ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວມາລີ ໄປປ່ອນບັດ ໃນການເລືອກຕັ້ງ ປະທານາທິບໍດີ ຂັ້ນຊີ້ຂາດ


ທ່ານ​ອີ​ບຣາຮິມ ບູບາ​ກາ ກີ​ຕາ ປະທານາທິບໍດີມາລີ ຜູ້ລົງສະໝັກ ຂອງພັກໂຮມຊຸມນຸມເພື່ອຊາວມາລີ ຫຼື (RPM), ລົງປ່ອນບັດ ໃນການເລືອກຕັ້ງ ປະທານາທິບໍດີ ຂັ້ນຊີ້ຂາດ ທີ່ນະຄອນຫຼວງ ບາມາໂກ, 12 ສິຫາ 2018.
ທ່ານ​ອີ​ບຣາຮິມ ບູບາ​ກາ ກີ​ຕາ ປະທານາທິບໍດີມາລີ ຜູ້ລົງສະໝັກ ຂອງພັກໂຮມຊຸມນຸມເພື່ອຊາວມາລີ ຫຼື (RPM), ລົງປ່ອນບັດ ໃນການເລືອກຕັ້ງ ປະທານາທິບໍດີ ຂັ້ນຊີ້ຂາດ ທີ່ນະຄອນຫຼວງ ບາມາໂກ, 12 ສິຫາ 2018.

ຊາວ​ມາລີ ​ໄດ້​ອອກໄປປ່ອນບັດໃນການເລືອກຕັ້ງປະທານາທິບໍດີຂັ້ນຊີ້ຂາດ ໃນວັນ
ອາທິດວານນີ້ ທ່າມກາງການ​ຮັກສາຄວາມປອດໄພ​ຢ່າງເຄັ່ງຄັດ ເພື່ອ​ບໍ່​ໃຫ້​ເກີດ
​ຄວາມ​ຮຸນ​ແຮງ​ນັ້ນ, ​ໂດຍພາກັນຕັດສິນ​ໃຈວ່າ ຈະມອບອຳນາດໃຫ້​ທ່ານ​ອີ​ບຣາຮິມ
ບູບາ​ກາ ກີ​ຕາ ​ເຂົ້າ​ຮັບ​ຕຳ​ແໜ່ງເ​ປັນສະ​ໄໝ​ທີ 2 ​ຕື່ມອີກ 5 ປີ ຫຼື​ຈະສັບ​ປ່ຽນ​ທ່ານ ​
ດ້ວຍຜູ້​ຜູ້ນຳຝ່າຍ​ຄ້ານ ທ່ານຊູ​ມາ​ເລຍ ຊິ​ສເຊ.

ການ​ນັບ​ບັດ​ແມ່ນ​ກຳລັງ​ດຳ​ເນີນ​ ຢູ່​ຕາມໜ່ວຍປ່ອນບັດບາງແຫ່ງ ຂອງຈຳນວນທັງໝົດ 23,000 ບ່ອນໃນ​ທົ່ວ​ປະ​ເທດ ຫຼັງຈາກການ​ປ່ອນ​ບັດ ​ໄດ້​ເສັດ​ລິ້ນ​ລົງ ​ໃນ​ເວລາ 1800 ຕາມເວລາມາດຕະຖານສາກົນ ຫຼື 6 ​ໂມງ​ແລງ ຕາມ​ເວລາ​ທ້ອງ​ຖິ່ນ​.

ທ່ານ​ກີ​ຕາ ​ໄວ 73 ປີ ​ໄດ້​ຮັບ​ຄະ​ແນນສຽງ 42 ​ເປີ​ເຊັນ​ ໃນການປ່ອນບັດທີ່ມີຜູ້ລົງ​ສະ ​ໝັກ 24 ຄົນ ​ໃນຮອບ​ທຳ​ອິດ ປຽບທຽບ​ໃສ່ 18 ​ເປີ​ເຊັນ ສຳລັບ​ທ່ານ ຊິ​ສເຊ ​ໄວ 68 ປີ​ ຊຶ່ງ​ເຄີຍ​ເສຍ​ໄຊ​ ໃຫ້​ທ່ານ​ກິີຕາມາແລ້ວ ​ໃນ​ການ​ເລືອກ​ຕັ້ງ ປີ 2013.

ການ​ປ່ອນບັດ​ຮອບ​ທຳອິດ ​ແມ່ນໄດ້​ຖືກ​ໂຈມ​ຕີ ​ດ້ວຍ​ກຳລັງ​ອາວຸດ​ທີ່ມີການຖິ້ມໂທດໃສ່​ພວກ​ຈີ​ຮາດ ​ຮວມທັງບາງກຸ່ມ ທີ່​ພົວພັນກັບ​ກຸ່ມ​ອາລກາອີດາ ​ແລະ​ກຸ່ມ​ລັດ​ອິສລາມ ​ແລະ​ຄວາມ​ຮຸນ​ແຮງ​ລະຫວ່າງ​ຊົນ​ເຜົ່າ​ຕ່າງໆ ທີ່​ຍັງ​ຜົນ​ໃຫ້​ມີ​ການ​ປິດ​ສະຖານ​ທີ່​ປ່ອນ​ບັດ​ ຈຳ​ນວນ​ຫຼາຍ​ຮ້ອຍແຫ່ງ.

ລັດຖະບານ ​ໄດ້ເພີ້ມການຮັກສາ​ຄວາມ​ປອດ​ໄພ ໃນການ​ປ່ອນ​ບັດຮອບຕັດສິນຊີ້​ຂາດ​ໃນ​ວັນ​ອາທິດ​ວານ​ນີ້ ​ໂດຍ​ການ​ສົ່ງ​ທະຫານ ຈຳນວນ 6,000 ຄົນ ​ໄປ​ຕື່ມ​ໃສ່ພວກທະ​ຫານ 30,000 ຄົນ ທີ່​ກຳລັງປະຕິບັດງານຢູ່ແລ້ວນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG