ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິນລະປິນ ນັກຮ້ອງ ແລະນັກຟ້ອນ ແບບສະບັບ ມາລີຈັນສຸກ (ສະໄລດ໌/ວີດີໂອ)


ມະລີຈັນສຸກ
ມະລີຈັນສຸກ
ເພງຕົ້ນສະບັບ ຄົງເຊໂດນທີ່ຮັກ...


ນັ້ນ​ແມ່ນ​ສຽງ​ຫວານ​ຂອງ​ສິນລະປິນ​ສາວລາ​ວ ​ເຈົ້າ​ຂອງ​ຕົ້ນ​ສະບັບ​
ດັ້ງ​ເດີມ​ເພງ "ຄົງ​ເຊ​ໂດນ​ທີ່​ຮັກ" ມະ​ລີ​ຈັນ​ສຸກ​ທີ່​ ຫຼາຍໆ​ທ່ານຜູ້​ຟັງ
​ຄົງ​ຈະ​ຄຸ້ນ​ເຄີຍ​ໃນ​ນໍ້າ​ສຽງ​ຂອງ​ຜູ້ກ່ຽວ ຊຶ່ງ​ປະວັດ​ຄວາມ​ເປັນ​ມາ​ຢ່າງ
​ຈິງໆ​ນັ້ນ ວັນນະ​ສອນ​ເຊື່ອ​ວ່າ​ ແຖບຈະ​ບໍ່​ມີ​ຜູ້ໃດ​ຊາບ​ເຖິງບົດບາດ
​ອື່ນ​ຂອງສິນລະປິນ​ຄົນ​ເກັ່ງ​ຄົນ​ນີ້​ ວັນນະ​ສອນ​ຈຶ່ງ​ໄດ້​ສໍາພາດ​ກັບ​
ຜູ້ກ່ຽວ ​ແລະ​ໂອ້​ລົມ​ກັນ ຖາມ​ເຖິງ​ທຸກ​ສຸກໃນ​ຖານະ​ທີ່​ເປັນ​ຄົນ​ລາວ
ດ້ວຍ​ກັນທີ່​ໄດ້​ໜີ​ອົບ​ພະຍົບອອກ​ມາ​ອາ​ໄສ​ຢູ່​ໃນ​ຕ່າງປະ​ເທດນານ​ກວ່າ 30 ກວ່າ ປີ ​ແລ້ວ
ຂໍ​ເຊີນໄປ​ຮັບ​ຟັງ​ລາຍ​ລະອຽດ​ຕ່າງໆ​ ຈາກ​ປາກ​ຜູ້ກ່ຽວ​ໄດ້​ເລີຍ:
ລິງໂດຍກົງ


ບົດບາດ​ເປັນ​ຂ້າ​ລາດຊະ​ການ​ຂອງຍາ​ເອື້ອຍມາລີ​ຈັນສຸກ​ນີ້ ​ແມ່ນ​ວ່າສົມ​ບຸກ ສົມບັນ ​
ຂຶ້ນ​ເໜືອ​ລ່ອງ​ໃຕ້ ​ໄປສະ​ແດງ ຫັ້ນ ສະ​ແດງ​ນີ້ ຕາມ​ທີ່​ໄດ້​ມີໝ​າຍກໍານົດ​ໄວ້​ແລະ​ພໍ​ມີ
ມີ​ຄັ້ງນຶ່ງ​ທີ່ ເອື້ອຍມາລີ​ຈັນສຸກ​ ​ໄປສະ​ແດງ​ຢູ່ ປາກ​ເຊແລະ​ກໍ​ໄດ້​ຮ້ອງ​ ເພງ"​ຄັ້ງ​ນຶ່ງ​
ແຫ່ງ​ຄວາມ​ຫຼັງ" ​
ໃສ່​ກັບສຽງ​ແຄນ ​ຊຶ່ງ​ເປັນ​ເພງ​ທີ່​ຍາ​ພໍ່ ສໍາ​ລີ ຈັນທະ​ນີສານ​
ຂອງຍາເອື້ອຍມາລີ​ຈັນສຸກ ​ເປັນ​ຄົນ​ປະພັນ​ເອງ ເພື່ອ​ເປັນ​ທີ່​ລະ​ລຶກ​ໃຫ້​ວິທະຍຸ​ປາກ​ເຊ​
ແລະ​ນັ້ນ​ຄື​ການ​ເລີ່​ມຕົ້ນ​ຂອງ​ບົດບາດ​ໃໝ່ ແລະ​ທີ່​ມາ​ຂອງ​ການເປັນ​ສິນລະປິນ​ນັກ​ຮ້ອງ​
ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້​ ຊຶ່ງຍາເອື້ອຍມາລີ​ຈັນສຸກເລົ່າ​ໃຫ້​ຟັງ​ຕໍ່​ວ່າ:
ລິງໂດຍກົງ


ລິງໂດຍກົງ


ຫຼັງ​ຈາກ​ທີ່ຍາ​ເອື້ອຍ​ມາລີ​ຈັນ​ສຸກ ​ໄດ້​ຮ້ອງ​ສົດ​ໆ​ໃຫ້​ພວກ​ເຮົາ​ຟັງ​ແລ້ວ​ວັນນະ​ສອນກໍ​ເລີຍ​
ນໍາ​ຜົນງານ​ເພງ​ທີ່​ອັດ​ເປັ​ນ​ແຜ່ນສຽງ​ມາ​ໃຫ້​ຟັງ​ກັນໜ້ອຍນຶ່ງ ສິນລະປິນສຽງດີ​ຈະ​ຮ້ອງ
​ແບບ​ໃດ ​ປະກອບ​ດົນຕີ​ຫຼື​ບໍ່​ນັ້ນ ກໍ​ມ່ວນ​ທັງ​ນັ້ນ​ລະ ທ່ານ​ຜູ້​ຟັງ​ວ່າ​ບໍ່ ?​ເອົາ​ໄປ​ຟັງ​ການ​ສໍາພາດ
ກັນ​ຕໍ່ອີກດີກວ່າ ​ວ່າຈະ​ມີ​ຄວາມ​ເຂັ້ມ​ຂຸ້ນ​ຫຼາຍ​ປານ​ໃດ?
ລິງໂດຍກົງ

ດັ່ງທີ່​ວັນນະສອນ​ເຄີ​ຍ​ໄດ້​ສະ​ເໜີ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຊາບ​ກັນ​ແລ້ວ​ວ່າ ວົງ​ການ​ເພງ​
ຂອງ​ຊາວ​ລາວ​ໃນ​ຕ່າງ​ແດນ​ນັ້ນ ​ແມ່ນ​ຍັງ​ປະສົບ​ບັນຫາ ທ້າ​ທາ​ຍຫຼາຍ​ຢ່າງ ຊຶ່ງ​ພວກ​ເຂົາ
​ເຈົ້າ​ເຫຼົ່າ​ນັ້ນ ກໍ​ຍັງ​ບໍ່​ໄດ້​ລົດ​ລະ ​ແຕ່​ກັບ​ຕັ້ງໜ້າ​ຕັ້ງ​ຕາ​ພະຍາຍາມ​ເພື່ອ​ສື​ບທອດ​ໃຫ້ພວກ
ຄົນ​ລາວ​ທີ່​ເກີດ​ໃໝ່​ໃຫຍ່​ລຸນໃນຕ່າງປະເທດໄດ້​ຮັກສາ​ສືບ​ທອດ​ຕໍ່ໆ​ໄປ ຊຶ່ງຍາເອື້ອຍ​ມາລີ
​ຈັນ​ສຸກໄດ້​ສະ​ແດງ​ຄວາມ​ຮູ້ສຶກ ​ກ່ຽວ​ກັບ​ເລື່ອງ​ດັ່ງກ່າວ​ວ່າ:
ລິງໂດຍກົງ

ຍາເອື້ອຍ​ມາລີ​ຈັນ​ສຸກ ກ່າວ​ມ້ວນທ້າຍ​ວ່າ ອາຍຸ​ອານາ​ມ ກໍ​ເຂົ້າ​ເລກຫົກ​ແລ້ວ ຢາກ​ຈະ​ສ້າງ​
ຜົນງານ​ປະ​ໄວ້ ຢ່າງ​ນ້ອຍ​ກະ​ຊຸດ​ນຶ່ງ ​ເພື່ອ​ເປັນ​ທີ່ລະ​ລຶກ ອັນ​ຈົບ​ງາມ ທີ່ວ່າ​ຊາດ​ນຶ່ງ​ເກີດ​ມາ
​ເປັນ​ມະນຸດ ມີ​ພອນ​ສະຫວັນ ທີ່​ພະ​ເຈົ້າ​ໃຫ້​ມາ ສາມາດ​ຮ້ອງ​ລໍາ​ທໍາ​ເພງໃຫ້ຜູ້​ຄົນ​ໄດ້​ຟັງ
​ໄດ້​ມ່ວນ ຫາຍ​ກັງວົນ​ແລະ​ຄ້ອຍ​ຕາມ​ເພງ​ໄປ​ ​ແລະ​ກໍ​ຈະ​ເປັນອະນຸສອນ​ໃຫ້​ຄົນ​ຮຸ້ນ​ຫຼັງ
​ໄດ້​ຈາລຶກ​ໄວ້ບົນ​ໂລກ​ໜ່ວຍ​ນີ້ວ່າ..."ນີ້​ລະ​ຄື​ເພງ​ລາວ" ຊຶ່ງຍາເອື້ອຍ​ມາລີ​ຈັນ​ສຸກ ກ່າວ​
ສະຫຼຸບ​ວ່າ:
ລິງໂດຍກົງ
XS
SM
MD
LG