ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້​ຊາຍ​ ຖືກ​ຕັ້ງ​ຂໍ້​ຫາ ອາ​ຊະ​ຍາ​ກຳ ຄຽດ​ຊັງ ໃນ​ການ​ສາດ​ນ້ຳ​ກົດ​ ໃສ່ ຄົນອາ​ເມ​ຣິ​ກາ ລາ​ຕິນ


ໄອ​ຍະ​ການ​ເມືອງ ມິ​ລ​ວໍ​ກີ ທ່ານ ຈອນ ຈິ​ສ​ໂຮມ ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ທ້າວ ຄ​ລິ​ຟ​ຕັນ ແບ​ລັກ​ແວ​ລ, ກ່ຽວ​ກັ​ບ ອາ​ຊະ​ຍາ​ກຳ ຄຽດ​ຊັງ ໃນ​ການ​ໂຈມ​ຕີ​ສາດ​ນ້ຳ​ກົດ​ໃສ່​ ເມື່ອ​ວັນ​ທີ 1 ພະ​ຈິກ 2019. ເມືອງ ມິ​ລ​ວໍ​ກີ, ລັດ ວິ​ສ​ຄອນ​ຊິນ.
ໄອ​ຍະ​ການ​ເມືອງ ມິ​ລ​ວໍ​ກີ ທ່ານ ຈອນ ຈິ​ສ​ໂຮມ ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ທ້າວ ຄ​ລິ​ຟ​ຕັນ ແບ​ລັກ​ແວ​ລ, ກ່ຽວ​ກັ​ບ ອາ​ຊະ​ຍາ​ກຳ ຄຽດ​ຊັງ ໃນ​ການ​ໂຈມ​ຕີ​ສາດ​ນ້ຳ​ກົດ​ໃສ່​ ເມື່ອ​ວັນ​ທີ 1 ພະ​ຈິກ 2019. ເມືອງ ມິ​ລ​ວໍ​ກີ, ລັດ ວິ​ສ​ຄອນ​ຊິນ.

ບັນ​ດາ​ຜູ້​ພິ​ພ​າກ​ສາ​ໃນເມືອງ ມິ​ລ​ວໍ​ກີ, ລັດ ວິ​ສ​ຄອນ​ຊິນ, ໄດ້​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ຜູ້​ຊາຍ​ຜິວ​ຂາ​ວ​ຄົນ​ນຶ່ງ ກ່ຽວ​ກັບ ອາ​ຊະ​ຍາ​ກຳ ຄຽດ​ຊັງ ໃນ​ການ​ໂຈມ​ຕີ​ສາດ​ນ້ຳ​ກົດ​ໃສ່ຜູ້​ຊາຍ ອ​າ​ເມ​ຣິ​ກາ ລາ​ຕິນ ຄົນ​ນຶ່ງ​ໃນ​ອ​າ​ທິດ​ທີ່​ຜ່ານ​ມາ.

ທ້າວ ຄ​ລິ​ຟ​ຕັນ ແບ​ລັກ​ແວ​ລ (Clifton Blackwell) ຖືກ​ຕັ້ງ​ຂໍ້​ຫາ ກໍ່​ອາ​ຊະ​ຍາ​ກຳ​ທີ່​ສ້າງ​ຄວາມ​ສ່ຽງ​ຕໍ່​ການ​ບາດ​ເຈັບ​ຢ່າງ​ຮ້າຍ​ແຮງລະ​ດັບ​ນຶ່ງ, ແຕ່​ການ​ຕັ້ງ​ຂໍ້​ກ່າວ​ຫາ​ເພີ່ມ​ເຕີມ ກ່ຽວ​ກັບ ອາ​ຊະ​ຍາ​ກຳ​ຄຽດ​ຊັງ ແລະ ການ​ໃຊ້​ອາ​ວຸດ​ອັນ​ຕະ​ລາຍ ອາດ​ເຮັດ​ໃຫ້​ລາວ​ຖືກ​ຂັງ​ຄຸກ 25 ປີ​ຖ້​າ​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ.

ຕຳຫຼວດ​ເວົ້າ​ວ່າ ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ສານ​ເຄ​ມີຫຼາຍ​ຢ່າງ​ໃນ​ບ້ານ​ຂອງ​ທ້າວ ແບ​ລັກ​ແວ​ລ, ລວມ​ທັງ ນ້ຳ​ກົດ ແລະ ຢາ​ລ້າງ​ຫ້ອງ​ນ້ຳ 100 ເປີ​ເຊັນ.

ທ້າວ ແບ​ລັກ​ແວນ ຍັງ​ບໍ່​ໄດ້​ປາ​ກົດ​ຕົວ​ໃນ​ສານ​ຄັ້ງ​ທຳ​ອິດ​ຂອງ​ລາວ ແລະ ໃຫ້​ຄຳ​ສາ​ລະ​ພາບ​. ຄອບ​ຄົວ​ຂອງ​ລາວ​ເວົ້າ​ວ່າ ລາ​ວ​ແມ່ນ​ອະ​ດີດ​ທະ​ຫານ ຜູ້​ທີ່​ໄດ້​ຮັບ​ໃຊ້​ໜ້າ​ທີ່​ໃນ​ກອງ​ທັບ​ນາ​ວິ​ກະ​ໂຍ​ທິນ ແລະ ໄດ້​ຖືກ​ປິ່ນ​ປົວ​ສຳ​ລັບ​ບັນ​ຫາ​ການ​ແພດ​ທີ່ບໍ່​ໄດ້​ຖືກ​ລະ​ບຸ.

ທ້າວ ມາ​ຮຸດ ວິ​ລ​ລາ​ລາ​ສ, ສັນ​ຊາດ​ ສະ​ຫະ​ລັດ ເກີດ​ໃນ​ປະ​ເທດ ເປ​ຣູ, ໄດ້​ຮັບ​ບາດ​ເຈັບ​ເຜົາ​ໄໝ້​ລະ​ດັບ​ສອງ​ຢູ່​ໜ້າ​ຂອງ​ລາວ ເມື່ອ​ທ້າວ ແບ​ລັກ​ແວລ ໄດ້​ສາດ​ນ້ຳ​ກົດ​ໃສ່​ໜ້າ​ຂອງ​ລາວ ​ຢູ່ນອກ​ຮ້ານ​ອາ​ຫານ​ເມືອງ ມິ​ລ​ວໍ​ກີ ເມື່ອ​ຄືນ​ວັນ​ສຸກ​ທີ່​ຜ່ານ​ມາ.

ກ້ອງວົງ​ຈອນ​ປິດ​ໄດ້​ຖ່າຍ​ພາບ​ການ​ໂຈມ​ຕີ​ໄວ້. ທ້າວ ວິ​ລ​ລາ​ລາ​ສ ໄດ້​ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ທີ່​ຖືກ​ລະ​ບຸ​ຕົວ​ວ່າ ແບ​ລັກ​ແວນ ໄດ້​ປະ​ເຊີນ​ໜ້າ​ກັບ​ລາວ ກ່ຽວ​ກັບ ບ່ອນ​ຈອດ​ລົດ.

ທ້າວ ວິ​ລ​ລາ​ລາ​ສ ໄດ້​ກ່າ​ວ​ວ່າ ລາວ​ໄດ້​ຍ່າງ​ໜີ ເພື່ອ​ໄປ​ຍ້າຍ​ລົດ​ຂອງ​ລາວ, ແຕ່​ທ້າວ ແບ​ລັກ​ແວ​ລ ໄດ້​ຕາມ​ລາວ​ໄປ ແລະ ໄດ້​ກ່າວ​ຫາ​ລາວວ່າເຂົ້າ​ມາ ສະ​ຫະ​ລັດ ຢ່າງ​ຜິດ​ກົດ​ໝາຍ ແລະ “ເວົ້າວ່າບຸກ​ລຸກ​ປະ​ເທດ​ຂອງ​ຂ້ອຍ.”

ທ້າວ ວິ​ລ​ລາ​ລາ​ສ ກ່າວ​ວ່າ​ໄດ້​ມີ​ການ​ໃຊ້​ຄຳ​ເວົ້າ​ຫຍາບ​ຄາຍ​ໃສ່​ກັນ, ແລະ ລາ​ວ​ໄດ້​ເອີ້ນ​ທ້າວ ແບ​ລັກ​ແວ​ລ ວ່າ​ເປັນ​ຄົນແບ່ງ​ແຍກ​ເຊື້ອ​ຊາດ​ຜິວພັນ ກ່ອນ​ທ້າວ ແບ​ລັກ​ແວ​ລ ໄ​ດ້ສາດ​ນ້ຳ​ກົດ​ເຂົ້າ​ໃສ່​ໜ້າ​ຂອງ​ທ້າວ ວິ​ລ​ລາ​ລາ​ສ. ທ້າວ ວິ​ລ​ລາ​ລາ​ສ ໄດ້​ແລ່ນ​ເຂົ້າ​ໄປ​ໃນ​ຮ້ານ​ອາ​ຫານ ເພື່ອ​ລ້າງ​ໜ້າ​ຂອງ​ລາວ​ດ້ວຍ​ນ້ຳ. ໃນ​ວິ​ດີ​ໂອນັ້ນ, ຜູ້​ຕ້ອງ​ສົງ​ໄສ​ແມ່ນບໍ່​ໄດ້​ພະ​ຍາ​ຍາມ​ແລ່ນ​ໜີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG