ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Mandela ຍັງສືບຕໍ່ ຮັບການປິ່ນປົວ ຢູ່ທີ່ໂຮງໝໍ (ສະໄລດ໌/ວີດີໂອ)


ຮູບແຕ້ມ ທ່ານ Nelson Mandela ທີ່ມີຫລາຍທ່າ ຂອງຊີວິດ ທ່ານ ທີ່ແຄມທາງ ເມືອງ Sweto ອາຟຣິກາໃຕ້
ຮູບແຕ້ມ ທ່ານ Nelson Mandela ທີ່ມີຫລາຍທ່າ ຂອງຊີວິດ ທ່ານ ທີ່ແຄມທາງ ເມືອງ Sweto ອາຟຣິກາໃຕ້
ຜູ້ນຳ​ໃນ​ການ​ຕໍ່ຕ້ານ ການ​ແບ່ງແຍກ​ເຊື້ອຊາດ​ຜິວ​ພັນ ຂອງ
ອາ​ຟຣິກາ​ໃຕ້ ທ່ານ Nelson Mandela ຍັງ​ຢູ່​ທີ່​ໂຮງໝໍ​ເປັນ​
ຄືນ​ທີ​ສອງ ​ໃນ​ຂະນະ​ທີ່​ບັນດາ​ຜູ້ນຳ​ຂອງ​ອາ​ຟຣິກາ​ໃຕ້​ໃຫ້
ການ​ຄໍ້າປະກັນ​ຕໍ່ປະຊາຊົນ​ວ່າສຸ ຂະ​ພາບຂອງ ​ທ່ານ
Mandela ທີ່​ມີ​ອາຍຸ 94 ປີ​ແລ້ວນັ້ນ ພວມ​ມີ​ອາ ການດີ​ຂຶ້ນ.

ລັດຖະບານ​ເວົ້າວ່າ ອະດີດ​ປະທານາທິບໍດີ​ອາ​ຟຣິກາ​ໃຕ້ ​ໄດ້​
ໃຫ້ການ ຕອບ​ຮັບ​ໃນ​ທາ​ງບວກຕໍ່​ການ​ປິ່ນປົວ​ເພື່ອ​ໃຫ້​ທ່ານ​
ຫາຍ​ດີ​ຈາກ​ປອດ​ອັກ ​ເສບທີ່​ເປັນ​ຄືນ​ອີກແຕ່​ກໍ​ຍັງບໍ່ທັນ​ໄດ້​ແຈ້ງ
​ໃຫ້​ຊາບ​ກ່ຽວ​ກັບ​ອາການຂອງ ທ່ານ​ໃນ​ຕອນ​ເຊົ້າຂອງວັນ​ສຸກ​ມື້ນີ້.

ປະທານາທິບໍດີ Jacob Zuma ກ່າວໃນ​ວັນ​ພະຫັດ ວານ​ນີ້ວ່າ ທ່ານ Madela ມີ​ອາການ ​“ດີ​ຂຶ້ນຫຼາຍ​ແລ້ວ” ​ໂດຍ​ກ່າວ​ຕໍ່ BBC ວ່າ ຊາວ​ອາ​ຟຣິກາ​ໃຕ້ “ບໍ່​ຕ້ອງພາ​ກັນ​ຕົກ​ໃຈ.”

​ແຕ່​ຫລາຍໆ​ຄົນ​ ​ຍັງ​ສືບ​ຕໍ່​ມີ​ຄວາມ​ວິຕົກ​ກັງວົນ ໃນ​ອາ​ຟຣິກາ​ໃຕ້ ບ່ອນ​ທີ່ຖື​ກັນ​ວ່າ ​ທ່ານ Madela ຜູ້​ຊຶ່ງ​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິ ພາບ​ເປັນ​ວິລະ​ຊົນ​ແຫ່ງ​ຊາດ. ທ້າວ Bokobobo Ndongo ​ເວົ້າວ່າ ລາວ​ຈະ​ຮູ້ສຶກ​ເສຍ​ໃຈ​ເປັນ​ທີ່​ສຸດ​ໃນ​ການ​ສູນ​ເສຍທ່າ​ນ Madela.



ທ່ານ Madela ​ໄດ້​ຖືກ​ນໍາ​ໄປ​ໂຮງໝໍ​ທີ່​ບໍ່ມີ​ການ​ເປີດ​ເຜີຍ​ໃຫ້​ຊາບ​ແຫ່ງ​ນຶ່ງ ໃນ​ວັນ​ພຸດ
ານ​ມາ. ຜູ້​ໄດ້​ຮັບ​ລາງວັນ​ໂນແບ​ລຂະ​ແໜງ​ສັນຕິພາບ ທ່ານ​ນີ້ ​ເຄີຍເຂົ້າ​ໂຮງໝໍມາ​ແລ້ວ​ ເປັນ​ເວລາສາມ​ອາທິດ ​ໃນ​ເດືອນທັນ​ວາປີ​ກາຍ ຍ້ອນ​ປອດ​ອັກ​ເສບ ​ແລະ​ເປັນ​ໜີ້ວ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ທ່ານ “ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ” ກ່ຽວ​ກັບ​ສຸຂະພາບ​ຂອງ ທ່ານ Madela ຜູ້​ທີ່​ທ່ານ​ຮ້ອງ​ວ່່າ ​ເປັນ​ຜູ້​ດົນ​ໃຈແລະ​ເປັນ Madela ວິລະ​ ບຸລຸດນັ້ນ.

South Africa
please wait
Embed

No media source currently available

0:00 0:00:59 0:00
XS
SM
MD
LG