ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ພິພາກສາ ປຶກສາຫາລືກັນ ຄະດີຂອງທ່ານ ແມນນາຝອດ ເຂົ້າສູ່ມື້ທີສາມ


ທ່ານ ຣິເຈີດ ເວັສລິງ (Richard Westling) (ຊ້າຍ), ທ່ານ ເຄວິນ ດາວນິງ (Kevin Downing), ແລະ ທ່ານ ທັອມມັສ ເຊນີ ( Thomas Zehnle), ພ້ອມກັບກຸ່ມທະນາຍຄວາມ
ຂອງທ່ານ ແມນນາຝອດ ໄປຮອດສານລັດຖະບານກາງ ສຳລັບການພິຈາລະຈາຄະດີຂອງທ່ານ ທຣຳ. ເມືອງ ອາເລັກ
ແຊນເດຣຍ, ລັດ ເວີຈິເນຍ. 17 ສິງຫາ, 2018.
ທ່ານ ຣິເຈີດ ເວັສລິງ (Richard Westling) (ຊ້າຍ), ທ່ານ ເຄວິນ ດາວນິງ (Kevin Downing), ແລະ ທ່ານ ທັອມມັສ ເຊນີ ( Thomas Zehnle), ພ້ອມກັບກຸ່ມທະນາຍຄວາມ ຂອງທ່ານ ແມນນາຝອດ ໄປຮອດສານລັດຖະບານກາງ ສຳລັບການພິຈາລະຈາຄະດີຂອງທ່ານ ທຣຳ. ເມືອງ ອາເລັກ ແຊນເດຣຍ, ລັດ ເວີຈິເນຍ. 17 ສິງຫາ, 2018.

ບັນດາຜູ້ພິພາກສາທີ່ຕັດສິນຄະດີພາສີ ແລະ ທະນາຄານຂອງທ່ານ ພອລ ແມນນາຝອດ
ອະດີດຜູ້ບໍລິຫານການໂຄສະນາຫາສຽງຂອງທ່ານ ທຣຳ ຈະທຳການປຶກສາຫາລືກັນ
ເປັນວັນທີສາມໃນວັນຈັນມື້ນີ້.

ຄະນະຕຸລາການທີ່ປະກອບມີຜູ້ຊາຍ 6 ທ່ານ ແລະ ແມ່ຍິງ 6 ທ່ານ ໄດ້ປຶກສາຫາລື ກ່ຽວ
ກັບ ຄະດີດັ່ງກ່າວ ແບບປິດລັບໃນສານລັດ ເວີຈິເນຍ ນັບຕັ້ງແຕ່ສັບປະດາທີ່ຜ່ານມາ.

ໃນລະຫວ່າງການດຳເນີນຄະດີສອງສັບປະດານັ້ນ, ບັນດາຜູ້ພິພາກສາກ່າວວ່າ ທ່ານ
ແມນນາຝອດ ໄດ້ຊຸກເຊື່ອງເງິນຫຼາຍລ້ານໂດລາໄວ້ ຢູ່ໃນບັນຊີທະນາຄານຕ່າງປະເທດ
ເພື່ອຫຼີກລ່ຽງການເສຍພາສີ ສະຫະລັດ.

ເຂົາເຈົ້າໄດ້ກ່າວຫາວ່າ ເງິນສ່ວນຫຼາຍຂອງທ່ານ ແມນນາຝອດ ນັ້ນ ໄດ້ມາຈາກການ
ເຮັດວຽກເປັນຜູ້ວິ້ງເຕັ້ນ ໃຫ້ອະດີດປະທານາທິບໍດີ ຢູເຄຣນ ທ່ານ ວິກເຕີ ຢານູໂກວິຈ໌
ກ່ອນເຂົ້າຮ່ວມການໂຄສະນາຫາສຽງການເລືອກຕັ້ງຂອງປະທານາທິບໍດີ ສະຫະລັດ
ທ່ານ ດໍໂນລ ທຣຳ ໃນປີ 2016.

ກຸ່ມທະນາຍຄວາມຂອງທ່ານ ແມນນາຝອດ, ເຊິ່ງໄດ້ກ່າວໂຕ້ແຍ້ງຄະດີຂອງເຂົາເຈົ້າ
ໂດຍບໍ່ໄດ້ເອີ້ນພິຍານຄົນໃດໆມາໃຫ້ປາກຄຳນັ້ນ, ໄດ້ກ່າວວ່າ ການຟ້ອງຄະດີ ບໍ່ໄດ້ພິ
ສູດຫຼັກຖານຄວາມຜິດຂອງທ່ານ ແມນນາຝອດ ພຽງພໍ.

ເຂົາເຈົ້າຍັງໄດ້ເຮັດວຽກເພື່ອທຳລາຍຄວາມໜ້າເຊື່ອຖື ຂອງພິຍານການຟ້ອງຮ້ອງຄົນ
ສຳຄັນໃນຄະດີດັ່ງກ່າວນຳ, ເຊິ່ງແມ່ນອະດີດຜູ້ບໍລິຫານການໂຄສະນາຫາສຽງຂອງທ່ານ
ທຣຳ, ທ່ານ ຣິກ ເກດສ໌, ຜູ້ທີ່ຖືກຕັດສິນວ່າ ມີຄວາມຜິດແລ້ວ ໃນການຊ່ວຍເຊື່ອງລາຍ
ໄດ້ ຫຼາຍລ້ານໂດລາຈາກບັນດາເຈົ້າໜ້າທີ່ພາສີ ສະຫະລັດ.

ການດຳເນີນຄະດີທີ່ວ່ານັ້ນ ແມ່ນຄັ້ງທຳອິດທີ່ຖືກດຳເນີນຂຶ້ນ ໂດຍບັນດາຜູ້ພິພາກສາ
ຂອງໄອຍະການພິເສດ ທ່ານ ໂຣເບີດ ມອລເລີ ທີ່ເຊື່ອມໂຍງກັບການສືບສວນສອບ
ສວນໃນຂອບເຂດກວ້າງຂວາງ ກ່ຽວກັບ ການແຊກແຊງຂອງ ຣັດເຊຍ ໃນການເລືອກ
ຕັ້ງປີ 2016.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG