ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາລີ ເລືອກ​ເອົາ ສະມາຊິກ ລັດຖະສະພາ 34 ທ່ານ


ທ່ານ Oumar Tatam Ly (ຂວາ) ປະທານາທິບໍດີ​ຄົນ​ໃໝ່​ຂອງ​ມາລີ ​ແລະ​ທ່ານ Diango Cissoko (ຊ້າຍ) ​ໃນ​ພິທີ​ນຶ່ງໃນ​ເມືອງ Bamako.
ທ່ານ Oumar Tatam Ly (ຂວາ) ປະທານາທິບໍດີ​ຄົນ​ໃໝ່​ຂອງ​ມາລີ ​ແລະ​ທ່ານ Diango Cissoko (ຊ້າຍ) ​ໃນ​ພິທີ​ນຶ່ງໃນ​ເມືອງ Bamako.
ນາຍົກລັດຖະມົນຕີ ມາລີ Oumar Talam Ly ຜູ້ສນັບ​ສນຸນ
​ລັດທິ technology, ໄດ້​ເລືອກ​ເອົາ ສະມາຊິກລັດຖະສະພາ
34 ທ່ານ ທີ່​ຮວມທັງພາລະໜ້າ​ທີ່ໃໝ່ຂອງລັດຖະມົນຕີ​ ​ເພື່ອ
ສ້າງ​ຄວາມ​ຖືກຕ້ອງ​ປອງ​ດອງ​ຊາດໃນ​ສົງຄາມ​ທາງ​ພາກ​ເໜືອ​
ຂອງປະ​ເທດນັ້ນ.

ກະຊວງການ​ປະ​ນິປະນອມແຫ່ງ​ຊາດແລະການພັດ​ທະນາ
​ເຂດ​ພາດ​ເໜືອ ນັ້ນ​ແມ່ນ​ມີ​ຈຸດປະສົງເພື່ອ​ປົວ​ແປງບາດ​ແຜ
ສົງຄາມ ປີ 2012 ທີ່​ໄດ້​ມີ​ການ​ກະບົ​ດຈາກ​ກຸ່ມ​ທີ່ນໍາພາ​ໂດຍ
​ຊາວ​ມຸສະ​ລິ​ມ ຊຶ່ງເປັນກຸ່ມກະບົດ​ຫົວ​ຮຸນ​ແຮງ​ປະສົມ ທີ່ຮວມທັງ
ພວກ​ທີ່​ເຊື່ອ​ມ​ໂຍງ​ກັບພວກ​ກຸ່​ມກໍ່​ການ​ຮ້າຍ al-Qaida​ ຊຶ່​ງໄດ້
​ລຸກ​ຮື​ຂຶ້ນ​ໃນ​ຄັ້ງ​ນັ້ນ ​ທີ່​ນໍາ​ໄປ​ສູ່​ການລັດຖະປະຫານ​ໃນເມືອງ Bamako ​ແຕ່​ຖືກ​ທັບມ້າງ
​ໂດຍ ກອງ​ທະຫານ​ທີ່​ນໍາພາ​ໂດຍ​ຝຣັ່ງທີ່​ທໍາ​ການ​ດັດ​ແກ້​ໃໝ່​ໃນ​ຕົ້ນປີ​ນີ້.

​ໃນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ກຸນ​ແຈ​ອັນ​ສໍາຄັນນີ້ ທ່ານນາຍົກລັດຖະມົນຕີ​ໄດ້​ແຕ່ງ​ຕັ້ງ​ຫົວໜ້າ
​ກຸ່ມ​ກະບົດທີ່​ຄັ້ງ​ນຶ່ງ​ເຄີຍ​ນໍາ​ພາ​ກຸ່ມ​ດັ່ງກ່າວ ທ່ານ Zahibi Ould Sidi Mohamed ​ເປັນ​
ຜູ້​ນໍາ​ກະຊວງ​ການ​ຕ່າງປະ​ເທດ. ມີສຸ​ພາບ​ສະຕີ 4 ທ່ານ​ດ້ວຍ​ກັນ​ໃນ​ຄະນະ​ລັດຖະບານ
​ຊຸດ​ໃໝ່ນີ້ ຊຶ່ງ​ຮວມທັງ:​ ທ່ານນາງ Bouare Fily Sissoko ລັດຖະມົນຕີກະຊວງການເງິນ
ນັກເສດຖະສາດ ຜູ້ທີ່ໄດ້ສັງກັດຢູ່ໃນທະນາຄານໂລກມາແລ້ວ.

ກະຊວງການຕ່າງປະເທດຂອງສະຫະລັດ ໄດ້ປະກາດໃນອາທິດແລ້ວນີ້ວ່າຈະກັບ​ຄືນ
ສືບຕໍ່ການຊ່ອຍເຫຼືອຕໍ່ກຸ່ມປະເທດໃນຂົງເຂດອາຟຣິກາຕາເວັກຕົກດັ່ງກ່າວ.
ແຕ່ລາຍງານໄດ້ກ່າວວ່າ ກຸງວໍຊິງຕັນຈະຊັ່ງຊາຕີລາຄາເບິ່ງກ່ອນວ່າຈະ​ໃຫ້ການ
ຊ່ອຍເຫຼືອທາງດ້ານການທະຫານຄືນໃໝ່ເວລາໃດແລະດ້ວຍວິທີໃດ.
XS
SM
MD
LG