕີ ສັ່ນສະເທືອນ ພາກ​ກາງຂອງຟິລິບ​ປີນ (ວີດີໂອ/ສະໄລດ໌)


ແຜ່ນດິນ​ໄຫວ​ຂະໜາດ​ຮ້າຍ​ແຮງໄດ້​ສັ່ນ​ສະ​ເທືອ​ນພາກ​ກາງ
ຂອງຟິລິບ​ປີນ ໃນ​ເຊົ້າ​ວັນ​ອັງຄານມື້ນີ້ ​ໂດຍໄດ້ເອົາຊີວິດ ​
ຢ່າງນ້ອຍ 93 ຄົນ ​ແລະ​ບາດ​ເຈັບ​ອີກຫຼາຍ​ຮ້ອຍຄົນຢູ່ໃນ
​ເຂດ​ທີ່​ພວກ​ນັກ​ທ່ອງ​ທ່ຽວ ​ນິຍົມ​ກັນ​ໄປ​ທ່ຽວ.

ແຜ່ນດິນ​ໄຫວທີ່​ມີ​ຄວາມ​ແຮງ​ 7.2 ​ຣິກ​ເຕີ ມີ​ຈຸດ​ສູນ​ກາງ​ໃກ້ໆ
​ກັບເກາະ Bohol ບ່ອນ​ທີ່ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ມີ​ຜູ້​ໄດ້ຮັບ​ບາດ
​ເຈັບ​ລົ້ມ​ຕາຍ ​ຫລາຍ​ທີ່​ສຸດ​ນັ້ນ.


ກົດ ເພື່ອໃຫ້ພາບໃຫຍ່ຂຶ້ນ
ກົດ ເພື່ອໃຫ້ພາບໃຫຍ່ຂຶ້ນ

ແຜ່ນດິນ​ໄຫວຄັ້ງ​ທໍາ​ອິດ ​ແລະແຜ່ນດິນ​ໄຫວ​ຂະໜາດ​ນ້ອຍ
ທີ່​ຕິດຕາມ​ມາ​ຫລາຍໆ​ບັ້ນທີ່ເອີ້ນ​ກັນ​ວ່າ aftershocks ນັ້ນ
ໄດ້​ເຮັດ​ໃຫ້ ຕຶກ​ອາຄານຫັກ​ພັງ​ເສຍ​ຫາຍ ຮວມທັງຖະໜົນ
ຫົນທາງ​ຖືກ​ຕັດຂາດ ​ເຮັດ​ໃຫ້ຊາວບ້ານ​ຊາວ​ເມືອງ​ແລະ
​ພວກ​ນັກ​ທ່ອງ​ທ່ຽວທີ່ຕື່ນ​ຕົກ​ໃຈ​ ແລະຢ້ານ​ກົວ ພາກັນ​ແລ່ນ
ອອກ​ມາຈາກ​ເຮືອນ​ຊານ​ບ້ານ​ຊ່ອງ​ແລະຫ້າງ​ຮ້ານ​ຕ່າງໆ.

ນາງ Sian Maynard ຜູ້​ປະສານ​ງານ​ອິດ​ສະລະ ​ໃນ​ເມືອງ
Cebu ບອກ​ກັບ VOA ວ່າ​ ລາວຕື່ນຂຶ້ນ​ຈາກການນອ​ນຫລັບ
ຢູ່ ຍ້ອນ​ແຮງ​ສັ່ນ​ສະ​ເທືອ​ນຂອງແຜ່ນດິນ​ໄຫວ​ຄັ້ງ​ນີ້ທີ່​ແຮງ​ທີ່​ສຸດ ​ເທົ່າ​ທີ່​ລາວ​ໄດ້​ເຄີຍ​ປະສົບ
​ພົບມາ ຊຶ່ງ​ນາງ​ Sian ກ່າວ​ວ່າ:

“ຂ້ອຍ ​ກໍາລັງ​ນອນ​ຢູ່ ​ແລະຮູ້ສຶກ​ວ່າ​ຫ້ອງ​ຂອງ​ຂ້ອຍ​ນັ້ນ​ສັ່ນ ​ແລະ​ຂ້ອຍ​ເຫັນ​ປື້​ມ​
ໃນ​ຖ້ານເກັບໜັງສື ຕົກລົງ​ມາ, ຕໍ່​ມາ​ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ຂອງ​ແມ່​ຂ້ອຍ​ເພິ່ນ​ຮ້ອງ​
ບອກ​ມາ​ວ່າ ​ໃຫ້ໜີ​ອອກ​ຈາກ​ເຮືອນ​ໄປ​ໄວໆ.”



ຄາດ​ວ່າ ຈໍານວນ​ຂອງ​ຜູ້ເສຍ​ຊີວິດ ຈະເພີ່ມ​ທະວີ​ຂຶ້ນ ​ໃນ​ຂະນະ​ທີ່​ການ​ປະຕິບັດ​ງານ
​ກູ້​ໄພດໍາ​ເນີນ​ສືບ​ຕໍ່ໄປ ໃນວັນ​ອັງຄານ​ມື້​ນີ້.

ຮູບ​ພາບ​ທາງ​ສື່ສັງຄົມ​ຕ່າງໆ​ ​ສະ​ແດງ​ເຖິງ​ການ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ ​ຕໍ່​ຫ້າງ​ຮ້ານ​
ແລະ​ຖະໜົນ​ຫົນທາງຫຼາຍ​ສາຍ ຖືກຕັດຂາດຍ້ອນແຜ່ນດິນ​ໄຫວຄັ້ງ​ນີ້. ນາງ Maynard
ກ່າວ​ວ່າ​ພວກ​ຕຶກ​ອາຄານເກົ່າ​ແກ່​ທາງ​ປະວັດ​ສາດ​ຫຼາຍ​ໆຫຼັງ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​
ຢ່າງໃຫຍ່ຫຼວງ.

PHILIPPINES EARTHQUAKE VO 1st UPD.mov
please wait

No media source currently available

0:00 0:00:52 0:00
XS
SM
MD
LG