ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການດຳເນີນຄະດີ ທ່ານ ແມນນາຝອດ ກ້າວເຂົ້າສູ່ ຂັ້ນສະຫຼຸບແລ້ວ


ທະນາຍຄວາມຂອງຈຳເລີຍ ທ່ານ ເຄວິນ ດາວນິງ, ທີສອງຈາກຂວາ, ກ່າວຖະແຫຼງ ຕໍ່ສື່ມວນຊົນ ຫຼັງອອກຈາກສານ ລັດຖະບານກາງ ໃນການດຳເນີນຄະດີ ອະດີດປະທານ ຄະນະໂຄສະນາຫາສຽງ ຂອງທ່ານ ດໍໂນລ ທຣຳ, ທ່ານ ພອລ ແມນນາຝອດ. 14 ສິງຫາ, 2018.
ທະນາຍຄວາມຂອງຈຳເລີຍ ທ່ານ ເຄວິນ ດາວນິງ, ທີສອງຈາກຂວາ, ກ່າວຖະແຫຼງ ຕໍ່ສື່ມວນຊົນ ຫຼັງອອກຈາກສານ ລັດຖະບານກາງ ໃນການດຳເນີນຄະດີ ອະດີດປະທານ ຄະນະໂຄສະນາຫາສຽງ ຂອງທ່ານ ດໍໂນລ ທຣຳ, ທ່ານ ພອລ ແມນນາຝອດ. 14 ສິງຫາ, 2018.

ການສະຫຼຸບຄວາມ ໃນການດຳເນີນຄະດີ ກ່ຽວກັບ ການສໍ້ໂກງພາສີ ແລະ ທະນາຄານ
ຂອງທ່ານ ພອລ ແມນນາຝອດ (Paul Manafort) ອະດີດປະທານການໂຄສະນາຫາ
ສຽງຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ແມ່ນມີກຳນົດຈະມີຂຶ້ນໃນ
ວັນພຸດມື້ນີ້.

ໄອຍະການ ແລະ ຈຳເລີຍ ຕ່າງກໍຈະສະຫຼຸບເຫດຜົນຂອງຕົນ ກ່ຽວກັບ ຄະດີດັ່ງກ່າວຕໍ່
ຄະນະຕຸລາການ 12 ຄົນ ກ່ອນທີ່ພວກເຂົາເຈົ້າຈະເລີ່ມການພິຈາລະນາ ກ່ຽວກັບ
ຄວາມຜິດ ຫຼື ຄວາມບໍລິສຸດຂອງທ່ານ ແມນນາຝອດ.

ບັນດາທະນາຍຄວາມຂອງທ່ານ ແມນນາຝອດ ໄດ້ສະຫລຸບການກ່າວໂຕ້ແຍ້ງຂອງເຂົາ
ເຈົ້າ ເມື່ອວັນອັງຄານວານນີ້ ໂດຍທີ່ບໍ່ໄດ້ຮຽກໂຕພະຍານຄົນໃດ ຂຶ້ນມາໃຫ້ປາກຄຳ.

ຖ້າຖືກຕັດສິນວ່າ ມີຄວາມຜິດ, ທ່ານຈະປະເຊີນກັບ ການຖືກຂັງຄຸກເປັນເວລາດົນ
ນານ. ທ່ານຍັງມີກຳນົດຂຶ້ນສານອີກ ກ່ຽວກັບ ຂໍ້ກ່າວຫາທີ່ກ່ຽວຂ້ອງອື່ນໆໃນເດືອນ
ໜ້າ.

ໄອຍະການພິເສດ ທ່ານ ໂຣເບີດ ມອລເລີ ໄດ້ສະເໜີພະຍານຫຼັກຖານໃນການສອບ
ປາກຄຳ ດົນເຖິງສອງສັບປະດາກັບທ່ານ ແມນນາຝອດ, ທີ່ກ່າວຫາທ່ານ ກ່ຽວກັບ
ການເຊື່ອງເງິນຫຼາຍລ້ານໂດລາໃນບັນຊີຕ່າງ ປະເທດ ທີ່ທ່ານໄດ້ຮັບໃນເວລາເຮັດ
ວຽກເປັນຜູ້ວິ່ງເຕັ້ນ ໃຫ້ອະດີດປະ ທານາທິບໍດີ ຢູເຄຣນ ທ່ານ ວິກເຕີ ຢານູໂກວິຈ໌
(Victor Yanukovych) ຫຼາຍປີ ກ່ອນທີ່ທ່ານ ແມນນາຝອດ ໄດ້ມາເປັນຫົວໜ້າໂຄ
ສະນາຫາສຽງປະທານາທິບໍດີຂອງທ່ານ ທຣຳ ເປັນເວລາຫຼາຍເດືອນໃນກາງປີ 2016.

ຄະດີດັ່ງກ່າວ, ເຊິ່ງດຳເນີນຢູ່ເມືອງ ອາເລັກແຊນເດຣຍ, ລັດເວີຈິເນຍ, ເຊິ່ງເປັນສານທີ່
ຕັ້ງຢູ່ບໍ່ໄກຈາກນະຄອນຫຼວງ ວໍຊິງຕັນ ນັ້ນ, ໄດ້ດຶງດູດຄວາມສົນໃຈເປັນພິເສດໃນ
ສະຫະລັດ ຍ້ອນມັນເປັນການດຳເນີນຄະ ດີຄັ້ງທຳອິດ ໂດຍບັນດາຜູ້ພິພາກສາຂອງ
ທ່ານ ມອລເລີ ໃນການສືບ ສວນສອບສວນຢ່າງກວ້າງຂວາງ ກ່ຽວກັບ ການແຊກແຊງ
ຂອງ ຣັດເຊຍ ໃນການເລືອກຕັ້ງປີ 2016.

ເຂົາເຈົ້າກຳລັງສອບສວນວ່າ ບັນດາຜູ້ຮ່ວມງານຂອງທ່ານ ທຣຳ ໄດ້ສົມຮູ້ຮ່ວມຄິດກັບ
ຣັດເຊຍ ເພື່ອຊ່ວຍໃຫ້ທ່ານໄດ້ຊະນະການແຂ່ງຂັນເອົາຕຳແໜ່ງ ໃນທຳນຽບຂາວຫຼືບໍ່,
ຫຼືວ່າທ່ານ ທຣຳ, ໃນຖານະເປັນປະທານາທິບໍດີນັ້ນ, ໄດ້ຂັດຂວາງຂະບວນການຍຸຕິ
ທຳ ໂດຍການພະ ຍາຍາມທີ່ຈະສະກັດກັ້ນ ການສືບສວນສອບສວນນັ້ນ.

ການດຳເນີນຄະດີຕໍ່ທ່ານ ແມນນາຝອດ, ເຊິ່ງແມ່ນຜູ້ວິ່ງເຕັ້ນຊັກຊວນໃນນະຄອນຫຼວງ
ວໍຊິງຕັນ ເປັນເວລາດົນນານນັ້ນ, ແມ່ນກ່ຽວ ຂ້ອງກັບການໂຄສະນາຫາສຽງພຽງໜ້ອຍ
ດຽວເທົ່ານັ້ນ. ແຕ່ກົງກັນຂ້າມ, ມັນໄດ້ຮັບມືເກືອບວ່າຢ່າງສິ້ນເຊີງ ກ່ຽວກັບ ການກ່າວ
ຫາ ທີ່ທ່ານໄດ້ເຊື່ອງເງິນຫຼາຍລ້ານໂດລາຢູ່ຕ່າງປະເທດ ແລະ ໄດ້ໃຊ້ເງິນທຶນຕ່າງໆ
ໃນການດຳລົງຊີວິດທີ່ຟຸມເຟືອຍໃນ ສະຫະລັດ, ພ້ອມກັບການຊື້ເຮືອນທີ່ຫຼູຫຼາ ແລະ
ທີ່ດິນອັນກວ້າງໃຫຍ່, ຊື້ຊຸດແວັດໃໝ່ໆ, ເຄື່ອງໃຊ້ອີເລັກໂທຣນິກ ແລະ ສິ່ງຂອງລາຄາ
ແພງອື່ນໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG