ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກ່າວຫາ ຊາຍຄົນນຶ່ງ​ ວ່າພົວພັນ ກັບການວາງເພີງ ໃສ່​​ກົງ​ສຸນຈີນ ​(ວີດີໂອ)


ຜູ້ຊາຍ 2 ຄົນ ກວດເບິ່ງຄວາມເສຍຫາຍ ຂອງສະຖານກົງສຸນຈີນ
ທີ່ຖືກໄຟໄໝ້.
ຜູ້ຊາຍ 2 ຄົນ ກວດເບິ່ງຄວາມເສຍຫາຍ ຂອງສະຖານກົງສຸນຈີນ ທີ່ຖືກໄຟໄໝ້.
ໄອ​ຍະ​ການ​ສານ​ຂອງ​ສະຫະລັດ​ ໄດ້ກ່າວ​ຫາ​ຜູ້​ຊາຍ​ຄົນ​ນຶ່ງ​
ທີ່​ພົວພັນ​ກັບ​ການ​ວາງ​ເພີງ​ໃສ່​ສະຖານ​ກົງ​ສຸນ​ຂອງ​ຈີນ ​ໃນ
​ນະຄອນ San Francisco ​ໃນ​ອາທິດ​ແລ້ວ​ນີ້.

ທ້າວ Yan Feng ​ໄດ້​ເຂົ້າ​ມອບຕົວ​ກັບ​ຕໍາຫຼວດ​ທ້ອງ​ຖິ່ນ
​ໃນ​ວັນ​ສຸກ​ແລ້ວ​ນີ້ 2 ມື້​ຫຼັງ​ຈາກ​ສະ ຖານ​ກົງ​ສຸນ​ຂອງ​ຈີນ ​
ໃນ​ນະຄອນ San Francisco ໄດ້​ຮັບ​ຄວາມ​ເສຍ​ຫາຍ​
ຈາກໄຟ​ໄໝ້​ແລະຄວັນ​ໄຟ.

ທ້າວ Yan Feng ໄວ 39 ປີ ທີ່​ອາ​ໄສ​ຢູ່​ໃນ​ລັດ California
​ໄດ້​ຖືກຟ້ອງ​ໃນ​ວັນ​ຈັນ​ແລ້ວ​ນີ້​ໃນ​ຂໍ້​ຫາ​ວ່າໄດ້ເປັນ​ຄົນ​ຈູດ​ໄຟ
​ເຜົາ​ແລະ​ເຮັດ​ໃຫ້​ຊັບ​ສິນຂອງ​ລັດຖະບານ​ຕ່າງປະ​ເທດ​ເສຍ​ຫາຍ.

​ເຈົ້າ​ໜ້າ​ທີ່ສືບສວນ​ພິ​ເສດ​ຂອງອົງການ​ສັນນິບານ​ກາງສະຫະລັດຫລື FBI ທ່ານ David
Johnson ​ກ່າວ​ວ່າ ​ເຫດຜົນ​ຊັກ​ຈູງ​ໃຫ້ທ້າວ Feng ​ກະທໍາ​ການ​ເຊັ່ນ​ນີ້ນັ້ນ​ແມ່ນ​ຍັງ​ບໍ່​ທັນ
​ແຈ້ງ​ຂາວ​ເທື່ອ​ ແຕ່​ກໍກ່າວ​ວ່າ ມັນ​ບໍ່​ໄດ້​ມີ​ການ​ກ່ຽວຂ້ອງ​ທາງ​ການ​ເມືອງ​ທີ່​ເຫັນ​ໄດ້​ຊັດ​
ແຕ່​ຢ່າງ​ໃດ.

ທ່ານ Johnson ກ່າວ​ວ່າ: “ພວກ​ເຮົາ​ໄດ້​ສືບສວນ​ເຫດ​ຮ້າຍ​ດັ່ງກ່າວ​ໃນ​ຖານ​ຄວາມ​ຜິດ
ທາງ​ອາຍາ ​ແລະ​ກໍ​ບໍ່​ມີ​ຮ່ອງຮອຍ​ໃດໆ​ໃນ​ເວລາ​ນີ້ທີ່​ຈະ​ສະ​ເໜີ​ແນະ​ວ່າ ມັນ​ມີ​ຈຸດປະສົງ
ສຳລັບ​ການ​ກໍ່​ການ​ຮ້າຍ ທາງການ​ເມືອງ ຫລື​ບັນຫາ​ສິດທິ​ພົນລະ​ເມືອງ​ແຕ່​ຢ່າງ​ໃດ.”

ບັນທຶກ​ຄຳ​ໃຫ້ການ​ຂອງອົງການ FBI ​ໄດ້​ລະບຸ​ວ່າ ທ້າວ Feng ​ໄດ້​ບອກ​ກັຍຄະນະ​ສືບ
ສວນສອບ​ສວນວ່າ ລາວ​ໄດ້​ຍຶດເອົາ​ສະຖານກົງ​ສຸນ​ເປັນ​ເປົ້າ​ໝາຍ​ ​ເພາະວ່າສຽງ​ທັງຫຼາຍ
​ທັງ​ປວງທີ່​ລາວ​ໄດ້​ຍິນ​ນັ້ນ ​ແມ່ນ​ໃນ​ພາສາ​ຈີນ ​ແລະວ່າສະຖານ​ກົງ​ສຸນຈີນນີ້ ຕ້​ອງມີ​ສ່ວນ
​ພົວພັນ” ຊຶ່ງ​ຜູ້ກ່ຽວ​ບໍ່​ໄດ້​ໃຫ້​ຄໍາ​ອະທິບາຍ​ເພີ່ມ​ຕື່ມ​ແຕ່​ຢ່າງ​ໃດ.

ເຖິງ​ແມ່ນ​ວ່າ ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ ​ແລະ​ຕຶກ​ອາຄານ​ດັ່ງກ່າວ​ນັ້ນ​ ບໍ່​ໄດ້​ຮັບ​ຄວາມ​
ເສຍ​ຫາຍ​ຮ້າຍ​ແຮງ​ ແຕ່​ໄດ້​ມີ​ຊາວ​ຈີນ​ຈໍານວນ​ຫຼາຍ​ຄົນມີ​ປະຕິ​ກິລິຍາ​ໂກດ​ແຄ້ນ​ຕໍ່​ເຫດ
ໄຟ​ໄໝ້ໃນ​ວັນປີ​ໃໝ່​ຜ່ານ​ມາ​ນີ້.

​ກ່ຽວ​ກັບ​ປະຕິກິລິຍາ​ຕ່ການ​ຈັບ​ກຸມ​ດັ່ງກ່າວ​ນີ້ ​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ
​ທ່ານ Hua Chunying ​ໄດ້​ຮຽກຮ້ອງ​ໃຫ້​ສະຫະລັດ ​ທໍາ​ການສືບສວນສອບ​ສວນຢ່າງ​
ລະອຽດຖີ່​ຖ້ວນ​ໃນ​ຄະດີນີ້ ​ແລະ​ລົງ​ໂທດ​ຜູ້​ທີ່​ກໍ່​ຄວາ​ມວຸ້ນວາຍໃນ​ຄັ້ງ​ນີ້.

China Consulate
please wait
Embed

No media source currently available

0:00 0:00:20 0:00
XS
SM
MD
LG