ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ສົບຂອງທ່ານ​ແມນ​ເດ​ລາ ຖືກນໍາໄປດອຍໄວ້ ທີ່ຕຶກທໍານຽບລັດຖະບານ (ວີ​ດີ​ໂອ/ສະ​ໄລ​ດ໌)


Crowds Gather to See Nelson Mandela Lying in State
please wait

No media source currently available

0:00 0:01:21 0:00
ລິງໂດຍກົງ

ວີດີໂອ: ຝຸງຊົນພາກັນຫຸ້ມເບິ່ງ ຂະບວນແຫ່ສົບ ທ່ານແມນເດລາ ແລະໄປຢ້ຽມຄໍານັບສົບ ຢູ່ທໍານຽບລັດຖະບານ ໃນເມືອງຫລວງ Pretoria, ວັນທີ 11 ທັນວາ 2013.

ສົບຂອງມື້ລາງອະດີດປະທານາທິບໍດີອາ​ຟຣິກາ​ໃຕ້ ທ່ານ Nelson
Mandela ​ໄດ້​ຖືກ​ນໍາໄປ​ດອຍໄວ້ ​ໃນນະຄອນຫລວງ Pretoria
ນຶ່ງ​ມື້ ​ຫຼັງ​ຈາກ​ພິທິຊາ​ປະນະ​ກິດ​ສົບ ທີ່​ໄດ້ມີ​ຜູ້ ຜູ້ຄົນຈໍານວນ ຫຼາຍ
ກ່ວາ 6 ໝື່ນຄົນ ​ເຂົ້າ​ຮ່ວມເພື່ອ​ສະດຸ​ດີ​ ​ໃຫ້​ກຽດແລະສັນລະ​ເສີນ
ບົດບາດ​ຂອງ​ຜູ້​ນໍາທີ່​ຕໍ່ຕ້ານ​ລະບອບ​ຈໍາ​ແນ​ກ​ເຊື້ອ​ຊາດ​ຜິວ​ພັນ
apartheid ທ່ານນີ້.

ຜູ້​ຄົນ​ພາກັນ​ໂຮ​ຮ້ອງ ພ້ອມ​ທັງ​ໂບກ​ມື ຢູ່ຕາມ​ເສັ້ນທາງ​ຂອງ​
ຂະ​ບວນລົດ​ແຫ່​ສົບ ທີ່ເຄື່ອນຍ້າຍ​ໄປ​ຕາມ​ຖະໜົນ​ໃນ​ມື້​ວັນ​ພຸດ​
ມື້​ນີ້ ​ເພື່ອ​ນໍາເອົາສົບຂອງ​ທ່ານ​ແມນ​ເດ​ລາ ​ຈາກ​ໂຮງພະຍາ
ບານ​ທະຫານ ​ໄປ​ຍັງ​ຕຶກ Union Buildings ກໍ​ຄື​ ທໍານຽບ
ລັດຖະບານ​ນັ້ນ.

ສະຖານ​ທີ່ດັ່ງກ່າວ​ແມ່ນ​ບ່ອນ​ດຽວ​ກັນ​ກັບ ທີ່ທ່ານໄດ້​ສາບານ​ຕົວ​ເປັນປະທານາທິບໍດີ ຜີວ​ດໍາ
ຜູ້​ທໍາ​ອິດຂອງອາ​ຟຣິກາ​ໃຕ້ ​ໃນປີ1994 ຫຼັງຈາກທີ່ໄດ້ຖືກຂັງຄຸກ​ເປັນ​ເວລາ 27 ປີ ຍ້ອນ​
ບົດບາດຂອງ​ທ່ານ​ໃນ​ການຕໍ່ສູ້​ຕ້ານ​ການ​ປົກຄອງ​ຂອງ​ຊົນ​ກຸ່ມ​ນ້ອຍ​ຊາວ​ຜີວ​ຂາວ ​ແລະ​ນໍາ
ເອົາ​ຄວາມ​ຍຸດຕິ​ທໍາ​ມາ​ໃຫ້​ຊາວ​ຜິວ​ດໍາ.


ບັນດາສະ​ມາ​ຊິກ​ຄອບຄົວ​ຂອງ ທ່ານ Mandela​ ໄດ້​ເຂົ້າ​ຢ້ຽມຄໍານັບສົບ​ຂອງ​ທ່ານ Mandela
​ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້ ​ແລະ​ຫລັງ​ຈາກ​ນັ້ນ ກໍ​ຈະ​ອະນຸຍາດ​ໃຫ້​ສາທາລະນະ​ຊົນ ​ເຂົ້າ​ຢ້ຽມ​ຄໍານັບ ​
ໄປ​ຈົນ​ຮອດ​ວັນ​ສຸກ​ ມື້ຮື​. ສົບຂອງ​ທ່ານຈະ​ຖືກ​ນໍາກັບ​ໄປ​ໂຮງພະຍາບານ​ໃນ​ແຕ່ລະ​ຄືນແລະ​
ຈະ​ນໍາ​ກັບໄປ​ຍັງ​ທໍານຽບລັດຖະບານ ​ໃນ​ຂະ​ບວນ​ແຫ່ ​ໃນເຊົ້າວັນ​ພະຫັດ​ມື້​ອື່ນ ແລະເຊົ້າ
ວັນ​ສຸກ

ຝູງ​ຊົນພາກັນຮ້ອງເພງ ແລະຟ້ອນລໍາ ​ເພື່ອ​ສະດຸ​ດີ​ແລະລະລຶກເຖິງຄຸນງາມຄວາມດີຂອງ
ທ່ານ​ແມນ​ເດ​ລາ ​ໃນພິທິຊາ​ປະນະ​ກິດ​ສົບ ​ໃນ​ວັນ​ອັງຄານ​ວານ​ນີ້ ທີ່ນະຄອນ Johannesburg
ບ່ອນ​ທີ່​ບັນດາ​ຜູ້​ກ່າວຄໍາ​ປາ​ໄສທັງຫຼາຍ​ ຕ່າງ​ກໍ​ໄດ້​ກ່າວ​ຍ້ອງຍໍ ສັນລະ​ເສີນບົດບາດ​ຂອງ​
ທ່ານ​ໃນ​ການ​ຍຸດຕິ​ລະບອບ​ຈໍາ​ແນ​ກ​ເຊື້ອ​ຊາດ​ຜີວ​ພັນ apartheid ​ແລະ​ຢຽວຢາ​ການ​ກີດ​ກັນ ​
ແບ່ງ​ແຍກ​ຜີວພັນ ​ໃນອາ​ຟຣິກາ​ໃຕ້ ນັ້ນ.

XS
SM
MD
LG