ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກທ້າທາຍມັດຈຸລາດ ໄຕ່ເຫລັກລວດ ຂ້າມເຫວ​ Grand Canyon (ສະໄລດ໌/ວິດີໂອ)


ທ່ານ Nik Wallenda ໄດ້​ປະສົບ​ຜົນສໍາ​ເລັດ ​ໃນ​ການ​ຍ່າງ​ໄຕ່ເຫລັກ​ລວດ ທີ່​ມີ​ຄວາມ​ໜາພຽງຫ້າ​ຊັງ​ຕີ​ແມດ ຂ້າມ​ເຫວ​ Grand Canyon.
ທ່ານ Nik Wallenda ໄດ້​ປະສົບ​ຜົນສໍາ​ເລັດ ​ໃນ​ການ​ຍ່າງ​ໄຕ່ເຫລັກ​ລວດ ທີ່​ມີ​ຄວາມ​ໜາພຽງຫ້າ​ຊັງ​ຕີ​ແມດ ຂ້າມ​ເຫວ​ Grand Canyon.
ນັກ​ທ້າ​ທາຍມັດ​ຈຸລາ​ດຊາວ​ອາ​ເມຣິກັນ ທ່ານ Nik Wallenda
​ໄດ້​ປະສົບ​ຜົນສໍາ​ເລັດ ​ໃນ​ການ​ຍ່າງ​ໄຕ່ເຫລັກ​ລວດ ທີ່​ມີ​ຄວາມ​
ໜາພຽງຫ້າ​ຊັງ​ຕີ​ແມດ ຂ້າມ​ເຫວ​ Grand Canyon.

ນັກໄຕ່ເຫລັກ​ລວດສ່ຽງ​ຕາຍ ທີ່​ຮ້ອງ​ໂຕເອງວ່າ​ເປັນ "ລາຊາໄຕ່​
ເຫລັກ​ລວດສູງ" ​ໄດ້​ເຮັດ​ສໍາ​ເລັດ​ຢ່າງ​ໜ້າ​ງຶດ​ງໍ້ ການ​ສ່ຽງ​ຕາຍ​ທີ່
ໂລດໂຜນ ແລະໜ້າ​ຕື່ນ​ຕົກ​ໃຈດັ່ງກ່າວ ຢູ່​ບົນ​ເສ້ນ​ລວດ ທີ່​ມີ​
ຄວາມຍາວ 1400 ຟີ​ຕ ຫລື​ປະມານ 426 ​ແມັດ ​ແລະ​ຢູ່ສູງກວ່າ
450 ​ແມັດຈາກແມ່​ນໍ້າ Little Colorado ​ທີ່ຢູ່​ກົ້ນ​ເຫວ ແລະ​ໃຊ້​
ເວລາ​ພຽງ​ແຕ່ 22 ນາ​ທີກ່ວາໆ ເທົ່າ​ນັ້ນ.

ທ່ານ Wallenda ​ໄດ້ໄຕ່​ລວດຂ້າມເຫວ Grand Canyon ​ໃນ
​ແລງ​ວັນ​ອາທິດ ວານ​ນີ້ ​ໂດຍ​ບໍ່​ມີຕະໜ່າງ​ປ້ອງ​ກັນໃດໆ ຫລື​ມີ
​ເສ້ນ​ເຫລັກ​ເກາະ​ໂຕ​ໄວ້ ​ໃນ​ຂະນະ​ທີ່​ມີ​ລົມ​ພັດ​ຢູ່​ອ້ອມຂ້າງລາວ
ເຮັດ​ໃຫ້​ສາຍ​ເຫລັກ​ລວດ​ກວາ​ຍ​ໄປມາ. ທ່ານເປັນ​ຄົນ​ເປີດ​ເຜີຍ
ທີ່​ສຸດ ກ່ຽວ​ກັບ​ຄວາມ​ເຊື່ີອຖືອັນ​ໜັກ​ແໜ້ນໃນ​ສາສະໜາຄຣິສ
ຂອງ​ທ່ານ ​ແລະຜູ້​ຊົມ​ສາມາດ​ໄດ້​ຍິນສຽງ​ທ່ານພາ​ວັນນາ ​
ຢູ່​ຕະຫລອດເວລາ​ຍ່າງ​ຂ້າມຢູ່​ນັ້ນ.

ທ່ານ Wallenda ​ໄດ້ກົ້ມ​ລົງ​ຈູ​ບພື້ນ​ດິນ ​ເວລາ​ທ່ານ​ໄດ້​ຂ້າມໄປຮອດ​ອີກເບື້ອງ​ນຶ່ງ ​ໃນ​ຂະນະ​ທີ່​ບັນດາ​ຜູ້​ເບິ່ງ​ພາກັນ​ຮ້ອງ​ໂຮ​ສະໜັບສະໜູນ.



​ໂທລະພາບຊ່ອງ The Discovery Channel ​ໄດ້​ຖ່າຍ​ທອດສົດການສ່ຽງ​ຕາຍແບບ
ສະຫຍອງ​ຂວັນນີ້ ໃຫ້​ຄົນ​ໄດ້​ເບິ່ງຢູ່​ທົ່ວ​ໂລກ.

ທ່ານ Wallenda ອາຍຸ 34 ປີ ​ເປັນ​ສະ​ມາ​ຊິກຄອບຄົວ “Wallenda ບິນ​ໄດ້” ຫລື "the Flying Wallendas" ຊຶ່ງ​ເປັນ​ຄອບ​ຄົວນັກກາຍຍະ​ສິນ ທີ່​ສະແດງການສ່ຽງຕາຍແບບ
ນີ້ ມາ​ໄດ້ເຈັດ​ຊົ່ວ​ເຊັ່ນ​ຄົນ​ແລ້ວ. ສະມາຊິກ​ຄອບຄົວ​ຂອງ​ທ່ານຫລາ​ຍຄົນ ຮວມ​ທັງ​ພໍ່ຂອງ
​ພໍ່​ຕູ້​ ​ໄດ້​ເສຍ​ຊີວິດ ​ໃນ​ຂະນະ​ທີ່​ສະ​ແດງສ່ຽງ​ໄພ​ຢ່າງໂລດ​ໂຜນ.

ປີ​ກາຍ​ນີ້ ທ່ານ Wallenda ​ກໍໄດ້​ສ້າງ​ປະຫວັດສາດ ​ໃນ​ການ​ເປັນ​ຄົນ​ດຽວເທົ່າ​ນັ້ນ ທີ່ຍ່າງ
ຕາມເຫລັກ​ລວດ​ສູງ ຂ້າມນໍ້າຕົກ Niagra Falls ລະຫວ່າງ​ຊາຍ​ແດນຂອງ ສະຫະລັດ ​ແລະ​ກາ​ນາ​ດາ​.
​ ​

US Highwire
please wait
Embed

No media source currently available

0:00 0:00:46 0:00
XS
SM
MD
LG