ຜູ້ຊາຍຈາກລັດ Ohio ຄົນນຶ່ງ ທີ່ໄດ້ເດີນທາງໄປປະເທດຊີເຣຍ
ໃນປີແລ້ວນີ້ ປະເຊີນໜ້າກັບຂໍ້ຫາກໍ່ການຮ້າຍ ໂດຍໄດ້ຮັບການ
ເຝິກແອບຄຽງບ່າຄຽງໄຫລ່ກັບພວກກໍ່ການຮ້າຍໃນຊີເຣຍ ແລະ
ກັບຄືນມາສະຫະລັດ ໂດຍມີຈຸດປະສົງ ເພື່ອທຳການໂຈມຕີຄຸກ
ທະຫານຂອງສະຫະລັດ.
ທ້າວ Abdirahman Sheik Mohamud ອາຍຸຊາວສາມປີ ຈາກ
ເມືອງ Columbus ລັດ Ohio ໄດ້ຖືກພົບເຫັນວ່າມີຄວາມຜິດ
ໂດຍຄະນະຕຸລາການ ຂອງລັດຖະບານກາງສະຫະລັດ ໃນວັນ
ພະຫັດວານນີ້.
ກະຊວງຍຸຕິທຳ ສະຫະລັດ ກ່າວວ່າ ທ້າວ Mohamud ໄດ້ກັບມາຈາກຊີເຣຍ ໂດຍມີຈຸດ
ປະສົງທີ່ຈະທຳການໂຈມຕີ ຄ້າຍທະຫານ ຢູ່ລັດ Texas ແລະ “ສັງຫານທະຫານ ອາເມ
ຣິກັນ ສາມ ຫລືສີ່ຄົນ ດ້ວຍວິທີຍິງແບບສັງຫານ.”
ສຳນວນຟ້ອງກ່າວວ່າ ທ້າວ Mohamud ໄດ້ເດີນທາງໄປຊີເຣຍ ໃນເດືອນເມສາ ປີ 2014
ບ່ອນທີ່ລາວໄດ້ຮັບການເຝິກແອບ “ຍິງປືນ ບຸກເຂົ້າໄປໃນເຮືອນຊານ ວາງລະເບີດ ແລະ
ການຕໍ່ສູ້ດ້ວຍມື”
ແຕ່່ວ່າ ກ່ອນການໃຊ້ການເຝິກແອບ ເພື່ອເຂົ້າຮ່ວມການສູ້ລົບຢູ່ໃນຊີເຣຍນັ້ນ ສຳນວນ
ຟ້ອງກ່າວວ່າ ທ້າວ Mohamud ໄດ້ແນະນຳໂດຍນັກສອນສາສະໜາຄົນນຶ່ງ ໃຫ້ກັບຄືນ
ມາສະຫະລັດ ລາວໄດ້ສົນທະນາທີ່ຈະອອກປະຕິບັດງານ ຢູ່ໃນສະຫະລັດ.”
ທ້າວ Mohamud ເກີດຢູ່ Somali ແລະໄດ້ໂອນສັນຊາດ ເປັນອາເມຣິກັນ. ອ້າຍຂອງ
ລາວ ທ້າວ Abdifatah Aden Mohamud ໄດ້ຖືກສັງຫານໃນ ການສູ້ລົບໃຫ້ແກ່ກຸ່ມ
al-Nusra Front ຢູ່ໃນຊີເຣຍ ໃນເດືອນມິຖຸນາປີກາຍ.