ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ບັນດາທະນາຍຄວາມ ຂອງທ່ານແມນາຟອດຕ໌ ວາງຍຸດທະສາດ ຕິຕຽນອະດີດ ຄູ່ຮ່ວມງານທຸລະກິດ


ທະນາຍຄວາມ ຂອງທ່ານພອລ ແມນາຟອດຕ໌ ຄືທ່ານໂທມັສ ເຊັນເນີລ (ກາງ) ຫ້ອມລ້ອມ ໂດຍພວກນັກຂ່າວ ທີ່ເມືອງ ອາເລັກຊານເດຣຍ ລັດເວີຈີເນຍ ວັນທີ 31 ກໍລະກົດ 2018.

ບັນດາ​ໄອ​ຍະ​ການ​ສະຫະລັດ​ກ່າວ​ວ່າ ອະດີດ​ຜູ້​ບໍລິຫານ​ການ​ໂຄສະນາ​ຫາ​ສຽງ​ຂອງ
ປະທານາທິບໍດີ​ທຣໍາ ທ່ານ​ພອລ ​ແມ​ນາ​ຟອຣຕ໌ ​ເຊື່ອວ່າ ​ທ່ານ​ຢູ່​ເໜືອກົດໝາຍ​ການ​
ເກັບ​ພາສີ ​ແລະ​ ​ທະນາຄານ ​ໃນ​ຂະນະ​ທີ່ທ່ານ​ໃຊ້​ບັນຊີ​ຢູ່​ນອກ​ປະ​ເທດ ​ເພື່ອ​ນຳ​ເອົາ​
ຫຼາຍ​ລ້ານ​ໂດ​ລາ ​ທີ່​ທ່ານເຮັດ​ວຽກໄດ້​ມາ​ຈາກ​ການ​ເມືອງ​ຢູ່ໃນ​ຢູ​ເຄຣນ ​ໃນ​ຂະນະ​ທີ່
​ບັນດາ​ທະນາຍຄວາມ​ຂອງທ່ານ​ແມ​ນາ​ຟອດຕ໌ ​ໄດ້​ນຳ​ເອົາ​ການ​ຕິ​ຕຽນ​ໄປຖິ້ມ​ໃສ່​ຄູ່​
ຮ່ວມ​ທຸລະ​ກິດ​ຂອ​ງຜູ້ກ່ຽວ.

ທ່ານ​ໂທ​ມັສ ​ເຊັນ​ເນີລ ທະນາຍ​ຄວາມຂອງຈຳເລີຍ ກ່າວ​ຢູ່​ໃນ​ການ​ເປີດ​ຖະ​ແຫຼ​ງການ
​ໃນ​ວັນ​ອັງຄານ​ວານ​ນີ້​ ຢູ່​ໃນ​ການ​ດຳ​ເນີນ​ຄະ​ດີ​ ທ່ານ​ແມ​ນາຟອດຕ໌ ກ່ຽວກັບ​ການ​ກ່າວ
​ຫາ​ຕົວະ​ຕົ້ມການ​ເສຍພາສີ ​ແລະ​ທະ​ນາຄາ​ນຢູ່ເມືອງອາ​ເລັກ​ຊານ​ເດຣຍວ່າ “ພວກ​ເຮົາ
​ມາ​ເຕົ້າໂຮມກັນ ​ຢູ່​ທີ່​ນີ້​ຍ້ອນວ່າ​ຜູ້​ຊາຍ​ຄົນ​ນຶ່ງ ທ່ານຣິກ ​ເກດສ໌.”

ທ່ານ​ເຊັນ​ເນີລ ​ໄດ້​ຕິຕຽນ​ທ່ານເກດສ໌ ​ແລະນັກທຸລະກິດ​ທີ່​ຮັ່ງມີ​ຢູ່ ຢູ​ເຄຣນ ຜູ້​ທີ່​ໄດ້​ຈ່າຍ
ຄ່າ​ທັງ​ໝົດ​ສຳລັບວຽກ​ງານ​ປຶກສາ​ດ້ານ​ການ​ເມືອງ​ກັບ​ທ່ານ​ແມ​ນາຟອຣຕ໌ ​ແກ່ອະດີດ​ປະທານາທິບໍດີ​ວິກ​ເຕີຣ ຢາ​ນູ​ໂກ​ວິສຈ໌ ​ແລະ​ຜູ້​ສະໜັບສະໜູນ​ພັກຣັດ​ເຊຍ​ຢູ່​ໃນບັນດາ
ຂົງ​ເຂດ.

ຮູບແຕ້ມຈາກຫ້ອງສານ ທີ່ກຳລັງດຳເນີນຄະດີທ່ານພອລ ແມນາຟອດຕ໌ ທີ່ສີ່ຈາກຊ້າຍ ຢູ່ສານເມືອງອາເລັກຊານເດຣຍ ລັດເວີຈີເນຍ.
ຮູບແຕ້ມຈາກຫ້ອງສານ ທີ່ກຳລັງດຳເນີນຄະດີທ່ານພອລ ແມນາຟອດຕ໌ ທີ່ສີ່ຈາກຊ້າຍ ຢູ່ສານເມືອງອາເລັກຊານເດຣຍ ລັດເວີຈີເນຍ.

ທ່ານ​ແມ​ນາ​ຟອດ ​ແລະທ່ານເກດສ໌ ​ໄດ້​ຖືກ​ກ່າວຫາ​ໃນ​ປີ​ກາຍ​ນີ້​ ​ແລະ​ໃນ​ຕົ້ນ​ປີ​ນີ້​ໃນ​ຂໍ້​
ຫາ​ພົວພັນ​ກັບວຽກ​ງານ​ຢູ່​ໃນ​ຢູ​ເຄຣນ ​ໂດຍ​ໄອ​ຍະ​ການ​ພິ​ເສດ​ທ່ານ​ໂຣ​ເບີດ ມັລ​ເລີ ຜູ່​ທີ່
ໄດ້​ນຳພາ​ການ​ສືບສວນ​ກ່ຽວກັບການ​ແຊກ​ແຊງ​ຂອງຣັດ​ເຊຍ​ໃນ​ການ​ເລືອກ​ຕັ້ງ​ປະທາ
ນາທິບໍດີ​ສະຫະລັດ ປີ 2016.

ທ່ານແມນາຟອດຕ໌ ເດີນທາງມາເຖິງສານ ໃນວັນທີ 15 ເດືອນມິຖຸນາ 2018 ໃນນະຄອນຫຼວງວໍຊິງຕັນ.
ທ່ານແມນາຟອດຕ໌ ເດີນທາງມາເຖິງສານ ໃນວັນທີ 15 ເດືອນມິຖຸນາ 2018 ໃນນະຄອນຫຼວງວໍຊິງຕັນ.

ທ່ານ​ເກດສ໌ ​ໄດ້​ສາລະ​ພາບ​ຜິດ​ ໃນ​ສອງ​ຂໍ້​ຫາ​ກະທໍ​າຜິດ ​ໃນ​ເດືອນ​ກຸມພາ ​ເຫັນ​ພ້ອມ​ທີ່​
ຈະໃຫ້ກາ​ນຮ່ວມ​ມື ​ກັບ​ການ​ສືບສວນ​ຂອງໄອ​ຍະ​ການ​ພິ​ເສດ. ທ່ານໄດ້ໂ​ພ່​ໂຕ​ຂຶ້ນ​ມາ​
ໃນ​ນາມ​ດາຣາຜູ້​ເຫັນ​ເຫດການ​ໃນ​ການ​ສືບ​ສວນຕ້ານ​ທ່ານແມ​ນາ​ຟອດຕ໌.ທ່ານ​ແມ​ນາ
​ຟອດຕ໌ ​ໄດ້​ປະຕິ​ເສດວ່າ ​ບໍ່​ມີ​ຄວາມ​ຜິດ​ກ່ຽວ​ກັບ​ການ​ເສຍ​ພາສີ ​ແລະ​ການກ່າວ​ຫາຕົວະ
ຕົ້ມ​ທະນາຄານ.

ທ່ານຣິກ ເກດສ໌ ອະດີດເຈົ້າໜ້າທີ່ໂຄສະນາຫາສຽງ ປະທານາທິບໍດີດໍໂນລ ທຣໍາ ກຳລັງອອກຈາກສານ ວັນທີ 30 ຕຸລາ 2017.
ທ່ານຣິກ ເກດສ໌ ອະດີດເຈົ້າໜ້າທີ່ໂຄສະນາຫາສຽງ ປະທານາທິບໍດີດໍໂນລ ທຣໍາ ກຳລັງອອກຈາກສານ ວັນທີ 30 ຕຸລາ 2017.

ມີ​ຢູ່​ສອງ​ຈຸດ​ສຳ​ຄັນ​ໃນການ​ກ່າວ​ຫາ​ຕ້ານທ່ານ​ແມ​ນາ​ຟອດສ໌. ນຶ່ງ​ກໍ​ຄື​ທ່ານ​ໄດ້​ຮັບເງິນ​
ຫຼາຍ​ກວ່າ 60 ລ້ານ​ໂດ​ລາ ເປັນ​ຄ່າ​ທຳນຽມ​ໃນ​ການ​ໃຫ້​ຄຳ​ປຶກສາ​ຫາລື​ ໃນ​ຢູ​ເຄຣນ ລະ
ຫວ່າງປີ 2010 ​ແລະ 2014 ​ແຕ່​ໄດ້ຫ​ລົບລີ້​ການ​ເກັບ​ພາສີ​ສະຫະລັດ ກ່ຽວ​ກັບລາຍ​ໄດ້
​ທັງ​ໝົດ​ໂດຍ​ການ​ຕັ້ງບັນດາບໍລິສັດ​ລັບ​ ໃນ​ຈຸດປະສົງ​ຊຸກ​ເຊື່ອງເງິນ ​ວ່າ​ເປັນ ​“ເງິນ​ກູ້ຢືມ.”

wo lesser counts in exchange for cooperation.

Manafort has remained defiant, vowing to fight the charges

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Manafort Trial
please wait
Embed

No media source currently available

0:00 0:00:57 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG