ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳ ອີຣັກ ສືບຕໍ່ ຮ້ອງຂໍ ການຊ່ອຍເຫຼືອ ທາງທະຫານ ຈາກ ສຫລ (ສະ​ໄລ​ດ໌/ວີດີໂອ)


Obama, Iraq's Maliki to Discuss Resurgent Violence, US Support
please wait

No media source currently available

0:00 0:03:02 0:00
ລິງໂດຍກົງ
ທ່ານ Nouri al-Maliki ນາຍົກລັດຖະມຸນຕີອີຣັກ ສືບ​ຕໍ່​ຮ້ອງຂໍ
​ການ​ຊ່ອຍ​ເຫຼືອ​ຈາກສະຫະລັດຕື່ມ​ອີກ ​ເພື່ອ​ຮັບ​ມືກັບຄວາມ​ຮຸນ​
ແຮງ​ທີ່​ພວມ​ເພີ່ມ​ຂຶ້ນໃນ​ປະ​ເທດ​ຂອງ​ທ່ານໃນ​ຂະນະທີ່ທ່ານ​ພົບ
​ປະ​ກັບ​ທ່ານ Chuck Hagel ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ສະ
ຫະລັດໃນ​ວັນ​ພະຫັດ​ມື້​ນີ້.

ທ່ານ ​Maliki ສືບ​ຕໍ່​ການ​ໂອ້​ລົມ​ສົນທະນາ​ທີ່​ກຸງ​ວໍ​ຊິງ​ຕັນ ​ໂດຍ
​ກ່າວຄຳ​ປາ​ໄສ​ໃນ​ເຫດການ​ສຳຄັນນຶ່ງທີ່​ເພ່ງ​ເລັງ​ໃສ່​ຄວາມ​ສຳ
ພັນ​ລະຫວ່າງ​ສະຫະລັດ​ແລະ​ອີຣັກ ​ແລະ​ການທ້າ​ທາຍ​ຕ່າງໆ​
ທີ່​ກຳລັງ​ປະ​ເຊີນ​ໜ້າ​ກັບ​ອີຣັກ ພາຍຫຼັງ​ສົງຄາມບ່ອນ​ທີ່​ການ​ຕໍ່
ສູ້​ກັນ​ລະຫວ່າງນິກາຍສາສະໜາ​ກຳລັງ​ເພີ່ມຂຶ້ນຊຶ່ງ​ຍັງ​ຜົນ​ເຮັດ​
ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ແລ້ວ​ຫຼາຍກວ່າ 7 ພັນ 500 ຄົນ​ໃນ​ປີ​ນີ້.

ທ່ານ Maliki ​ໄດ້​ກ່າວ​ເນັ້ນ​ ເຖິງ​ຄວາມ​ຕ້ອງການ​ ເພື່ອ​ປັບປຸງ​ການ​ປ້ອງ​ກັນ ​ທາງ​ອາກາດ​
ຂອງ​ອີຣັກ​ໃຫ້​ທັນ​ສະ​ໄໝແລະ​ການ​ຊ່ອຍ​ເຫຼືອ​ທາງ​ທະຫານ​ອື່ນໆ ກ່ອນ​ການ​ຢ້ຽມຢາມ​ສະ
ຫະລັດ​ຂອງ​ທ່ານ​ ໃນ​ສັບປະດາ​ນີ້ ​ໂດຍ​ເຕືອນ​ວ່າ ກຸ່ມກໍ່​ການ​ຮ້າຍ al-Qaida ພວມສວຍ
ໃຊ້​ຄວາມ​ແຕກ​ແຍກ​ກັນ​ທາງ​ດ້ານ​ສາ​ສະ​ໜານີ້ ​ເພື່ອດຳ​ເນີນ​ການໂຈມ​ຕີກໍ່​ການ​ຮ້າຍ.

ທ່ານ Maliki ​ໄດ້​ເລີ້ມ​ທຳ​ການ​ພົບ​ປະ ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ຂອງ​ສະຫະລັດ​ໃນ
​ວັນ​ພຸດ​ວານ​ນີ້ ​ຮວມທັງ​ທ່ານ Joe Biden ຮອງ​ປະທານາທິບໍດີ​ສະຫະລັດ ທີ່​ກ່າວ​ຍ້ຳອີກ​
ວ່າ​ສະຫະລັດໄດ້​ຕົກລົງ​ໃຈ​ທີ່​ຈະ​ຊ່ອຍ​ຊາວ​ອີຣັກ ຕໍ່ສູ້​ກັບ​ກຸ່ມ al-Qaida ຊຶ່ງ​ທ່ານ Biden
ກ່າວ​ວ່າ:

“ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ຄວາມ​ໝັ້ນຄົງ​ທີ່ເຂັ້ມແຂງ​ຂຶ້ນ​ໃນ​ອີຣັກ ຕະຫຼອດ​ທັງ​ການ​
ເປັນ​ຄູ່​ພາຄີ​ກັນ​ທີ່​ຍືນ​ຍົງ.”​

ຫລັງຈາກ​ການ​ພົບ​ປະກັນ​ແລ້ວ ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສທ່ານ​ນຶ່ງ​ຂອງ​ສະຫະລັດ​ ກ່າວ​ວ່າ ການສົ່ງ​ພວກ​ເຮືອບິນ​ລົບ ອາຍ​ພົ່ນ F-16 ໃຫ້​ອີຣັກ ຈະ​ດຳ​ເນີນ​ໄປ​ຕາມ​ໝາຍ​ກຳນົດ ຄື​
ໃນ​ທ້າຍ​ປີ​ໜ້ານີ້ ​ເຖິງ​ແມ່ນ​ມີ​ການ​ຊັກຊ້າ​ແດ່​ເລັກ​ນ້ອຍ ​ໃນ​ຕອນ​ທຳ​ອິດ​ກໍ​ຕາມ. ອີຣັກ​ໄດ້​
ວາງ​ເງິນ​ມັດ​ຈຳ​ໄວ້​ລ່ວງ​ໜ້າ​ຈຳນວນ 650 ລ້ານ​ດອນ​ລາ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ສຳລັບ​ພວກ​ເຮືອບິນ​ລົບ​ເຫຼົ່ານີ້.


XS
SM
MD
LG