ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ເຫດ​ລະ​ເບີດ ຢູ່​ ມ. ​ແມນ​ບິ​ຈ ສະ​ທ້ອນ​ໃຫ້​ເຫັນ ເຖິງ​ການ​ຝັງຮາກແໜ້ນ ຂອງ​ກຸ່ມ ລັດ​ອິ​ສ​ລາມ ໃນ​ຊີ​ເຣຍ


​ເດັກ​ຊາຍ​ຊີ​ເຣຍ ພວມ​ເບິ່ງ​ເຕົາ​ປິ້ງ​ບາ​ເບ​ຄິວ​ ທີ່​ຖືກ​ທຳ​ລາຍ ຢູ່​ຮ້ານ​ອາ​ຫານ ໃນ​ເມືອງ​ແມນ​ບິ​ຈ ທີ່​ຖືກ​ໂຈມ​ຕີ.
​ເດັກ​ຊາຍ​ຊີ​ເຣຍ ພວມ​ເບິ່ງ​ເຕົາ​ປິ້ງ​ບາ​ເບ​ຄິວ​ ທີ່​ຖືກ​ທຳ​ລາຍ ຢູ່​ຮ້ານ​ອາ​ຫານ ໃນ​ເມືອງ​ແມນ​ບິ​ຈ ທີ່​ຖືກ​ໂຈມ​ຕີ.

ພຽງ​ການ​ໂຈມ​ຕີດ້ວຍ​ລະ​ເບີດ​ສະ​ຫຼະ​ຊີບ​ ຂະ​ໜາດ​ແຮງ​ຄັ້ງ​ດຽວ ກຸ່ມ​ລັດ​ອິ​ສ​ລາມແມ່ນ​ໄດ້​ທຳ​ລາຍ​ຫຼາຍ​ໄປ​ກວ່າ​ຄວາມ​ງຽບ​ສະ​ຫງົບ ຢູ່​ທີ່​ເມືອງ​ແມນ​ບິ​ຈ ໃນ​ພາກເໜືອ​ຂອງ​ປະ​ເທດ​ຊີ​ເຣຍ. ພວກ​ກໍ່​ການ​ຮ້າຍ​ຈຸນີ້ຍັງ​ໄດ້​ກໍ່​ໃຫ້​ເກີດ​ມີ​ການ​ອະ​ພິ​ປາຍກັນ​ຄືນ​ໃໝ່ ກ່ຽວ​ກັບ​ການ​ປະ​ກາດ​ວ່າ​ກຸ່ມ​ດັ່ງ​ກ່າວ​ສະ​ຫຼາຍ​ຕົວ​ໄປ​ແລ້ວ.

ບໍ່​ດົນ ຫຼັງ​ຈາກ​ໄດ້​ສົ່ງ​ຜູ້​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະ​ຫຼະ​ຊີບ ເຂົ້າ​ໄປ​ໃນ​ກຸ່ມ​ທະ​ຫານ​ສະຫະ​ລັດ​ແລະ​ຊີ​ເຣຍ ທີ່​ພວມ​ລາດ​ຕະ​ເວນ​ຢູ່ນັ້ນ ທະ​ຫານ​ອາ​ເມ​ຣິ​ກັນ 4 ຄົນ​ ແລະພວກ​ນັກ​ລົບ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ສະ​ຫະ​ລັດ ກໍ​ໄດ້​ເສຍ​ຊີ​ວິດ ໃນ​ຂະ​ນະ​ທີ່ຮູບ​ສົບ ແລະ​ຝາ​ທີ່​ເປື້ອນ​ດ້ວຍ​ເລືອດ ໄດ້​ຖືກ​ສົ່ງ​ຕໍ່​ກັນ​ໄປຢູ່​ໃນ​ໂລກ​ສື່​ສັງ​ຄົມ ຊຶ່ງ​ໃນທີ່​ສຸດ​ກໍ​ໄດ້​ມີ​ການ​ລົງ​ຂ່າວ​ແລະ​ອອກ​ອາ​ກາດ.

ແຜນ​ທີ່​ເມືອງ​ແມນ​ບິ​ຈ
ແຜນ​ທີ່​ເມືອງ​ແມນ​ບິ​ຈ

ແຕ່​ພວກ​ເຈົ້າ​ໜ້າ​ທີ່ ແລະ​ນັກ​ວິ​ເຄາະ​ທີ່​ສຶກ​ສາ​ເບິ່ງ ການ​ພັງ​ທະ​ລາຍ​ລົງ ຂອງ​ອັນ​ທີ່​ປ​ະ​ກາດ​ຕົນ​ເອງວ່າ ເປັນ​ລັດ​ອິ​ສ​ລາມນັ້ນ ການ​ໂຈມ​ຕີໃນ​ຄັ້ງ​ນີ້ ​ເຖິ​ງ​ແມ່ນ​ເປັນ ການໂຈ​ມ​ຕີ​ທີ່​ໂຫດ​ຮ້າຍປ່າ​ເຖື່ອນ ແຕ່​ກໍ​ມີ​ທ່າ​ທາງວ່າ ບໍ່​ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ແຕ່​ປະ​ການໃດ.

ທ່ານ​ນິ​ໂຄ​ລາ​ສ ແຄ​ລ​ວິນ (Nicholas Glavin) ອະ​ດີດ​ນັກ​ຄົ້ນ​ຄວ້າ ທີ່​ສູນ​ກາງ ການ​ເຮັດ​ສົງ​ຄາມ​ທີ່​ຜິດ​ທຳ​ມະ​ດາ​ ແລະ​ກຸ່ມ​ກຳ​ລັງ​ປະ​ກອບ​ອາ​ວຸດ ຂອງ​ມະ​ຫາ​ວິ​ທະຍາ​ໄລ​ສົງ​ຄາມກອງ​ທັບ​ເຮືອ​ສະ​ຫະ​ລັດ ໄດ້​ກ່າວ​ເຖິງ​ກຸ່ມ​ກໍ່​ການ​ຮ້າຍ​ນີ້ດ້ວຍ​ການໃຊ້​ຊື່​ຫຍໍ້​ຂອງ​ກຸ່ມ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ “ກຸ່ມ​ໄອ​ຊິ​ສ ຍັງ​ຮັກ​ສາ​ຄວາມ​ສາ​ມາດໃນ​ໂອ​ກາດ​ທີ່​ຈະ​ສືບ​ຕໍ່​ທຳ​ການໂຈມ​ຕີ ແລະ​ສະ​ເໜີ​ຕົນ​ເອງວ່າເປັນ​ຜູ້​ທ້າ​ທາຍ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ່​ໃນ​ຊີ​ເຣຍ​ແບບຍືນ​ຍົງ.”

​ຮູບ​ຈາກ​ໂທ​ລະ​ພາບ ອົງ​ການ​ຂ່າວ​ຝ​ຣັ່ງ ສະ​ແດງ​ໃຫ້​ເຫັນ ຂະ​ບວນ​ລົດ​ຣັດ​ເຊຍ ພວມ​ລາດ​ຕະ​ເວນ ຢູ່​ໃນ​ເຂດ​ເມືອງ ອາ​ຣີ​ມາ ຊຶ່ງ​ຕັ້ງ​ຢູ່​ທາງ​ກ້ຳ​ຕາ​ເວັນ​ຕົກ ຂອງ​ເມືອງ​ແມນ​ບິ​ຈ (17 ມັງ​ກອນ 2019)
​ຮູບ​ຈາກ​ໂທ​ລະ​ພາບ ອົງ​ການ​ຂ່າວ​ຝ​ຣັ່ງ ສະ​ແດງ​ໃຫ້​ເຫັນ ຂະ​ບວນ​ລົດ​ຣັດ​ເຊຍ ພວມ​ລາດ​ຕະ​ເວນ ຢູ່​ໃນ​ເຂດ​ເມືອງ ອາ​ຣີ​ມາ ຊຶ່ງ​ຕັ້ງ​ຢູ່​ທາງ​ກ້ຳ​ຕາ​ເວັນ​ຕົກ ຂອງ​ເມືອງ​ແມນ​ບິ​ຈ (17 ມັງ​ກອນ 2019)

ນັບ​ເປັນ​ເວ​ລາ​ຫຼາຍກວ່າ​ນຶ່ງ​ປີ​ມາ​ແລ້ວ ພວກ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ແລະ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ໄດ້​ເຕືອນ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ວ່າ ກຸ່ມ​ລັດ​ອິ​ສ​ລາມ​ໄດ້ຊອກ​ຫາ​ຊ່ອງ​ທາງ ເພື່ອ​ປັບ​ໂຕ​ ຮັບ​ມື​ກັບ​ການ​ສູນ​ເສຍ​ຢ່າງ​ໃຫຍ່​ຫຼວງ​ຂອງ​ຕົນ ກຸ້ມ​ຕົນ​ເອງ​ພຽງ​ພໍ​ໃນ​ດ້ານ​ກຳ​ລັງ​ຄົນແລະ​ຊັບ​ພະ​ຍາ​ກອນ​ຕ່າງໆເພື່ອ​ສ້າງ​ຄວາມເສຍ​ຫາຍ.

ຢູ່​ອີ​ຣັກ ບ່ອນ​ທີ່ລັດ​ອິ​ສ​ລາມ​ໄດ້​ພັງ​ທະ​ລາຍ​ລົງ​ແລ້ວນັ້ນ ກຸ່ມ​ປະ​ຕິ​ບັດ​ງານ​ຂອງພວກ​ເຂົາ ກໍ​ຍັງ​ສືບ​ຕໍ່​ທຳ​ການ​ໂຈມ​ຕີ ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນໆໂດຍ​ແນ່​ເປົ້າໝາຍ​ໃສ່​ນ້ຳ​ປະ​ປາ ສາຍ​ໄຟ​ຟ້າແລະ​ ຫໍ​ສົ່ງ​ໂທ​ລະ​ສັບ​ມື​ຖື.

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກ່າວ​ວ່າ ສ່ວນ​ກຸ່ມ​ປະ​ຕິ​ບັດ​ງານ​ອື່ນໆ​ແມ່ນ​ລອບ​ຄາດ​ຕະ​ກຳ ແລະ​ລັກ​ພາ​ໂຕ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG