ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊາຍຄົນນຶ່ງ ໃສ່ເຄື່ອງແບບ ອັຟການິສຖານ ສັງຫານ ທະຫານ ສຫລ 3 ຄົນ.


ຜູ້ຊາຍຄົນນຶ່ງ ນຸ່ງເຄື່ອງແບບທະຫານ ອັຟການິສຖານ ໄດ້ສັງຫານ ທະຫານ ອາເມຣິກາ ຕາຍ 3 ຄົນຢູ່ພາກຕາເວັນຕົກສຽງໃຕ້ຂອງ ອັຟການິສຖານ.
ຜູ້ຊາຍຄົນນຶ່ງ ນຸ່ງເຄື່ອງແບບທະຫານ ອັຟການິສຖານ ໄດ້ສັງຫານ ທະຫານ ອາເມຣິກາ ຕາຍ 3 ຄົນຢູ່ພາກຕາເວັນຕົກສຽງໃຕ້ຂອງ ອັຟການິສຖານ.

ຜູ້​ຊາຍ​ຄົນ​ນຶ່ງ​ ນຸ່ງ​ເຄື່ອງ​ແບບ​ທະຫານອັຟກາ​ນິສຖານ ​ໄດ້​ສັງຫານທະຫານ​ອາ​ເ​ມຣິກາສາມ​
ຄົນ ຢູ່່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງໃຕ້​ຂອງອັຟກາ​ນິສຖານ.

ອົງການ NATO ກ່າວ​ວ່າ ພວກ​ທະຫານທັງ​ສາມ ​ໄດ້​ຖືກ​ສັງຫານ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ສຸກມື້
ນີ້ ທີ່ເມືອງ Sangin ​ໃນແຂ​ວງ Helmand.

​ເຈົ້າ​ໜ້າ​ທີ່ອັຟກາ​ນິສຖານ ກ່າວ​ວ່າ ມື​ປືນ​ແມ່ນ​ຜູ້​ບັນຊາ​ການ​ຕໍາຫລວດ. ​ເຂົາ​ເຈົ້າ​ກ່າວ​ວ່າ


ລາວ​ໄດ້​ເຊີນ​ພວກ​ທະຫານໄປກິນ​ເຂົ້າ ​ບ່ອນ​ທີ່​ລາວ​ເອົາ​ປືນ​ຍິງ​ເຂົາ​ເຈົ້າ​ແລ້ວ​ຫລົບໜີ​ໄປ.

ການ​ຍິງ​ກັນ​ໃນ​ຄັ້ງນີ້​ເປັນເຫດການ​ຫຼ້າສຸດໃນການ​ສັງຫານ ​ແລະ​ໂຈມ​ຕີຕິດ​ຕໍ່​ກັນ​ມາ​ເປັນ​ລຳດັບ
ຕໍ່ທະຫານ​ຕ່າງປະ​ເທດ ໂດຍທະຫານ​ອັຟກາ​ນິສຖານ ຫລື​ພວກ ກະບົດ​ທີ່ປອມຕົວ​ໃສ່​ເຄື່ອງ​
ແບບ​ທະຫານ​ອັຟກາ​ນິສຖານ​ນັ້ນ.

ທ​ະຫານອົງການ​ເນ​ໂຕ ​ໄດ້​ສັງຫານທະຫານ​ອັຟກາ​ນິສຖານ​ຄົນ​ນຶ່ງ ​ໃນ​ວັນ​ພະ​ຫັດວານນີ້ ​
ເວລາ​ລາວ​ພະຍາຍາມ​ທີ່​ຈະ​ຍິງສະມາຊິກກຳລັງ​ປະສົມນາໆ​ຊາດ ຢູ່ທີ່​ຄ້າຍ​ທະ​ຫານ​ແຫ່ງ​ນຶ່ງ
ທາງ​ພາກ​ຕາ​ເວັນ​ອອກຂອງອັຟກາ​ນິສ​ຖານ.

​ໃນ​ວັນ​ອັງຄານຜ່ານ​ມານີ້ ອົງການ​ເນ​ໂຕກ່າວ​ວ່າ ຜູ້​ຊາຍ​ສອງ​ຄົນ​ທີ່ນຸ່ງ​ເຄື່ອງ​ແບບທະຫານກອງ
ທັບ​ແຫ່ງ​ຊາດຂອງ​ອັ​ຟກາ​ນິສຖານ ໄດ້ສັງຫານທະຫານ​ຄົນ ນຶ່ງ​ຂອງ​ກຳລັງປະສົ​ມນາໆ​ຊາດ.

​ພາຍ​ໃນ​ປີ​ນີ້ ​ໄດ້​ມີ​ການ​ໂຈມ​ຕີຢ່າງ​ໜ້ອຍ 25 ຄັ້ງ​ທີ່​ຮ້ອງ​ວ່າ “ຂຽວສູ້​ກັບ​ຟ້າ” ຊຶ່ງ​ໝາຍ​ເຖິງ​ສີ
​ຂອງເຄື່ອງ​ແບບ​ທະຫານ.

XS
SM
MD
LG