ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄະນະຕຸລາການ ໄຕ່ສວນຄະດີ ທ. ແມນນາຝອດ ຖາມເຖິງຄວາມໝາຍຂອງ “ການເຊື່ອວ່າ ກະທໍາຜິດແບບ ບໍ່ມີຂໍ້ສົງໄສ”


ນາຍຍາມຄົນນຶ່ງກຳລັງຍ່າງຜ່ານຕຶກໜ້າສານລັດຖະບານກາງ ຢູ່ເມືອງອາເລັກຊັນເດຣຍ, ລັດເວີຈີເນຍ ໃນຂະນະທີ່ຄະນະຕຸລາການກຳລັງເລີ້ມຕັດສິນ ທ່ານ ແມນນາຝອດ ອະດີດຜູ້ໂຄສະນາ ຫາສຽງ ຂອງປະທານາທິບໍດີ ດໍໂນລ ທຣໍາ.
ນາຍຍາມຄົນນຶ່ງກຳລັງຍ່າງຜ່ານຕຶກໜ້າສານລັດຖະບານກາງ ຢູ່ເມືອງອາເລັກຊັນເດຣຍ, ລັດເວີຈີເນຍ ໃນຂະນະທີ່ຄະນະຕຸລາການກຳລັງເລີ້ມຕັດສິນ ທ່ານ ແມນນາຝອດ ອະດີດຜູ້ໂຄສະນາ ຫາສຽງ ຂອງປະທານາທິບໍດີ ດໍໂນລ ທຣໍາ.

ຄະນະຕຸລາການ ຈະເລີ້ມການພິຈາລະນາຕັດສິນຄະດີ ໃນວັນພະຫັດມື້ນີ້ວ່າ ອະດີດ
ປະທານຄະນະໂຄສະນາຫາສຽງຂອງ ທ່ານທຣຳ ຄື ທ່ານພອລ ແມນ ນາຝອດ ນັ້ນມີ
ຄວາມຜິດຖານສໍ້ໂກງພາສີ ແລະທະນາຄານຫຼືບໍ່. ທ່ານແມນ ນາຝອດ ປະເຊີນກັບ
ໂທດຈຳຄຸກຫຼາຍສິບປີ ຖ້າຫາກຖືກພົບເຫັນວ່າ ມີຄວາມ ຜິດແທ້.

ບັນດາໄອຍະການ ແລະ ບັນດາທະນາຄວາມຂອງຈຳເລີຍຕ່າງກໍໄດ້ນຳສະເໜີການສະ
ຫລຸບໃນການໂຕ້ແຍ້ງກັນ ໃນວັນພຸດວານນີ້ ໄປແລ້ວ ເຊິ່ງຝ່າຍໄອຍະການຖົກຖຽງວ່າ ຊີວິດຂອງທ່ານແມນນາຝອດແມ່ນ “ເຕັມໄປດ້ວຍຄວາມຫຼອກລວງ” ໃນຂະນະທີ່ດຳລົງ
ຊີວິດແບບຟຸມເຟືອຍ.

ໄອຍະການ ເກຣກ ແອນເດຣສ໌ ໄດ້ກ່າວວ່າ “ທ່ານ ແມນນາຝອດ ໄດ້ຕົວະເພື່ອທີ່ຈະໄດ້
ຮັບເງິນຫຼາຍຂຶ້ນ ໃນເມື່ອເພິ່ນມີຢູ່ແລ້ວ ແລະ ເພິ່ນໄດ້ຕົວະເພື່ອຢາກໄດ້ເງິນຫຼາຍຂຶ້ນ
ໃນເວລາເພິ່ນບໍ່ມີ.”

ແຕ່ທະນາຍຄວາມຂອງ ທ່ານ ແມນນາຝອດ ຄື ທ່ານ ຣິເຈີດ ແວັສລິງ ໄດ້ບອກຄະນະ
ຕຸລາການ ວ່າ ທ່ານແມນນາຝອດ ຄວນຖືກຕັດສິນວ່າບໍ່ມີຄວາມຜິດ. ທ່ານໄດ້ກ່າວວ່າ
ລັດຖະບານ ບໍ່ສາມາດພິສູດໄດ້ວ່າທ່ານແມນນາຝອດ “ກະທຳຜິດ ໂດຍປາດສະຈາກ
ຂໍ້ສົງໄສ” ອັນເປັນມາດຕະຖານ ສຳລັບການຕັດສິນຄວາມຜິດ ໃນລະບົບກົດໝາຍ ຂອງສະຫະລັດ.

ທ່ານ ແວັສລິງ ໄດ້ກ່າວວ່າ ອັນນັ້ນເປັນເຫດຜົນ ທີ່ຄະນະຕໍ່ສູ້ຄະດີ ໄດ້ຕັດສິນໃຈທີ່ຈະ
|ຍຸຕິການນຳສະເໜີຄະດີ ໂດຍທີ່ບໍ່ໄດ້ເອີ້ນພະຍານໃດໆ ເພື່ອໃຫ້ປາກຄຳລວມທັງ
ທ່ານ ແມນນາຝອດ ເອງ.

ທ່ານ ແວັສລິງ ໄດ້ໂຈມຕີ ການໂຕ້ຖຽງຂອງລັດຖະບານ ທີ່ວ່າ ທ່ານ ແມນນາຝອດ ໄດ້
|ຊຸກເຊື່ອງເງິນຫຼາຍລ້ານໂດລາ ຢູ່ບັນຊີທະນາຄານຕ່າງໆ ໃນຕ່າງປະ ເທດ ເພື່ອຫລີກ
ລ່ຽງ ການເກັບພາສີຂອງສະຫະລັດ ເພາະສະນັ້ນ ທ່ານແມນນາຝອດ ຈຶ່ງສາມາດມີເງິນ
ຊື້ເຄື່ອງຂອງຟຸມເຟືອຍໄດ້ນັ້ນ. ທ່ານແວັສລິງ ໄດ້ກ່າວວ່າ ທ່ານ ແມ່ນນາຝອດ ໄດ້ແຈ້ງ
ມູນຄ່າຊັບສິນທັງໝົດ ຫັກໜີ້ສິນແລ້ວ ມີຈຳນວນ 21 ລ້ານ 3 ແສນໂດລາ ໃນທ້າຍປີ
2016.ທ່ານ ແວັສລິງ ຈຶ່ງໄດ້ກ່າວວ່າ “ໂດຍໃຫ້ຫລັກຖານນີ້ແລ້ວ ພວກເຮົາ ເວົ້າໄດ້
ຈັ່ງໃດວ່າ ເພິ່ນບໍ່ມີເງິນ?”

ທ່ານ ແວັສລິງ ຍັງໄດ້ໂຈມຕີ ພະຍານເດັ່ນຂອງຝ່າຍໄອຍະການ ທ່ານ ຣິກ ເກຕສ໌ ກໍ
ຄືອະດີດຮອງປະທານ ຄະນະໂຄສະນາຫາສຽງຂອງ ທ່ານ ທຣຳ ວ່າ ເປັນຄົນຂີ້ຕົວະ
ແລະ ຂີ້ລັກ.

ທ່ານ ເກຕສ໌ ໄດ້ຍອມຮັບສາລະພາບຜິດໄປແລ້ວ ກ່ອນ ການດຳເນີນຄະດີ ຂອງ ທ່ານ ແມນນາຝອດ ໃນການຊ່ອຍເຫຼືອທ່ານ ແມນນາຝອດ ປົກປິດລາຍໄດ້ຫຼາຍລ້ານໂດລາ ຈາກບັນດາເຈົ້າໜ້າທີ່ ພາສີຂອງສະຫະລັດ ແລະ ຜູ້ກ່ຽວ ກຳລັງລໍຖ້າການລົງໂທດຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG