ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ມາ​ນາ​ຝອດ ຂຶ້ນ​ສານ​ອີກ ເພື່ອ​ຟັງ​ ຄຳ​ຕັດ​ສິນ​ໂທດ ເພີ່ມ​ເຕີມ


ພາບ​ແຕ້ມ​ຂອງ ທ່ານ ພອ​ລ ມາ​ນາ​ຝອດ ອະ​ດີດ​ຜູ້​ຈັດການ​ ໂຄ​ສະ​ນາ​ຫາ​ສຽງ​ທ່ານ ທ​ຣຳ, ປາ​ກົດ​ຕົວ​ຢູ່​ສານ ​ເພື່ອ​ຟັງ​ຄຳ​ຕັດ​ສິນ​ໂທດ, ສານ​ປະ​ຈຳ​ເຂດ ສະ​ຫະ​ລັດ ໃນ​ເມືອງ ອາ​ເລັກ​ແຊນ​ເດ​ຣຍ, ລັດ ເວີ​ຈິ​ເນຍ. 7 ມີ​ນາ, 2019.
ພາບ​ແຕ້ມ​ຂອງ ທ່ານ ພອ​ລ ມາ​ນາ​ຝອດ ອະ​ດີດ​ຜູ້​ຈັດການ​ ໂຄ​ສະ​ນາ​ຫາ​ສຽງ​ທ່ານ ທ​ຣຳ, ປາ​ກົດ​ຕົວ​ຢູ່​ສານ ​ເພື່ອ​ຟັງ​ຄຳ​ຕັດ​ສິນ​ໂທດ, ສານ​ປະ​ຈຳ​ເຂດ ສະ​ຫະ​ລັດ ໃນ​ເມືອງ ອາ​ເລັກ​ແຊນ​ເດ​ຣຍ, ລັດ ເວີ​ຈິ​ເນຍ. 7 ມີ​ນາ, 2019.

ທ່ານ ພອ​ລ ມາ​ນາ​ຝອດ ອະ​ດີດ​ຜູ້ຈັດ​ການ ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ ຂອງ​ປະ​ທາ​ນາ​
ທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ມີກຳນົດທີ່ຈະຖືກຕັດສິນໂທດໃນວັນພຸດມື້ນີ້
ໃນສານລັດຖະບານກາງທີ່ນະຄອນຫຼວງ ວໍຊິງຕັນ ກ່ຽວກັບ ຂໍ້ກ່າວຫາສົມຮູ້ຮ່ວມຄິດ
ສອງກະທົງ.

ຜູ້​ພິ​ພາກ​ສາ ທ່ານ​ນາງ ເອ​ມີ ເບີ​ແມນ ແຈັກ​ສັນ ສາ​ມາດ​ຕັດ​ສິນ​ໃຫ້​ທ່ານ ມາ​ນາ​ຝອດ
ຖືກຂັງຄຸກເຖິງ 10 ປີໄດ້.

ໃນ​ອາ​ທິດ​ແລ້ວນີ້, ຜູ້​ພິ​ພາກ​ສາ​ລັດ​ຖະ​ບານ​ກາງ​ອີກ​ຄົນ​ນຶ່ງ​ໄດ້​ຕັດ​ສິນ​ໂທດ​ຂັງ​ຄຸກ​ທ່ານ
ມານາຝອດ ແຕ່ພຽງ 47 ເດືອນ ສຳລັບການສໍ້ໂກງພາສີ ແລະ ທະນາຄານ.

ມັນ​ຂຶ້ນ​ກັບ​ທ່​ານ​ນາງ ແຈັກ​ສັນ​ ທີ່​ຈະ​ຕັດ​ສິນ​ວ່າ​ ທ່ານ ມາ​ນາ​ຝອດ ຈະ​ສາ​ມາດ​ຮັບ​ໃຊ້
ໂທດຄັ້ງໃໝ່ຂອງທ່ານ ໃນເວລາດຽວກັນໄດ້ຫຼືບໍ່, ຫຼືການລົງໂທດທີ່ທ່ານນາງຈະຕັດ
ສິນນັ້ນ ຈະເລີ່ມຂຶ້ນຫຼັງຈາກທ່ານໄດ້ເຂົ້າຄຸກຄົບເວລາແລ້ວຈາກຄະດີອື່ນ.

ທ່ານ​ນາງ ແຈັກ​ສັນ ໄດ້​ສັ່ງ​ໃຫ້​ທ່ານ ມາ​ນາ​ຝອດ ເຂົ້າ​ຄຸກ​ໃນ​ປີ​ກາຍນີ້, ຍົກ​ເລີກ​ການ​
ກັກບໍລິເວນຂອງທ່ານ ໃນຄັ້ງທີ່ຜ່ານມາ ໃນການກ່າວຫາ ກ່ຽວກັບ ການແຊກແຊງຕໍ່
ພິຍານ.

ຄະ​ດີ​ດັ່ງ​ກ່າວ​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ສືບ​ສວນ​ສອບ​ສວນ​ ຂອງ​ໄອ​ຍະ​ການ​ພິ​ເສດ ທ່ານ
ໂຣເບີດ ມອລເລີ ກ່ຽວກັບ ການແຊກແຊງຂອງ ຣັດເຊຍ ໃນການເລືອກຕັ້ງສະຫະລັດ
ປີ 2016. ແນວໃດກໍຕາມ, ຂໍ້ກ່າວຫາຕ່າງໆຕໍ່ທ່ານ ມານາຝອດ ແມ່ນບໍ່ໄດ້ກ່ຽວຂ້ອງ
ກັບວຽກງານຂອງທ່ານ ໃນການໂຄສະນາຫາສຽງ ທ່ານ ທ​ຣຳ, ແຕ່​ເປັນ​ວຽກ​ງານ​ຂອງ​
ທ່ານຕາງໜ້າໃຫ້ພັກການເມືອງ ທີ່ສະໜັບສະໜູນ ຣັດເຊຍ ໃນປະເທດ ຢູເຄຣນ.

ທ່ານ ມາ​ນາ​ຝອດ ໄດ້​ສາ​ລະ​ພາບ​ຜິດ ໃນ​ການ​ຕົກ​ລົງ​ກັບ​ກຸ່ມ​ຂອງ​ທ່ານ ມອ​ລ​ເລີ ເພື່ອ
ຮ່ວມມືຢ່າງເຕັມທີ່ ກັບການສືບສວນສອບສວນ ເລື່ອງ ຣັດເຊຍ, ແຕ່ທ່ານນາງ ແຈັກສັນ
ໄດ້ຕັດສິນວ່າ ທ່ານໄດ້ລ່ວງລະເມີດເງື່ອນໄຂ ກ່ຽວກັບ ການຕົກລົງສາລະພາບຜິດ
ດ້ວຍການຂີ້ຕົວະ ຕໍ່ບັນດານັກສຶບສວນສອບສວນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG