ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ຊາຍທີ່ຖືກຍິງ ຢູ່ນອກສຳນັກງານໃຫຍ່ ຂອງອົງການ CIA ເສຍຊີວິດຢູ່ໂຮງໝໍ


ລົດຕຳຫຼວດຈອດຢູ່ນອກປະຕູທາງເຂົ້າສຳນັກງານໃຫຍ່ຂອງອົງການ CIA ໃນເມືອງ ແລງລີ, ລັດ ເວີຈິເນຍ. 3 ພຶດສະພາ, 2021.
ລົດຕຳຫຼວດຈອດຢູ່ນອກປະຕູທາງເຂົ້າສຳນັກງານໃຫຍ່ຂອງອົງການ CIA ໃນເມືອງ ແລງລີ, ລັດ ເວີຈິເນຍ. 3 ພຶດສະພາ, 2021.

ຜູ້ຊາຍຕິດອາວຸດຄົນນຶ່ງ ຜູ້ທີ່ໄດ້ພະຍາຍາມເຂົ້າໄປໃນຕຶກໃຫຍ່ຂອງອົງການສູນກາງການສືບລັບ ຫຼື CIA ຂອງສະຫະລັດ ທີ່ຕັ້ງຢູ່ນອກນະຄອນຫຼວງ ວໍຊິງຕັນ ໄດ້ເສຍຊີວິດແລ້ວ.

ບັນດາເຈົ້າໜ້າທີ່ອົງການສັນຕິບານກາງ ຫຼື FBI ໄດ້ກ່າວໃນວັນອັງຄານວານນີ້ວ່າຜູ້ຊາຍທີ່ບໍ່ສາ ມາດລະບຸຕົວໄດ້, ຜູ້ທີ່ຖືກຍິງຫຼາຍຄັ້ງຫຼັງຈາກຖືກປະຕິເສດບໍ່ໃຫ້ຜ່ານປະຕູໃຫຍ່ຂອງອົງການ CIA ນັ້ນ, ໄດ້ເສຍຊີວິດຢູ່ໂຮງໝໍຍ້ອນອາການບາດເຈັບຂອງລາວ.

ອົງການ FBI ບໍ່ໄດ້ບອກ ກ່ຽວກັບ ແຮງຈູງໃຈສຳລັບເຫດການຂອງວັນຈັນທີ່ຜ່ານມາ, ເຊິ່ງໄດ້ເຮັດໃຫ້ການສັນຈອນຕິດຄ້າງເປັນເວລາຫຼາຍຊົ່ວໂມງຢູ່ໃກ້ກັບຕຶກຂອງອົງການ CIA ໃນເມືອງ ແລງລີ ລັດ ເວີຈີເນຍ.

ຫ້ອງການພາກສະໜາມຂອງອົງການດັ່ງກ່າວໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ອົງການ FBI ຈະທົບທວນທຸກໆເຫດການຍິງກັນທີ່ປະກອບມີເຈົ້າໜ້າທີ່ພິເສດ FBI. ການທົບທວນດັ່ງກ່າວຈະພິຈາລະນາຢ່າງລະມັດລະວັງ ກ່ຽວກັບ ສະຖານະການຂອງການຍິງກັນ ແລະ ເກັບກຳເອົາຫຼັກ ຖານທີ່ສຳຄັນຈາກຈຸດເກີດເຫດ.”

ເຂົາເຈົ້າໄດ້ກ່າວຕື່ມວ່າ “ໃນຂະນະທີ່ການທົບທວນຍັງຄົງດຳເນີນໄປຢູ່ນັ້ນ, ພວກເຮົາບໍ່ສາມາດໃຫ້ລາຍລະອຽດເພີ່ມເຕີມໃດໆໃນເວລານີ້.”

ເຫດການດັ່ງກ່າວໄດ້ເລີ່ມຂຶ້ນໃນຕອນແລງຂອງວັນຈັນທີ່ຜ່ານມາ, ເວລາທີ່ຜູ້ຊາຍຄົນນຶ່ງໄດ້ຂັບລົດຂອງລາວໄປທາງເຂົ້າຫຼັກຂອງອົງການ CIA, ເຊິ່ງຖືກປ້ອງກັນໂດຍຍາມຕິດອາວຸດ ແລະ ປະຕູຫຼາຍຊັ້ນ.

ບັນດາເຈົ້າໜ້າທີ່ FBI ໄດ້ຖືກເອີ້ນໃຫ້ມາຊ່ວຍເຫຼືອ່ຢາງວ່ອງໄວໃນຂະນະທີ່ບັນດາເຈົ້າໜ້າບັງຄັບໃຊ້ກົດໝາຍທ້ອງຖິ່ນໄດ້ຊ່ວຍເຫຼືອໃນການສັນຈອນຕາມຖະໜົນ.

ອີງຕາມອົງການ FBI ນັ້ນ, ຫຼັງຈາກລາວໄດ້ຖືກປະຕິເສດບໍ່ໃຫ້ເຂົ້າໄປ, ຜູ້ຕ້ອງສົງໄສດັ່ງກ່າວ “ໄດ້ອອກມາຈາກລົດຂອງລາວພ້ອມກັບອາວຸດ ແລະ ຖືກເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍເຂົ້າໄປພົວ ພັນ.”

ໂຄສົກອົງການ CIA ຄົນນຶ່ງໄດ້ກ່າວຕໍ່ວີໂອເອໃນວັນຈັນທີ່ຜ່ານມາວ່າ ສຳນັກງານໃຫຍ່ຂອງອົງ ການຍັງຄົງມີຄວາມປອດໄພໃນຕະຫຼອດເຫດການທີ່ເກີດຂຶ້ນ ແລະ ໄດ້ມອບຄຳຖາມເພີ່ມເຕີມໃຫ້ອົງການ FBI ເປັນຜູ້ຕອບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG