ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊາຍທີ່ອ້າງວ່າ ເປັນອະດີດເຈົ້າໜ້າທີ່ຣັດເຊຍ ຕ້ອງການເປັນພະຍານ ຢູ່ສານອາຍາສາກົນ ກ່ຽວກັບອາຊະຍາກຳ ຢູ່ໃນຢູເຄຣນ


ແຟ້ມພາບ - ຮູບພາບດ້ານນອກຂອງສານອາຍາສາກົນ ໄດ້ຖືກຖ່າຍໃນນະຄອນເຮັກ,​ ປະເທດເນເທີແລນ, ວັນທີ 31 ມີນາ 2021.
ແຟ້ມພາບ - ຮູບພາບດ້ານນອກຂອງສານອາຍາສາກົນ ໄດ້ຖືກຖ່າຍໃນນະຄອນເຮັກ,​ ປະເທດເນເທີແລນ, ວັນທີ 31 ມີນາ 2021.

ອະດີດທະຫານຣັດເຊຍຄົນນຶ່ງ ໄດ້ຂໍລີ້ໄພຢູ່ໃນປະເທດເນເທີແລນ ແລະຕ້ອງ ການເປັນພະຍານຢູ່ສານອາຍາສາກົນ (ICC) ກ່ຽວກັບອາຊະຍາກຳສົງຄາມໂດຍຣັດເຊຍ ທີ່ລາວໄດ້ເຫັນໃນຂະນະທີ່ກຳລັງສູ້ລົບຢູ່ໃນຢູເຄຣນ, ແຫຼ່ງຂ່າວທາງກົດໝາຍຂອງເນເທີແລນ ກ່າວຕໍ່ ອົງການຂ່າວ ຣອຍເຕີສ໌ ໃນວັນອັງຄານວານນີ້.

ຜູ້​ຊາຍ​ທີ່​ລະບຸ​ຕົວ​ຕົນ​ໃນ​ສື່​ມວນ​ຊົນ​ເນເທີແລນ​ວ່າ​ຊື່ ອິກໍ ຊາລິຄອຟ (Igor Salikov) ທີ່ມີອາຍຸ 60 ປີ​ ກ່າວ​ວ່າ ລາວ​ເຄີຍ​ເປັນ​ສະມາຊິກ​ຂອງ​ກອງ​ກຳລັງທີ່​ໜູນລັງໂດຍຣັດ​ເຊຍ ຂອງສາທາລະນະ​ລັດ​ປະຊາຊົນ ໂດເນດ (Donetsk) ທີ່ຢູ່ທາງພາກຕາເວັນອອກຂອງຢູເຄຣນ ມາຕັ້ງແຕ່ປີ 2014 ​ແລະ​ໄດ້​ເຄີຍເຮັດ​ວຽກ​ເປັນ​ຄູ​ຝຶກໃຫ້ກຸ່ມ​ທະຫານຮັບ​ຈ້າງ Wagner ​ໃນ​ຢູ​ເຄຣນ.

ອົງການຂ່າວຣອຍເຕີສ໌ ບໍ່​ສາມາດ​ກວດ​ສອບຕໍ່າແໜ່ງ​ຂອງລາວ​ ​ທັງໃນ​ກອງກຳ ລັງ​ແບ່ງ​ແຍກ​ດິນ​ແດນ​ທີ່​ສະໜັບສະໜູນ​ຣັດ​ເຊຍ ຫຼື​ກຸ່ມ Wagner ໄດ້ຢ່າງເປັນອິດສະຫຼະ.

ໄອຍະການສູງສຸດດ້ານອາດຊະຍາກຳສົງຄາມຂອງຢູເຄຣນ ທ່ານຢູຣິ ເບລູຊອຟ (Yurii Belousov) ກ່າວຕໍ່ ອົງການຂ່າວຣອຍເຕີສ໌ວ່າ ທ່ານ ຊາລິຄອຟ (Salikov) ໄດ້ຕິດຕໍ່ກັບໄອຍະການຢູເຄຣນ ມາເປັນເວລາຫຼາຍກວ່າ 6 ເດືອນ ແລະໄດ້ໃຫ້ການເປັນພະຍານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG