ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ມາລີ ຈະໄປປ່ອນບັດ ທ່າມກາງ ໄພຂົ່ມຂູ່ ກໍ່ການຮ້າຍ


ຜູ້ສະໜັບສະໜູນພັກຝ່າຍຄ້ານ ຖືປ້າຍ ໃນລະຫວ່າງການປະທ້ວງ ຕໍ່ສິ່ງທີ່ເຂົາເຈົ້າເວົ້າວ່າ ມີຄວາມບໍ່ຖືກຕ້ອງ ໃນການນັບຄະແນນສຽງ ຮອບທຳອິດ ຂອງການເລືອກຕັ້ງ, ກ່ອນການເລືອກຕັ້ງຮອບທີສອງ ໃນນະຄອນຫຼວງ ບາມາໂກ, ປະເທດ ມາລີ. 11 ສິງຫາ, 2018.
ຜູ້ສະໜັບສະໜູນພັກຝ່າຍຄ້ານ ຖືປ້າຍ ໃນລະຫວ່າງການປະທ້ວງ ຕໍ່ສິ່ງທີ່ເຂົາເຈົ້າເວົ້າວ່າ ມີຄວາມບໍ່ຖືກຕ້ອງ ໃນການນັບຄະແນນສຽງ ຮອບທຳອິດ ຂອງການເລືອກຕັ້ງ, ກ່ອນການເລືອກຕັ້ງຮອບທີສອງ ໃນນະຄອນຫຼວງ ບາມາໂກ, ປະເທດ ມາລີ. 11 ສິງຫາ, 2018.

ໃນເວລາທີ່ປະຊາຊົນ ມາລີ ໄປປ່ອນບັດໃນການເລືອກຕັ້ງປະທານາທິ ບໍດີຂັ້ນຊີ້ຂາດ
ໃນວັນອາທິດມື້ນີ້, ໄພຂົ່ມຂູ່ຕ່າງໆ ກ່ຽວກັບ ການໂຈມຕີກໍ່ການຮ້າຍ ແມ່ນຈະມີຢູ່ໃນ
ຄວາມຄິດຂອງເຂົາເຈົ້າອີກຄັ້ງນຶ່ງ, ຄືກັບທີ່ມັນໄດ້ເກີດຂຶ້ນເມື່ອສັບປະດາທີ່ຜ່ານມາ
ໃນລະຫວ່າງການເລືອກຕັ້ງຮອບທຳອິດ ເມື່ອການໂຈມຕີກໍ່ການຮ້າຍຫຼາຍຄັ້ງໄດ້ລົບ
ກວນສະຖານທີ່ປ່ອນບັດໃນທົ່ວປະເທດ.

ປະຊາຊົນ ມາລີ ບໍ່ພຽງແຕ່ຈະຄິດ ກ່ຽວກັບ ວ່າໄພຂົ່ມຂູ່ຂອງລັດທິກໍ່ການຮ້າຍຈະສົ່ງ
ຜົນກະທົບຕໍ່ການເລືອກຕັ້ງແນວໃດເທົ່ານັ້ນ, ແຕ່ມັນກໍຍັງມີອີກວ່າ ການເລືອກຕັ້ງຈະ
ປັບປຸງການຕໍ່ສູ້ຕ້ານກຸ່ມຫົວຮຸນແຮງຂອງປະເທດທີ່ມີສາຍພົວພັນກັບພວກ ອາລ-ໄກດາ
ແລະ ພວກກຸ່ມກໍ່ການຮ້າຍລັດອິສລາມ ໄດ້ແນວໃດ.

ທ່ານ ທຽນນາ ຄູລິບາລີ, ລັດຖະມົນຕີປ້ອງກັນປະເທດຂອງ ມາລີ ໄດ້ກ່າວຕໍ່ວີໂອເອ
ວ່າ ລັດຖະບານໄດ້ເອົາທຸກມາດຕະການທີ່ຈຳເປັນ ເພື່ອຮັບປະກັນຄວາມປອດໄພໃນ
ທົ່ວປະເທດ ໃນລະຫວ່າງການເລືອກຕັ້ງ ແລະ ວ່າລັດຖະບານແມ່ນຈິງຈັງ ກ່ຽວກັບ
ການຕໍ່ສູ້ກັບກຸ່ມຫົວຮຸນແຮງຂອງເຂົາເຈົ້າ.

ທ່ານ ຄູລິບາລີ ໄດ້ກ່າວວ່າ “ໄພຂົ່ມຂູ່ຈາກພວກຫົວຮຸນແຮງ ແມ່ນນ້ອຍກວ່າທີ່ເຮົາຢ້ານ
ວ່າມັນຈະເປັນ ໃນຮອບທຳອິດຂອງການເລືອກຕັ້ງ. ນັ້ນກໍຍ້ອນວ່າ ພວກເຮົາໄດ້ສົ່ງທະ
ຫານໄປຫຼາຍບ່ອນໃນໃຈກາງຂອງປະເທດ.”

ທ່ານ ຄູລິບາລີ ໄດ້ເວົ້າເພີ່ມເຕີມວ່າ ກຳລັງທະຫານ ຝຣັ່ງ ພ້ອມກັບໜ່ວຍປະຕິບັດ
ການ ບາຄານ ທີ່ເປັນກຸ່ມປະຕິບັດການ ຕໍ່ຕ້ານກຸ່ມກະບົດ ກໍໄດ້ຊ່ວຍເຫຼືອໃນການຈັດ
ການຮັກສາຄວາມປອດໄພ ໃນລະຫວ່າງການເລືອກຕັ້ງ ແລະ ວ່າລັດຖະບານກໍຈະອາ
ໄສກຸ່ມກະບົດຕິດອາວຸດຕ່າງໆ ທີ່ໄດ້ເຊັນຂໍ້ຕົກລົງສັນຕິພາບ ກັບລັດຖະບານໃນປີ
2015 ດ້ວຍ.

ທ່ານໄດ້ກ່າວວ່າ “ໃນພາກເໜືອ ພວກເຮົາໄດ້ຕົກລົງກັບກຸ່ມຕິດອາວຸດທີ່ໄດ້ເຊັນຂໍ້ຕົກ
ລົງສັນຕິພາບກັບລັດຖະບານວ່າ ພວກເຂົາຈະຊ່ວຍກອງທັບ ເພື່ອປ້ອງກັນຄວາມສະ
ຫງົບໃນການເລືອກຕັ້ງ.”

ຕົວເລກທີ່ແນ່ນອນຂອງສະຖານທີ່ປ່ອນບັດ ທີ່ຖືກລົບກວນໂດຍຄວາມຮຸນແຮງໃນລະ
ຫວ່າງການເລືອກຕັ້ງຮອບທຳອິດ ໃນເດືອນທີ່ຜ່ານມາແມ່ນບໍ່ເປັນທີ່ຮູ້ຈັກ, ແຕ່ລາຍ
ງານຈາກຊື່ມວນຊົນໄດ້ສະເໜີວ່າ ຈາກສະຖານທີ່ປ່ອນບັດ 23,000 ແຫ່ງທີ່ຄວນຈະ
ເປີດນັ້ນ, ຫຼາຍກວ່າ 4,500 ແຫ່ງແມ່ນໄດ້ຖືກລົບກວນໂດຍການໂຈມຕີດ້ວຍອາວຸດ
ແລະ ສະຖານທີ່ປ່ອນບັດຫຼາຍກວ່າ 600 ແຫ່ງແມ່ນໄດ້ຖືກປິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG