ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊາຍທີ່ໄດ້ຖ່າຍຮູບສະຖານທີ່ ທີ່ສຳຄັນຂອງສະຫະລັດ ສຳລັບການໂຈມຕີຂອງຜູ້ກໍ່ການຮ້າຍ ທີ່ອາດຈະເປັນໄປໄດ້ ຖືກຕັດສິນໂທດ​ແລ້ວ


ແຟ້ມພາບ - ກາປະທັບຂອງກະຊວງຍຸຕິທຳ ທີ່ເຫັນໄດ້ ຢູ່ນະຄອນຫຼວງວໍຊິງຕັນ ວັນທີ 28 ພະຈິກ 2018
ແຟ້ມພາບ - ກາປະທັບຂອງກະຊວງຍຸຕິທຳ ທີ່ເຫັນໄດ້ ຢູ່ນະຄອນຫຼວງວໍຊິງຕັນ ວັນທີ 28 ພະຈິກ 2018

ນັກພັດທະນາຊອບແວໃນລັດນິວເຈີຊີ ທີ່ໄອຍະການກ່າວວ່າ ຄັ້ງນຶ່ງໄດ້ຖ່າຍຮູບສະຖານທີ່ສໍາຄັນໃນນະ​ຄອນນິວຢອກ, ບອສຕັນ ແລະນະຄອນຫຼວງວໍຊິງຕັນດີຊີ, ສຳລັບການໂຈມຕີຂອງຜູ້ກໍ່ການຮ້າຍ ທີ່ອາດຈະເປັນໄປໄດ້ ໄດ້ຖືກຕັດສິນໂທດຈໍາຄຸກ 12 ປີ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ຜູ້ພິພາກສາລັດຖະບານກາງ ທ່ານພອລ ຈີ. ກາເດພ (Paul G. Gardephe) ກ່າວວ່າ ມັນເບິ່ງຄືວ່າ ທ້າວ ອເລັກຊີ ຊາບ (Alexei Saab) ຈະບໍ່ເປັນອັນຕະລາຍ ຫຼືມີແນວໂນ້ມທີ່ຈະກໍ່ອາດຊະຍາກຳອີກຕໍ່ໄປ. ທ້າວ ຊາບ (Saab) ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ​ໃນ​ວັນ​ອັງ​ຄານ​ວານ​ນີ້ ຢູ່​ໃນ​ສານ​ລັດ​ຖະ​ບານ​ກາງເມືອງ Manhattan. ຄະນະ​ຕຸລາການ​ໃນ​ປີ​ກາຍ​ນີ້​ ໄດ້​ປະຕິ​ເສດ​ຕໍ່ຂໍ້​ກ່າວ​ຫາ​ ການໃຫ້ການ​ສະໜັບສະໜູນ​ດ້ານ​ວັດຖຸ​ ແກ່​ກຸ່ມ​ກໍ່​ການ​ຮ້າຍ, ໂດຍ​ຕັດສິນ​ໂທດ ທ້າວ ຊາບ (Saab) ວ່າ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ແບບ​ທະຫານ​ ຈາກ​ອົງການອິສລາມ ຈີຮາດ (Jihad) ຂອງກຸ່ມເຮສ​ໂບລ​ລາ (Hezbollah). ທ່ານ ກາເດພ (Gardephe) ກ່າວວ່າ ທ້າວຊາບ (Saab) ໄດ້ກາຍເປັນນັກໂທດແບບຢ່າງນັບຕັ້ງແຕ່ການຈັບກຸມໃນປີ 2019 ຂອງລາວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG