ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການດຳເນີນຄະດີ ທ. ແມນາຝອດ ສ່ອງ​ແສງ ໃຫ້​ເຫັນ ທຸ​ລະ​ກິດວິ້ງເຕັ້ນ ຢູ່ ວໍຊິງຕັນ


ພາບແຕ້ມ ຢູ່ໃນສານ ສະແດງໃຫ້ເຫັນ ທ່ານ ພອລ ແມນາຝອດ ນັ່ງຟັງ ຜູ້ພິພາສາສານສະຫະລັດ ທ່ານ ທີ ແອັສ ແອລລິສ ທີ 3 ຢູ່ທີ່ສານລັດຖະບານກາງ ໃນເມືອງ ອາແລັກແຊນເດຣຍ ລັດເວີຈີເນຍ, ວັນທີ 21 ສິງຫາ 2018.
ພາບແຕ້ມ ຢູ່ໃນສານ ສະແດງໃຫ້ເຫັນ ທ່ານ ພອລ ແມນາຝອດ ນັ່ງຟັງ ຜູ້ພິພາສາສານສະຫະລັດ ທ່ານ ທີ ແອັສ ແອລລິສ ທີ 3 ຢູ່ທີ່ສານລັດຖະບານກາງ ໃນເມືອງ ອາແລັກແຊນເດຣຍ ລັດເວີຈີເນຍ, ວັນທີ 21 ສິງຫາ 2018.

ຄະດີຂອງ ທ່ານ ພອລ ແມນາຝອດ ອະດີດປະທານຝ່າຍການໂຄສະນາຫາສຽງ ຂອງ
ປະທານາທິບໍດີ ດໍໂນລ ທຣຳ ກຳລັງສົ່ງຄື້ນສັ່ນສະເທືອນໄປທົ່ວ ວົງການການວິ້ງເຕັ້ນ
ມູນຄ່າຫຼາຍພັນລ້ານໂດລາ ຢູ່ໃນ ວໍຊິງຕັນ. ພວກນັກວິ້ງເຕັ້ນຫຼາຍຄົນ ຢູ່ໃນວໍຊິງຕັນ
ພາກັນຢ້ານວ່າ ການຕັດສິນຄະດີຂອງຜູ້ກ່ຽວ ວ່າ ມີຄວາມຜິດ ໃນຂໍ້ຫາ ກ່ຽວກັບ ທະ
ນາຄານ ແລະ ການສໍ້ໂກງ ແລະ ການຍອມຮັບຜິດ ຕໍ່ຂໍ້ຫາ ກ່ຽວກັບ ການຂັດຂວາງ
ຂະບວນການຍຸຕິທຳ ທັງຫຼາຍນັ້ນ ຈະເຮັດໃຫ້ການວິ້ງເຕັ້ນ ເປັນທຸລະກິດທີ່ມີຄວາມ
ສ່ຽງຫຼາຍຂຶ້ນຕື່ມອີກ. ດາຣິອາ ດີເອກັສ ນັກຂ່າວ ວີໂອເອ ມີລາຍງານເລື້ອງນີ້ ຊຶ່ງ
ໄຊຈະເລີນສຸກ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານ ພອລ ແມນາຝອດ ໄດ້ຍອມຮັບຜິດ ຕໍ່ຂໍ້ກ່າວຫາວ່າ ຂັດຂວາງຂະບວນການຍຸຕິທຳ
ແລະ ໄດ້ຕົກລົງທີ່ຈະໃຫ້ການຮ່ວມມືກັບ ໄອຍະການພິເສດ ກ່ຽວກັບການສືບສວນສອບ
ສວນ ເລື້ອງການແຊກແຊງ ເຂົ້າໃນການເລືອກຕັ້ງ ສະຫະລັດ ປີ 2016 ຂອງ ຣັດເຊຍ.

ບັນດາໄອຍະການທັງຫຼາຍ ຍັງໄດ້ກ່າວຫາ ນັກວິ້ງເຕັ້ນທີ່ເຮັດວຽກມາດົນນານ ທັງເປັນ
ທີ່ປຶກສາ ທ່ານນີ້ ໃນຖານບໍ່ໄດ້ຂຶ້ນທະບຽນ ໃນຖານະເປັນຜູ້ຕາງໜ້າເຮັດວຽກໃຫ້ຕ່າງ
ຊາດ ໃນນາມຂອງພວກນັກການເມືອງຢູ່ໃນຢູເຄຣນ ທີ່ສະໜັບສະໜູນ ຣັດເຊຍນັ້ນ.

ໃນຂະນະທີ່ ວຽກງານຂອງ ທ່ານ ແມນາຝອດ ສ້າງລາຍໄດ້ໃຫ້ແກ່ທ່ານ ປະມານ 60
ລ້ານໂດລາ ຈາກພວກນັກການເມືອງ ທີ່ນິຍົມຣັດເຊຍດັ່ງກ່າວ ແລະ ໃນຂະນະທີ່ ປະທາ
ນາທິບໍດີ ຂອງຢູເຄຣນ ທ່ານ ວິກເຕີຣ ຢານູໂຄວິຈ ຜູ້ທີ່ກຳລັງຖືກປົດອອກຈາກຕຳແໜ່ງ
ຢູ່ນັ້ນ ທຸລະກິດທັງຫຼາຍຂອງທ່ານ ແມ່ນອຳນວຍໃຫ້ວົງການການວິ້ງເຕັ້ນ ທີ່ມີກຳໄລຢ່າງ
ງົດງາມ ໃນນະຄອນຫຼວງ ຂອງອາເມຣິກາ ນັ້ນ ໄດ້ຕົກຢູ່ພາຍໃຕ້ການກວດສອບ.

ທ່ານ ເດວິດ ເຣ ນັກວິ້ງເຕັ້ນເກ້ຍກ່ອມ ກ່າວວ່າ “ເປັນຫຍັງພວກເຂົາເຈົ້າ ຈຶ່ງໄດ້ຮັບ
ຄ່າຈ້າງດີແທ້ ໂດຍພວກຄົນບໍ່ດີ? ເພາະວ່າ ພວກເຂົາກໍເປັນຄົນບໍ່ດີ. ຂ້າພະ
ເຈົ້າ ຄິດວ່າ ສິ່ງທີ່ເກີດຂຶ້ນ ແລະບາງທີສິ່ງທີ່ເກີດຂຶ້ນກັບຄະດີຂອງ ທ່ານ ພອລ
ແມນາຝອດ ນັ້ນແມ່ນວ່າ ເຈົ້າບໍ່ສາມາດໃຈ້ແຍກໄດ້ອີກຕໍ່ໄປແລ້ວ ເຈົ້າເລີຍ
ກາຍເປັນສິ່ງທີ່ໃຫຍ່ກວ່າ ທີ່ເຈົ້າເປັນຢູ່ ແລະສິ່ງທີ່ຕິດຕາມມາ ກໍຄື ຈອມຜະ
ເດັດການຄົນນຶ່ງ ຜູ້ທີ່ກ່າວວ່າ ພວກເຮົາຢາກໃຫ້ເຈົ້າຊ່ອຍເຫຼືອພວກເຮົາ.”


ສ່ວນທ່ານ ແມນາຝອດ ໄດ້ຖືກຕັດສິນ ວ່າມີຄວາມຜິດໄປແລ້ວ ໃນ 8 ຂໍ້ຫາ ກ່ຽວກັບ
ການສໍ້ໂກງດ້ານທະນາຄານ ແລະພາສີ ໃນການຖືກດຳເນີນຄະດີຕ່າງຫາກ ກ່ຽວພັນ
ກັບການສືບສວນ ໃນການແຊກແຊງຂອງຣັດເຊຍ.

ທ່ານແມນາຝອດ ຍັງບໍ່ໄດ້ລົງທະບຽນ ພາຍໃຕ້ ກົດໝາຍວ່າດ້ວຍ ການຂຶ້ນທະບຽນ
ເປັນຜູ້ຕາງໜ້າໃຫ້ແກ່ຕ່າງຊາດ ທີ່ເອີ້ນຫຍໍ້ວ່າ FARA. ກົດໝາຍປີ 1938 ນີ້ ກຳນົດ
ໃຫ້ບຸກຄົນໃດກໍຕາມ ຜູ້ທີ່ວິ້ງເຕັ້ນເກ້ຍກ່ອມໃນນາມຂອງລັດຖະບານຕ່າງປະເທດ
ຈະຕ້ອງເປີດເຜີຍກິດຈະກຳຕ່າງໆເຫຼົ່ານັ້ນ.

ການດຳເນີນຄະດີ ທ່ານ ແມນາຝອດ ໄດ້ເຮັດໃຫ້ຫຼາຍຄົນໃນວໍຊິງຕັນ ເປັນຫ່ວງເປັນ
ໃຍ ກ່ຽວກັບອະນາຄົດ ຂອງທຸລະກິດການວິ້ງເຕັ້ນເກ້ຍກ່ອມ ທີ່ມີມູນຄ່າຫຼາຍພັນລ້ານ
ໂດລາ ນີ້. ບັນດານັກຊ່ຽວຊານ ກ່າວວ່າ ພວກເຂົາເຈົ້າ ສາມາດເຫັນໄດ້ແລ້ວວ່າ ຈຳ
ນວນຂອງຜູ້ລົງທະບຽນໃໝ່ ພາຍໃຕ້ກົດໝາຍ FARA ນັ້ນ ແມ່ນມີເພີ້ມສູງຂຶ້ນ ຫຼັງຈາກ
ໄດ້ມີການຕັດສິນລົງໂທດໄປແລ້ວ.

ທ່ານນາງ ແອນນາ ມັສໂຊກເລຍ ນັກຄົ້ນຄວ້າ ຢູ່ອົງການເປີດຄວາມລັບ ຫຼື Open
secrets ເວົ້າວ່າ “ພວກເຮົາກຳລັງເຫັນ ຫຼາຍໆຄົນ ມາຍື່ນເອກກະສານ ຢ້ອນ
ຫລັງ. ສິ່ງທີ່ໜ້າສົນໃຈແທ້ໆເລີຍ ພວກຄົນເຫຼົ່ານັ້ນ ແມ່ນກັບຄືນໄປເຖິງ 6 ປີ
ແລະ ໂດຍຍື່ນເອກກະສານ ສຳລັບເຫດຜົນທີ່ບໍ່ແມ່ນເລື້ອງ ໃນກິດຈະການ
ດ້ານການຕ່າງປະເທດ ຫາກແຕ່ເປັນສະຖານທີ່ຕ່າງໆ ເຊັ່ນວ່າ ໃນອຸດສາ
ຫະກຳ ດ້ານການທ່ອງທ່ຽວ ໃນເກາະບາຮາມັສ ຈາກຫຼາຍໆປີ ຜ່ານມາ!
ພວກເຂົາເຈົ້າ ບໍ່ໄດ້ຄຳນຶງເລີຍວ່າ ພວກເຂົາຕ້ອງໄດ້ຍື່ນເອກກະສານຂຶ້ນ
ທະບຽນ ຈົນກວ່າວ່າ ຈະມີການພິຈາລະນາຕື່ມ ກ່ຽວກັບກົດໝາຍ FARA
ແລະ ພວກເຂົາກໍອາດຈະຕົກຢູ່ພາຍໃຕ້ກົດໝາຍນີ້.”

ສູນກາງເພື່ອເອົາທ່າທີດ້ານການເມືອງ ທີ່ມີຫ້ອງການຕັ້ງຢູ່ໃນວໍຊິງຕັນ ເມື່ອບໍ່ດົນມານີ້
ໄດ້ເປີດໂຕຖານຂໍ້ມູນໃໝ່ ທີ່ກ່ຽວຂ້ອງກັບການວິ້ງເຕັ້ນຂອງຕ່າງປະເທດ. ເຖິງແມ່ນວ່າ
ຂໍ້ມູນກ່ຽວກັບການໃຊ້ຈ່າຍດ້ານການຕ່າງປະເທດ ຈະມີຢ່າງເປີດເຜີຍ ມາໄດ້ຫຼາຍປີ
ແລ້ວກໍຕາມ ແຕ່ທາງເລືອກໃໝ່ໆ ໃນການຊອກຫາ ໄດ້ເຮັດໃຫ້ມັນງ່າຍຂຶ້ນກວ່າເກົ່າ
ເພື່ອຈະເຂົ້າໄປຊອກຫາ ໃນຖານຂໍ້ມູນນີ້. ການພົບເຫັນໃນບາງຢ່າງ ແມ່ນໜ້າປະທັບໃຈ.

ທ່ານນາງ ມັສໂຊກເລຍ ກ່າວວ່າ “ສິ່ງທີ່ເຮັດໃຫ້ຂ້າພະເຈົ້າຕື່ນຕົກໃຈ ຫຼາຍທີ່ສຸດ
ກໍຄືຈຳນວນເງິນນັ້ນເອງ. ພວກເຮົາໄດ້ສຳເລັດການຕິດຕາມເບິ່ງ ສິ່ງທີ່ຫາກໍ
ເລີ້ມຕົ້ນຂຶ້ນໃນປີ 2017 ນັ້ນ ມີຈຳນວນເງິນເຄິ່ງຕື້ໂດລາແລ້ວ!”


ພາຍໃນບັນດາປະເທດທີ່ໃຊ້ຈ່າຍໃນການວິ້ງເຕັ້ນຫຼາຍທີ່ສຸດ ແມ່ນ ເກົາຫຼີໃຕ້ ໂດຍໃຊ້
ຈ່າຍ 70 ລ້ານໂດລາ ຕິດຕາມມາດ້ວຍ ຊາອຸດີ ອາຣາເບຍ ແລະ ຍີ່ປຸ່ນ ຕາມລຳດັບ.
ບັນດານັກຊ່ຽວຊານພາກັນ ເຫັນຢູ່ເລື້ອຍໆ ໃນຈຳນວນທີ່ເພີ້ມຂຶ້ນ ຖ້າຫາກຄວາມເຄັ່ງຕຶງ
ລະຫວ່າງສະຫະລັດ ກັບປະເທດອື່ນໆ ທະວີຂຶ້ນ. ພວກເງິນເຫຼົ່ານັ້ນ ຈະຢຸດເຊົາລັ່ງໄຫລ
ເຂົ້າມາ ຖ້າບັນຫາຕ່າງໆແກ້ໄຂໄດ້.

Manafort Trial Puts Spotlight on Lobbyists
please wait

No media source currently available

0:00 0:02:42 0:00

Donald Trump's former campaign chairman,is sending shockwaves across the multi-billion dollar lobbying industry in Washington. Many lobbyists in Washington fear his guilty verdict on bank and fraud charges and his guilty plea on obstruction charges will make lobbying a much more risky business . Daria Dieguts has the story.


Paul Manafort pleaded guilty to obstruction charges and agreed to cooperate with the special counsel on the probe into Russian interference in the 2016 US election.

Prosecutors had also accused the longtime lobbyist and political consultant of failing to register as a foreign agent for his work on behalf of pro-Russian politicians in Ukraine.

While Manafort's work got him around 60 million dollars from such pro-Russian politicians as Ukraine's deposed President Viktor Yanukovych, his businesses put the lucrative lobbying industry in America's capital under scrutiny.

David Rehr, Lobbyist said "why are they being paid so well by bad people? Because they are bad.I think what happens and maybe what happened to Paul Manafort's case is that you lose touch with yourself; you become bigger than you are and along comes a totalitarian dictator who says we'd really like you to help us."

Manafort had already been convicted of eight counts of bank and tax fraud in a separate trial related to the Russian meddling probe.

He also failed to register under FARA, the Foreign Agents Registration Act. The 1938 law requires everyone who lobbies on behalf of a foreign government to disclose those activities.

Manafort's trial has many in Washington worried over the future of the multibillion-dollar lobbying industry. Experts say they can already see a surge in new registrations under FARA following the indictment.

Anna Massoglia, Researcher, at OPENSECRETS said "we are seeing many retroactive filers. What's really interesting, people are going back 6 years and filing for not necessarily foreign affairs reasons but places like the tourism industry in the Bahamas from years ago! They didn't realize they had to file until there was more scrutiny on FARA and they probably fell under it ."

The Washington-based Center for Responsive Politics recently launched a new foreign lobbying database. Although information on foreign spending has been public for many years, new search options made it easier to navigate the database. Some findings are impressive.

Anna Massoglia said "the thing that struck me the most was just the sheer amount of money. We have done tracking of what just started in 2017half a billion dollars! "

Among the top spenders are South Korea, with around 70 million dollars, followed by Saudi Arabia and Japan.Experts often see an increase in numbers if tensions between the US and another country grow. Those money flows stop as the issues are resolved.

XS
SM
MD
LG