ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຸຂະພາບ ທ່ານ Mandela ດີຂຶ້ນ ແຕ່ກໍຍັງ ໜັກຢູ່ (ສະໄລດ໌/ວີດີໂອ)


ອະດີດປະທານາທິບໍດີອາຟຣິກາໃຕ້ ທ່ານ Nelson Mandela
ອະດີດປະທານາທິບໍດີອາຟຣິກາໃຕ້ ທ່ານ Nelson Mandela
ລັດຖະບານອາຟຣິກາໃຕ້ ກ່າວວ່າ ສຸຂະພາບຂອງທ່ານ Nelson Mandela ອະດີດປະທານາທິບໍດີແລະວິລະບຸລຸດໃນການຕໍ່ຕ້ານ ລະບົບແບ່ງແຍກເຊື້ອຊາດຜິວພັນອາພາເທ່ຍັງສືບຕໍ່ດີຂຶ້ນເປັນລຳ
ດັບມາ ຈາກການປ່ວຍເປັນປອດອັກເສບ ແຕ່ກໍເວົ້າວ່າ ອາການ ຂອງທ່ານຍັງຮ້າຍແຮງຢູ່.

ໃນຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນພະຫັດວານ
ນີ້ ປະທານາທິບໍດີ Jacob Zuma ຮຽກຮ້ອງໃຫ້ປະຊາຊົນຊາວອາ ຟຣິກາໃຕ້ແລະໄກອອກໄປກວ່ານັ້ນ ຂໍໃຫ້ທ່ານ Madiba ຊຶ່ງເປັນ
ຊື່ຂອງທ່ານ Mandela ຈາກເຜົ່າຂອງທ່ານນັ້ນ ຢູ່ໃນການສູດມົນ ພາວະນາຂອງພວກເຂົາເຈົ້າແລະອະທິຖານໃຫ້ທ່ານຫາຍດີໄວໆ.

ວີດີໂອ - ອາຟຣິກາໃຕ້
please wait

No media source currently available

0:00 0:00:56 0:00


ວີລະບຸລຸດ ອາຍຸ 94 ປີຂອງອາຟຣິກາໃຕ້ທ່ານນີ້ ໄດ້ເຂົ້າຮັບການປິ່ນປົວພະຍາບານທີ່ໂຮງ
ໝໍ ໃນນະຄອນຫຼວງປຣີໂຕເຣຍ ໃນອາທິດແລ້ວ ໂດຍມີອາການຮ້າຍແຮງແຕ່ກໍທຸ່ນທ່ຽງ. ນີ້ ແມ່ນການເຂົ້າໂຮງໝໍເທື່ອທີສີ່ຂອງທ່ານ ນັບແຕ່ເດືອນທັນ ວາເປັນຕົ້ນມາ.

ທ່ານ Mandela ເຄີຍມີປະຫວັດກ່ຽວກັບການມີບັນຫາເລື່ອງປອດນັບຕັ້ງແຕ່ສະໄໝທີ່ທ່ານ ເປັນວັນນະໂຣກ ໃນລະຫວ່າງທີ່ທ່ານຖືກຈຳຄຸກເປັນເວລາ 27 ປີພາຍໃຕ້ລະບອບການປົກ ຄອງແບ່ງແຍກເຊື້ອຊາດຜິວພັນອາພາເທ່ຂອງອາຟຣິກາໃຕ້.

ທ່ານໄດ້ຖືກປ່ອຍໃຫ້ເປັນອິດສະຫຼະໃນປີ 1990 ແລະ 4 ປີຫຼັງຈາກນັ້ນກໍໄດ້ຖືກເລືອກເປັນ ປະທານາທິບໍດີຄົນທຳອິດ ໃນການປ່ອນບັດເລືອກຕັ້ງແບບປະຊາທິປະໄຕ ຂອງອາຟຣິກາ ໃຕ້.

XS
SM
MD
LG