ບັນດາເຈົ້າໜ້າທີ່ ອົງການສັນຕິບານກາງ ຫຼື FBI ຂອງສະຫະລັດໄດ້ບຸກເຂົ້າກວດຄົ້ນ
ເຮືອນ ອະດີດຫົວໜ້າໂຄສະນາຫາສຽງ ຂອງປະທານາທິບໍດີ ດໍໂນລ ທຣຳ ໃນຕອນ
ເຊົ້າມືດເມື່ອທ້າຍເດືອນແລ້ວນີ້ ຊຶ່ງເປັນການເສີມຂະຫຍາຍ ການສອບສວນກ່ຽວກັບ
ການແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ເມື່ອປີກາຍນີ້ ຂອງຣັດເຊຍ.
ການບຸກເຂົ້າໄປກວດຄົ້ນເຮືອນ ຂອງທ່ານ Paul Manafort ຜູ້ທີ່ໄດ້ເຮັດວຽກ ໃຫ້ແກ່
ພັກຣີພັບບລີກັນ ມາເປັນເວລາດົນນານ ຊຶ່ງໄດ້ມີສາຍພົວພັນ ທາງດ້ານການເງິນ ຢ່າງ ເລິກເຊິ່ງກັບ ຣັດເຊຍ ແລະ ຢູເຄຣນ ໄດ້ມີຂຶ້ນ ບໍ່ໄກຈາກນະຄອນ ຫຼວງວໍຊິງຕັນ ອັນ
ເປັນເຂດຊານເມືອງ ທີ່ຕັ້ງຢູ່ໃນລັດເວີຈີເນຍ ແລະໂດຍປາດສະຈາກການເຕືອນລ່ວງໜ້າ.
ພວກຜູ້ຊ່ວຍວຽກ ຂອງທ່ານ Manafort ອາຍຸ 68 ປີ ໄດ້ໃຫ້ການຢືນຢັນ ໃນວັນພຸດ
ວານນີ້ ວ່າ ບັນດາເຈົ້າໜ້າທີ່ລັດຖະບານກາງໄດ້ປະຕິບັດຕາມໝາຍຄົ້ນຂອງສານ ໃນ
ວັນທີ 26 ກໍລະກົດຜ່ານມານີ້ ໂດຍໄດ້ຍຶດເອົາເອກກະສານແລະ ສິ່ງຂອງຈຳນວນນຶ່ງໄປ.
ການບຸກເຂົ້າໄປກວດຄົ້ນດັ່ງກ່າວ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທ່ານ Manafort
ໄດ້ສະໝັກໃຈ ເຂົ້າພົບກັບຄະນະກຳມະການສືບລັບຂອງສະພາສູງ ຊຶ່ງເປັນນຶ່ງ ໃນ
ບັນດາຄະນະກຳມະການ ຂອງລັດຖະສະພາ ທີ່ທຳການສືບສວນ ກ່ຽວກັບຄວາມເປັນ
ໄປໄດ້ວ່າ ມີການສົມຮູ້ຮ່ວມຄິດກັນລະຫວ່າງຄະນະໂຄສະນາ ຫາສຽງ ຂອງທ່ານທຣຳ
ແລະ ບັນດາເຈົ້າໜ້າທີ່ຂອງຣັດເຊຍ ໂດຍມີເປົ້າໝາຍເພື່ອຊ່ອຍໃຫ້ ທ່ານທຣຳ ຊະນະ
ການເລືອກຕັ້ງ ໃນເດືອນພະຈິກ ປີກາຍນີ້.
ເຖິງຢ່າງໃດກໍຕາມ ການບຸກໄປເຂົ້າກວດຄົ້ນນີ້ ແມ່ນເປັນສ່ວນນຶ່ງ ໃນການສືບສວນ
ດ້ານອາຍາ ພາຍໃຕ້ປະຕິບັດງານ ໂດຍໄອຍະການພິເສດ Robert Muller. ທ່ານ
Muller ເຄີຍເປັນຜູ້ອຳນວຍການອົງການ FBI ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ທຳການສືບ
ສວນ ກ່ຽວກັບການເຊື່ອມໂຍງ ລະຫວ່າງ ຄະນະໂຄສະນາຫາສຽງ ຂອງທ່ານທຣຳ
ແລະ ມົສກູ ແລະ ທ່ານທຣຳ ໄດ້ຂັດຂວາງ ຂະບວນການຍຸຕິທຳ ຫຼືບໍ່ ດ້ວຍການປົດ
ທ່ານ James Comey ອະດີດຜູ້ອຳນວຍການ ອົງການ FBI ອີກຄົນນຶ່ງ ໃນຂະນະ
ທີ່ທ່ານ ກຳລັງນຳພາການສືບສວນ ຂອງອົງການຢູ່ນັ້ນ ກ່ອນທີ່ທ່ານ Muller ຈະໄດ້ຮັບ
ເອົາການສອບສວນຕໍ່ໄປ.
ທ່ານທຣຳ ໄດ້ກ່າວ ຫຼັງຈາກທີ່ໄດ້ປົດ ທ່ານ Comey ອອກຈາກໜ້າທີ່ ມາໄດ້ຫຼາຍວັນ
ແລ້ວວ່າ ທ່ານໄດ້ໄຕ່ຕອງເບິ່ງ “ເລື່ອງຂອງຣັດເຊຍນີ້” ໃນເວລາທີ່ທ່ານໄດ້ຕັດສິນໃຈ
ທີ່ຈະປົດທ່ານ Comey ຊຶ່ງຫຼັງຈາກນັ້ນ ທ່ານກໍໄດ້ເວົ້າອວດໂອ້ຕໍ່ບັນດາເຈົ້າໜ້າທີ່
ຂອງຣັດເຊຍ ຢູ່ທີ່ກອງປະຊຸມ ໃນທຳນຽບຂາວ ວ່າ ທ່ານໄດ້ຜ່ອນຄາຍ “ຄວາມກົດດັນ
ທີ່ຍິ່ງໃຫຍ່” ດ້ວຍການປົດທ່ານ Comey ອອກຈາກໜ້າທີ່ ຜູ້ທີ່ທ່ານໄດ້ອະທິບາຍວ່າ
ເປັນ “ຄົນຜີບ້າ ບ້າແທ້ໆເລີຍ.”