ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາລ​ຕ້າ ຈັບ​ "ບຸກ​ຄົນ​ໃນ​ຄວາມ​ສົນ​ໃຈ" ໃນ​ຄະ​ດີຄາດ​ຕະ​ກຳ​ ນັກ​ຂ່າວ


ຕຳຫຼວດ​ຢູ່​ເທິງ​ເຮືອມ​ໃບ "GIO" ຫຼັງ​ຈາກ​ມັນ​ຖືກ​ສະ​ກັດ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ເມືອງ ຊິ​ຊິ​ລີ ໂດຍ​ທະ​ຫານ ມາ​ຕ້າ. 20 ພະ​ຈິກ, 2019.
ຕຳຫຼວດ​ຢູ່​ເທິງ​ເຮືອມ​ໃບ "GIO" ຫຼັງ​ຈາກ​ມັນ​ຖືກ​ສະ​ກັດ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ເມືອງ ຊິ​ຊິ​ລີ ໂດຍ​ທະ​ຫານ ມາ​ຕ້າ. 20 ພະ​ຈິກ, 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ປະ​ເທດ ມາ​ລ​ຕ້າ ໄດ້​ຈັບ​ນັກ​ທຸ​ລະ​ກິດ​ຄົນ​ສຳ​ຄັນ​ຜູ້ນຶ່ງ ​ຍ້ອນ

ເປັນ​ “ບຸກ​ຄົນ​ໃນ​ຄວາມສົນ​ໃຈ” ​ໃນ​ການ​ສືບ​ສວນ​ສອບ​ສວນ ກ່ຽວ​ກັບ ການ​ຄາດ​ຕະ​ກຳ​ນັກ​ຂ່າວ ນາງ ດາ​ຟ​ນີ ຄາ​ຣ​ວາ​ນາ ກາ​ລີ​ເຊຍ ເມື່ອ​ສອງ​ປີ​ທີ່​ຜ່ານ​ມາ.

ທ່ານ ຢໍ​ເກັນ ເຟ​ເນ​ຈ໌ ໄດ້​ຢູ່​ໃນ​ເຮືອ​ໃບ​ລຳ​ນຶ່ງ​ທີ່​ກຳ​ລັງ​ເດີນ​ທາງ​ອອກ​ຈາກ​ປະ​ເທດ ມາ​ລ​ຕ້າ ເມື່ອ​ມັນ​ຖືກ​ສະ​ກັດ​ໂດຍ​ທະ​ຫານ​ໃນ​ຕອນ​ເຊົ້າ​ຂອງວັນ​ພຸດ​ວານນີ້ ແລະ ຖືກ​ສັ່ງ​ໃຫ້​ເດີນ​ທາງ​ກັບ​ຄືນ​ໄປ​ທ່າ​ເຮືອ.

ຕຳຫຼວດບໍ່​ໄດ້​ເວົ້າ​ວ່າ ທ່ານ ເຟ​ເນຈ໌ ຈະ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ໃດໆ​ຫຼືບໍ່, ແຕ່​ອີງ​ຕາມ​ກົດ​ໝາຍ ມາ​ລ​ຕ້າ, ເຂົາ​ເຈົ້າ​ມີ​ເວ​ລາ 48 ຊົ່ວ​ໂມງ ທີ່​ຈະ​ສອບ​ຖາມ ແລະ ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ລາວ ຫຼື ປ່ອຍ​ຕົວ​ລາວ.

ນາງ ຄາ​ຣ​ວາ​ນາ ກາ​ລີ​ເຊຍ, ນັກ​ຂ່າວ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ໄດ້​ເສຍ​ຊີ​ວິດ​ໃນ​ການ​ລະ​ເບີດ​ລົດ​ໃກ້​ກັບ​ນະ​ຄອນຫຼວງ ລາ​ເລັດ​ຕາ​ ຂອງ ມາ​ລ​ຕ້າ, ໃນ​ເດືອນ​ຕຸ​ລາ 2017.

ຫຼາຍ​ເດືອນ​ກ່ອນ​ລາວ​ຖືກ​ຂ້າ​ຕາຍ​ນັ້ນ, ນາງ ກາ​ລີ​ເຊຍ ໄດ້​ຂຽນ ກ່ຽວ​ກັບ ບໍ​ລິ​ສັດ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນຫຼວງ ດູ​ໄບ, ປະ​ເທດ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ ມີ​ຊື່​ວ່າ 17 Black, ເຊິ່ງ​ລາວ​ໄດ້​ເວົ້າ​ວ່າ ໄດ້​ເຊື່ອມ​ໂຍງ​ກັບ​ນັກ​ການ​ເມືອງ ມາ​ລ​ຕ້າ ຫຼາຍ​ຄົນ. ລາວບໍ່​ໄດ້​ວ່າ​ແມ່ນ​ໃຜ​ເປັນ​ເຈົ້າ​ຂອງ​ບໍ​ລິ​ສັດ.

ຕໍ່​ມາ​ການ​ລາຍ​ງານ​ໄດ້​ເປີດ​ເຜີຍ​ທ່ານ ເຟ​ເນ​ຈ໌ ວ່າ​ເປັນ​ເຈົ້າ​ຂອງ​ບໍ​ລິ​ສັດ 17 Black. ມັນ​ຍັງ​ໄດ້​ເປີດ​ເຜີຍ​ວ່າ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ໃນ​ລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຈ​ເຊັ​ຟ ມຸ​ສ​ແຄັດ ຢ່າງ​ໜ້ອຍ​ສອງ​ຄົນ ໄດ້​ຮັບ​ຄ່າ​ຈ້າງ​ຈາກ​ບໍ​ລິ​ສັດ 17 Black ສຳ​ລັບ​ການ​ບໍ​ລິ​ການທີ່​ບໍ່​ໄດ້​ຖືກ​ລະ​ບຸ.

ການ​ຈັບ​ກຸມ​ທ່ານ ເຟ​ເນ​ຈ໌ ຍັງ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ທີ່ຫຼັງ​ຈາກ​ທ່ານ ມຸ​ສ​ແຄັດ ໄດ້​ໃຫ້​ອະ​ໄພ​ຍະ​ໂທດຕໍ່​ຜູ້​ຕ້ອງ​ສົງ​ໄສວ່າ ​ເປັນ​ຄົນ​ກາງ​ໃນ​ການ​ຄາດ​ຕະ​ກຳ​ນາງ ກາ​ລີ​ເຊຍ ຖ້າ​ຄົນ​ຜູ້​ນັ້ນ​ໄດ້​ໃຫ້ຫຼັກ​ຖານ ກ່ຽວ​ກັບ ​ໃຜ​ເປັນ​ຜູ້​ສັ່ງ​ຂ້າ.

ອ່າ​ນ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG