ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູນການຄ້າ ໃນສະຫະລັດ ແລະການາດາ ຍົກລະດັບ ການຮັກສາຄວາມປອດໄພ ຂຶ້ນ


ທາງເຂົ້າສູນການຄ້າ Mall of America ທີ່ເມືອງ Bloomington ລັດ Minnesota.
ທາງເຂົ້າສູນການຄ້າ Mall of America ທີ່ເມືອງ Bloomington ລັດ Minnesota.

ສູນ​ການ​ຄ້າ​ສອງ​ແຫ່ງ ​ແຫ່ງ​ນຶ່ງ​ຢູ່​ໃນ​ສະຫະລັດ ​ແລະ​ອີກ​ແຫ່ງ​ນຶ່ງ​
ຢູ່​ໃນ​ກາ​ນາ​ດາ ກຳລັງເອົາ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​
ໃນ​ລະດັບ​ສູງຂຶ້ນ ຫຼັງ​ຈາກ​ມີການ​ຂົ່ມຂູ່ກໍ່​ການ​ຮ້າຍ ​ຈາກ​ພວກ​
ຫົວ​ຮຸນ​ແຮງ​ອິສລາມ ທີ່​ມີ​ຖານຕັ້ງ​ຢູ່​ໃນ​ໂຊ​ມາລີ.

ສູນ​ການ​ຄ້າ Mall of America ​ໃນ​ລັດ Minnesota ​ໃນ​ພາກ
ເໜືອ ​ຂອງ​ສະຫະລັດ ​ແລະ​ສູນ​ການ​ຄ້າ Edmonton Mall ​ໃນ
ແຂວງ Edmonton ການາດາ ທັງ​ສອງ​ແຫ່ງ​ໄດ້​ອອກ​ຖະ​ແຫຼ​ງ
ການ​ ກ່າວ​ວ່າ ພວກ​ເຂົາ​ເຈົ້າ ​ໄດ້​ເພີ້​ມການ​ຮັກສາ​ຄວາມ​ປອດ​
ໄພ​ຂຶ້ນ ຫຼັງ​ຈາກ​ກຸ່ມ al-Shabaab ທີ່​ພົວພັນ​ກັບ​ເຄືອ​ຂ່າຍ
al-Qaida ​ເປີດເຜີຍ​ວີ​ດີ​ໂອ​ ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ຮຽກຮ້ອງ​ໃຫ້
​ທຳ​ການ​ໂຈມ​ຕີ​ສູນ​ການ​ຄ້າ​ແຫ່ງ​ຕ່າງໆ​ໃນ​ພາກ​ຕາ​ເວັນ​ຕົກ​ນັ້ນ.

ວີ​ດີ​ໂອ​ຂົ່ມຂູ່​ຂອງພວກ​ກໍ່​ການ​ຮ້າຍ ​ໄດ້​ລະບຸ​ຢ່າງ​ເຈາະ​ຈົງ​ໃສ່ເຂດ​ການ​ຄ້າ​ແຫ່ງ​ຕ່າງໆ​ໃນ​ສະຫະລັດ ກາ​ນາ​ດາ ​ແລະ​ອັງກິດທີ່​ຮວມທັງ The Mall of America.

​ໃນ​ວັນ​ອາທິດ​ວານ​ນີ້ ທ່ານ Jeh Johnson ລັດຖະມົນຕີ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ
​ພາຍ​ໃນ​ຂອງ​ສະຫະລັດ ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ ​ຖື​ເລື້ອງ​ການ​ຂົ່ມຂູ່​ນີ້ ຢ່າງ​ເອົາ​ຈິງ​ເອົາ​ຈັງ. ​ ທ່ານ​ກ່າວ​ຕື່ມ​ວ່າ ​ໄພຂົ່ມຂູ່ຂອງພວກ​ກໍ່​ການ​ຮ້າຍ​ໃນ​ໂລກ ​ໄດ້​ຫັນປ່ຽນມາ​ເປັນ​ການ​ຮຽກ
ຮ້ອງຢ່າງ​ເປີດ​ເຜີຍຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ຕ່າງໆ “​ໃຫ້​ພວກ​ນັກ​ເຄື່ອນ​ໄຫວ​ອິດ​ສະລະ​ ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງເຂົາ​ເຈົ້າ ດຳ​ເນີນ​ການ​ໂຈມ​ຕີດ້ວຍ​ຕົນ​ເອງ.”

ກຸ່ມ al-Shabaab ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີກໍ່​ການ​ຮ້າຍເມື່ອ​ເດືອນ​ກັນຍາ​ປີ 2013 ທີ່​ໄດ້​ເຮັດ​ໃຫ້​ມີ​ຄົນ​ເສຍຊີວິດ​ ໄປ 67 ຄົນ​ທີ່​ສູນ​ການ​ການ​ຄ້າ Westgate ທີ່​ນະຄອນຫລວງ ​Nairobi ​ປະ​ເທດເຄັນ​ຢາ​ນັ້ນ.

usmallthreats23february15
please wait

No media source currently available

0:00 0:01:32 0:00

XS
SM
MD
LG