ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຊາຍຄົນນຶ່ງ ໃຊ້ມີດແທງຄົນ ຢູ່ໃນລົດໄຟ ໂຕກຽວ


ບັນດາໜ່ວຍກູ້ໄພ ແລະຕຳຫຼວດ ກຳລັງສືບສວນຢຸູ່ບ່ອນເກີດເຫດ ທີ່ສະຖານນີລົດໄຟໃນນະຄອນຫຼວງ ໂຕກຽວ ວັນທີ 31 ຕຸລາ 2021.
ບັນດາໜ່ວຍກູ້ໄພ ແລະຕຳຫຼວດ ກຳລັງສືບສວນຢຸູ່ບ່ອນເກີດເຫດ ທີ່ສະຖານນີລົດໄຟໃນນະຄອນຫຼວງ ໂຕກຽວ ວັນທີ 31 ຕຸລາ 2021.

ອົງການຂ່າວເອພີ ລາຍງານວ່າ ຜູ້ຊາຍຄົນນຶ່ງນຸ່ງເຄື່ອງຄືກັບໂຕຕະຫລົກ ແລະ ແກວ່ງມີດ
ໄປມາ ໄດ້ແທງຜູ້ໂດຍສານຢູ່ເທິງລົດໄຟໃນນະຄອນຫຼວງ ໂຕກຽວ ກ່ອນທີ່ລາວເລີ້ມຈູດ
ໄຟເຜົາ ເຮັດໃຫ້ຜູ້ໂດຍສານໄດ້ຮັບບາດເຈັບ ແລະ ເກີດ ຄວາມວຸ້ນວາຍຟ້າວປິນອອກຈາກ
ປ່ອງຢ້ຽມ, ອີງຕາມການກ່າວຂອງ ບັນດາເຈົ້າໜ້າທີ່ ແລະ ຜູ້ເຫັນເຫດການ.

ກົມດັບເພີງຢູ່ນະຄອນຫຼວງໂຕກຽວ ກ່າວວ່າຜູ້ໂດຍສານ 17 ຄົນໄດ້ຮັບ ບາດເຈັບຮວມທັງ
ສາມຄົນອາການສາຫັດ. ບໍ່ແມ່ນໝົດທຸກຄົນໄດ້ຖືກແທງ ແລະ ຜູ້ທີ່ໄດ້ຮັບບາດເຈັບສ່ວນ
ໃຫຍ່ແມ່ນບໍ່ຮ້າຍແຮງ, ອີງຕາມການກ່າວຂອງກົມດັບເພີງ.

ຜູ້ໂຈມຕີ ທີ່ຕຳຫຼວດໄດ້ລະບຸວ່າແມ່ນ ທ້າວ ກຽວຕະ ຮັດໂຕຣີ (Kyota Hattori) ອາຍຸ 24
ປີ ໄດ້ຖືກຈັບຄາທີ່ຫຼັງຈາກການໂຈມຕີໃນວັນອາທິດວານນີ້ ແລະກຳລັງຖືກສອບສວນໃນຂໍ້
ສົງໄສພະຍາຍາມຄາດຕະກຳ, ອີງຕາມການກ່າວຂອງຕຳຫຼວດ ເຂດເທດສະບານ ໂຕກຽວ
ໃນວັນຈັນມື້ນີ້.

ຜູ້ໂຈມຕີ ທີ່ຂີ່ລົດໄຟດ່ວນມຸ່ງໜ້າໄປສະຖານີ ຊິນຈູກຸ ຂອງນະຄອນຫຼວງ ໂຕກຽວ, ໄດ້ຈົກ
ເອົາມີດອອກມາຢ່າງກະທັນຫັນ ແລະ ແທງໜ້າເອີກເບື້ອງຊ້າຍຂອງຜູ້ໂດຍສານອາຍຸປະ
ມານ 70 ປີທີ່ນັ່ງຢູ່ຕັ່ງ ອີງຕາມການກ່າວຂອງຕຳຫຼວດ. ຕຳຫຼວດເວົ້າວ່າລາຍລະອຽດ ກ່ຽວ
ກັບ ການບາດເຈັບຂອງຜູ້ໂດຍສານຄົນອີກ 16 ຄົນ ຍັງກຳລັງຖືກສືບສວນຢູ່.

ຕຳຫຼວດກ່າວຕໍ່ບັນດາເຈົ້າໜ້າທີ່ວ່າ ລາວ ຢາກຂ້າຄົນ ແລະ ຖືກໂທດ ປະຫານຊີວິດ. ໂທລ
ະພາບ ນິບປົງ (Nippon) ກ່າວວ່າ ລາວຍັງກ່າວວ່າ ລາວ ໄດ້ໃຊ້ການແທງກັນຢູ່ເທິງລົດໄຟ
ທີ່ເກີດຂຶ້ນກ່ອນໜ້ານີ້ເປັນຕົວຢ່າງ.

ບັນດາຜູ້ເຫັນເຫດການໄດ້ບອກຕຳຫຼວດວ່າ ຜູ້ໂຈມຕີໄດ້ນຸ່ງເຄື່ອງສີແສດ, ເສື້ອສີ ຂຽວ, ຊຸດ
ແວັດສີຟ້າ ແລະເສື້ອຄຸມສີມ້ວງ ຄືກັບຜູ້ຮ້າຍໂຕຕະຫລົກ ໃນປຶ້ມກາຕູນມະນຸດ ເຈຍ ຫຼື
Batman, ຫຼຶື ຄົນຜູ້ ທີ່ກໍາລັງຈະໄປບຸນຜີ ຮາໂລວິນ ອີງຕາມລາຍການຕ່າງໆຂອງສື່ມວນຊົນ.

ຮູບພາບວີດີໂອທີ່ຖືກເຜີຍແຜ່ໃນສື່ສັງຄົມໂດຍຜູ້ເຫັນເຫດການ ໄດ້ສະແດງໃຫ້ເຫັນຜູ້ຕ້ອງ
ສົງໄສນັ່ງຢູ່ ພ້ອມດ້ວຍຂາໄຂວ່ກັນ ແລະ ສູບຢາຢູ່ໃນຕູ້ນຶ່ງຂອງລົດໄຟ, ເຊິ່ງເດົາວ່າແມ່ນ
ຫຼັງຈາກການໂຈມຕີ.

ພວກເຈົ້າໜ້າທີ່ຕຳຫຼວດ ໂຕກຽວ ກ່າວວ່າການໂຈມຕີໄດ້ເກີດຂຶ້ນຢູ່ໃນລົດໄຟ ເຄໂອ
(Keio) ໃກ້ກັບສະຖານີ ໂຄຄຸຣຽວ (Kokuryo)

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG