ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ມານາຟອດ ຖືກຕັດສິນ ໃຫ້ຈຳຄຸກ ຕື່ມ 3 ປີເຄິ່ງ ໃນຂໍ້ຫາ ຫຼີກລ່ຽງພາສີ ແລະ ສໍ້ໂກງທະນາຄານ


ພາບແຕ້ມຢູ່ໃນສານ ສະແດງໃຫ້ເຫັນ ທ່ານ ພອລ ມານາຟອດ ກຳລັງຟັງ ຜູ້ພິພາສາ ເອມີ ເບີຣແມນ ແຈັກສັນ ໃນລະຫວ່າງ ການຮັບຟັງການຕັດສິນລົງໂທດ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ມີນາ 2019.
ພາບແຕ້ມຢູ່ໃນສານ ສະແດງໃຫ້ເຫັນ ທ່ານ ພອລ ມານາຟອດ ກຳລັງຟັງ ຜູ້ພິພາສາ ເອມີ ເບີຣແມນ ແຈັກສັນ ໃນລະຫວ່າງ ການຮັບຟັງການຕັດສິນລົງໂທດ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ມີນາ 2019.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ທ່ານຮູ້ສຶກ “ເສຍໃຈ” ແກ່ທ່ານ ພອລ ມານາຟອດ
ອະດີດຫົວໜ້າຄະນະໂຄສະນາຫາສຽງຂອງທ່ານ ແຕ່ບໍ່ໄດ້ຄິດ ທີ່ຈະໃຫ້​ອະ​ໄພ​ໂທດແກ່
ທ່ານເລີຍ.

ຜູ້ພິພາກສາ ລັດຖະບານກາງ ໃນນະ​ຄອນ​ຫຼວງວໍຊິງຕັນ ໄດ້ຕັດສິນລົງໂທດ ທ່ານ
ມານາຟອດ ໃນວັນພຸດວານນີ້ ໃຫ້ຈຳຄຸກ ສາມປີເຄິ່ງ ສຳລັບຂໍ້ຫາ​ສົມຮູ້​ຮ່ວມ​ຄິດ ແລະ
ການໄປຫຍຸ້ງກ່ຽວກັບພະຍານ ຊຶ່ງເກີດມາຈາກວຽກງານຂອງ ທ່ານ ໃນຂະນະເປັນຜູ້
ວິ້ງເຕັ້ນ ໃຫ້ແກ່ອະດີດປະທານາທິບໍດີ ຂອງຢູເຄຣນ ຜູ້ທີ່ສະໜັບສະໜຸນຣັດເຊຍ.

ການຕັດສິນໂທດດັ່ງກ່າວ ແມ່ນເພີ້ມຕື່ມໃສ່ໂທດຈຳຄຸກ 4 ປີ ທີ່ ທ່ານມານາຟອດ ໄດ້
ຮັບ ເມື່ອສັບປະດາແລ້ວນີ້ ຕໍ່ຂໍ້ຫາການຫລີກລ່ຽງພາສີ ແລະການສໍ້ໂກງທະນາຄານ
ຂອງລັດຖະບານກາງ.

ບໍ່ເທົ່າໃດນາທີ ຫຼັງຈາກ ທ່ານມານາຟອດ ໄດ້ຖືກຕັດສິນໂທດ ໃນວັນພຸດວານນີ້
ໄອຍະການຂອງລັດນິວຢອກ ໄດ້ປະກາດວ່າ ພວກເຂົາເຈົ້າ ໄດ້ຟ້ອງ ທ່ານມານາຟອດ
ໃນຂໍ້ຫາປອມແປງບັນທຶກດ້ານການເງິນ ແລະການສໍ້ໂກງໃນດ້ານຊັບສິນ.

ເຖິງແມ່ນວ​ວ່າ ທ່ານທຣຳ ອາດຈະ​ໃຫ້​ອ​ະ​ໄພໂທດ ແກ່ທ່ານມານາຟອດ ​ກ່ຽວກັບ​ກາ​ນ​
ກໍ່ອາຊະຍາກຳ ໃນ​ລະ​ດັບລັດຖະບານກາງ ຫາກແຕ່ທ່ານບໍ່ມີອຳນາດ ຈະເຮັດເຊັ່ນນັ້ນ
ໄດ້ ຕໍ່ຂໍ້ຫາຕ່າງໆ ໃນລະ​ດັບລັດ ຊຶ່ງອາດມີຜົນໄດ້ຮັບໂທດຈຳ ຄຸກເຖິງ 25 ປີ.

ຜູ້ພິພາກສາປະ​ຈຳ​ເຂດ​ຂອງ​ສະ​ຫະ​ລັດ ທ່ານນາງ ເອມີ ເບີຣແມນ ແຈກສັນ ບໍ່ສະເທື​ອນ
ໃຈເລີຍ ​ໃນການວິ້ງວອນຂໍຄວາມເມດຕາຂອງ ທ່ານມານາຟອດ.

ທ່ານ ແຄບເວັນ ດາວນິ້ງ ທະນາຍຄວາມ ຂອງທ່ານ ພອລ ມານາຟອດ, ກ່າວຕໍ່ບັນດານັກຂ່າວ ໃນຂະນະທີ່ ທ່ານ ອອກມາຈາກສານລັດຖະບານກາງ ຫຼັງຈາກ ທ່ານມານາຟອດ ໄດ້ຮັບຟັງການຕັດສິນລົງໂທດ ໃຫ້ຈຳຄຸກ ຢູ່ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 13 ມີນາ 2019.
ທ່ານ ແຄບເວັນ ດາວນິ້ງ ທະນາຍຄວາມ ຂອງທ່ານ ພອລ ມານາຟອດ, ກ່າວຕໍ່ບັນດານັກຂ່າວ ໃນຂະນະທີ່ ທ່ານ ອອກມາຈາກສານລັດຖະບານກາງ ຫຼັງຈາກ ທ່ານມານາຟອດ ໄດ້ຮັບຟັງການຕັດສິນລົງໂທດ ໃຫ້ຈຳຄຸກ ຢູ່ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 13 ມີນາ 2019.

ທ່ານມານາຟອດ ໄດ້ກ່າວໃນຂະນະນັ່ງຢູ່ໃນລໍ້ຄົນປ່ວຍວ່າ “ຂ້າພະເຈົ້າຂໍໂທດ ສຳລັບ
ສິ່ງທີ່ຂ້າພະເຈົ້າ ໄດ້ກະທຳລົງໄປ ແລະ ໝົດທຸກການເຄື່ອນໄຫວໃດໆ ທີ່ໄດ້ນຳ
ພວກເຮົາມານະແຫ່ງນີ້ ໃນມື້ນີ້. ຄະດີນີ້ ໄດ້ເອົາທຸກສິ່ງທຸກຢ່າງໄປຈົນໝົດຈາກ
ຂ້າພະເຈົ້າແລ້ວ ຊັບສົມບັດຂອງຂ້າພະເຈົ້າ ເງິນຄຳຂອງຂ້າພະເຈົ້າ ປະກັນຊີວິດ
ຂອງຂ້າພະເຈົ້າ ບັນຊີສະສົມ ສຳລັບລູກເຕົ້າ ແລະພວກລູກຫຼານ ຂອງຂ້າພະເຈົ້າ
ແລະຫຼາຍໆຢ່າງອີກ.”

ໄອຍະການ ທ່ານ ແອນດຣູ ວາຍສແມນ ໄດ້ຕອບໂຕ້ທ່ານມານາຟອດ ໂດຍ ກ່າວວ່າ
ຈຳເລີຍ ໄດ້ປົກປິດວຽກງານການວິ້ງເຕັ້ນໃຫ້ແກ່ຕ່າງປະເທດ ຈາກ ລັດຖະບານ ຊຸກ
ເຊື່ອງເງິນຫຼາຍລ້ານໂດລາ ເພື່ອໃຊ້ໃນການດຳລົງຊີວິດທີ່ຫຼູຫຼາ ແລະຝຶກສອນພວກ
ພະຍານ ໃຫ້ຕົວະເພື່ອໃຫ້ຕົນພົ້ນຜິດ.

ທ່ານວາຍສແມນ ໄດ້ກ່າວວ່າ “ຂ້າພະເຈົ້າເຊື່ອວ່າ ມັນບໍ່ສະທ້ອນໃຫ້ເຫັນ ເຖິງບຸກຄົນ ຜູ້ທີ່ໄດ້ຮັບບົດຮຽນທີ່ແສນສາຫັດ. ມັນບໍ່ແມ່ນການສະທ້ອນໃຫ້ເຫັນເຖິງ ຄວາມເສຍ
ໃຈ ຕໍ່ການກະທຳຂອງຕົນ. ມັນແມ່ນຫລັກຖານ ທີ່ບາງສິ່ງບາງຢ່າງ ບໍ່ຖືກຕ້ອງ ໃນ
ການ​ຕັດ​ສິນ​ໃຈ​ວ່າ​ແມ່ນ​ຫຍັງ​ດີ​ຫຼື​ຊົ່ວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG