ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາເລເຊຍ ສັງຫານ ກຸ່ມປະກອບອາວຸດ ຟີລິບປິນ 13 ຄົນ (ສະໄລດ໌)


ຕໍາຫລວດມາເລເຊຍ ກັກຂັງຜູ້ຊາຍສອງຄົນ ໃນວັນທີ 6 ມີນາ, 2013 ເມື່ອພວກເຂົາເຈົ້າອອກມາຈາບ້ານ Tanjung Labian ທີ່ທະຫານມາເລເຊຍໄດ້ຖະຫລົ່ມ ຄ້າຍ ຂອງກຸ່ມປະກອບອາວຸດຟີລິບປິນ
ແຫ່ງນຶ່ງ
ຕໍາຫລວດມາເລເຊຍ ກັກຂັງຜູ້ຊາຍສອງຄົນ ໃນວັນທີ 6 ມີນາ, 2013 ເມື່ອພວກເຂົາເຈົ້າອອກມາຈາບ້ານ Tanjung Labian ທີ່ທະຫານມາເລເຊຍໄດ້ຖະຫລົ່ມ ຄ້າຍ ຂອງກຸ່ມປະກອບອາວຸດຟີລິບປິນ ແຫ່ງນຶ່ງ
ທະຫານມາເລເຊຍໄດ້ສັງຫານນັກລົບຢ່າງໜ້ອຍ 13 ຄົນ ທີ່
ເຊື່ອວ່າ ເປັນພາກສ່ວນນຶ່ງຂອງກຸ່ມປະກອບອາວຸດຟີລິບປິນ
ຈຸນຶ່ງ ທີ່ໄດ້ທໍາການອ້າງເອົາ ກໍາມະສິດຕໍ່ດິນແດນ ທີ່ດໍາເນີນ ມາເປັນເວລາຫລາຍທົດສະວັດ ຢູ່ໃນເຂດ ພາກໃຕ້ຂອງປະ
ເທດດັ່ງກ່າວ.

ທ່ານ Zahid Hamidi, ລັດຖະມົນຕີກະຊວງປ້ອງກັນປະເທດ
ມາເລເຊຍ ກ່າວຕໍ່ຜູ້ສື່ຂ່າວໃນວັນພຸດມື້ນີ້ວ່າ ທະຫານມາເລ
ເຊຍ ຍັງທໍາການລາດຕະເວນ ຊອກຫາພວກຫົວຮຸນແຮງ ຢູ່ ໃນເຂດສອກຫລີກຫ່າງໄກຂອງເກາະ Borneo. ທ່ານເຕືອນວ່າ ອາດຈະມີຈໍານວນຄົນໄດ້ຮັບບາດເຈັບ ແລະເສຍຊີວິດເພີ້ມຂຶ້ນ.

ຕໍາຫລວດເວົ້າວ່າ ສ່ວນໃຫຍ່ຂອງພວກຫົວຮຸນແຮງຈໍານວນປະມານ 200 ຄົນປະ
ກົດວ່າ ໄດ້ຫລົບໜີໄປຍັງທົ່ງນາທີ່ຢູ່ອ້ອມແອ້ມເຂດນັ້ນ ລຸນຫລັງທີ່ມາເລເຊຍ ໄດ້ ເລີ້ມທໍາການໂຈມຕີທາງອາກາດໃນວັນອັງຄານວານນີ້ ແລະໄດ້ສົ່ງທະຫານ ຫລາຍໆ
ຮ້ອຍຄົນ ໄປຂັບໄລ່ພວກນັກລົບດັ່ງກ່າວໃຫ້ໜີອອກຈາກເຂດນັ້ນໄປ.

ທ່ານ Ismail Omar ຜູ້ບັນຊາການຕໍາຫລວດແຫ່ງຊາດມາເລເຊຍເວົ້າວ່າ ທະຫານ ມາເລເຊຍກໍາລັງຂະຫຍາຍການຊອກຄົ້ນຫາພວກຫົວຮຸນແຮງ ໃນຂອບເຂດທີ່ ກວ້າງອອກ.

ການຖົກຖຽງກັນໄດ້ເກີດຂື້ນໃນກາງເດືອນກຸມພາຜ່ານມາ ຊຶ່ງເວລານັ້ນ ມີສະມາ ຊິກປະມານ 200 ຄົນຂອງກຸ່ມປະກອບອາວຸດ ໄດ້ບຸກເຂົ້າໄປຍຶດເອົາບ້ານແຄມທະ
ເລແຫ່ງນຶ່ງ ແລະຮຽກຮ້ອງໃຫ້ມີການຮັບຮູ້ວ່າ ເຂົາເຈົ້າເປັນເຈົ້າຂອງ ທີ່ຕົກທອດມາ ແຕ່ບັນພະບຸລຸດຕໍ່ລັດ Sabah ທີ່ຕັ້ງຢູ່ໃນພາກຕາເວັນອອກຂອງມາເລເຊຍນັ້ນ.

ຢ່າງໜ້ອຍມີຜູ້ບຸກລຸກ 32 ຄົນ ແລະຕໍາຫລວດ 8 ຄົນເສຍຊີວິດ ຢູ່ໃນການປະທະກັນ
ນັ້ນ. ໂຄສົກຂອງກຸ່ມປະກອບອາວຸດຟິລິບປີນກ່າວວ່າ ພວກຫົວຮຸນແຮງຈະບໍ່ຍອມ
ຈຳນົນ ແລະຈະຕໍ່ສູ້ຈົນຕາຍ.

ພາບການສູ້ລົບລະຫວ່າງມາເລເຊຍ ແລະກຸ່ມປະກອບອາວຸດຟີລິບປິນ:


XS
SM
MD
LG