ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາລີ ສົ່ງກຳລັງ ທະຫານ ເຂົ້າໄປ ໃນເມືອງ Kidal


ທະຫານ​ມາລີ ​ເຂົ້າໄປໃນເມືອງ Kidal ທີພວກກະບົດຢຶດຄອງຢູ່ ໃນພາກເໜືອຂອງປະເທດ.
ທະຫານ​ມາລີ ​ເຂົ້າໄປໃນເມືອງ Kidal ທີພວກກະບົດຢຶດຄອງຢູ່ ໃນພາກເໜືອຂອງປະເທດ.
ທະຫານ​ມາລີ ​ໄດ້​ເຂົ້າໄປ​ໃນ​ເມືອງ​ສຳຄັນ​ແຫ່ງ​ນຶ່ງ ທີ່​ພວກ​ກະບົດ​
ຢຶດຄອງ​ຢູ່​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ຫລັງ​ຈາກ​ໄດ້​ມີ​ການ​ຕົກລົງ​
ສັນຕິ​ພາບ ​ເມື່ອ​ໄວໆ​ມານີ້.

ບັນ​ດາ​ເຈົ້າ​ໜ້າ​ທີ່​ມາລີ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ທະຫານ​ຫລາຍ​
ກວ່າ 150 ຄົນ​ ໄດ້​ເຂົ້າໄປ​ໃນເມືອງ Kidal ທີ່​ຖືກ​ຄວບ​ຄຸມໂດ​ຍ
ພວກ​ກະບົດ​ຊົນ​ເຜົ່າ Tuareg.

ອົງການ​ຂ່າວ Reuters ລາຍ​ງານ​ວ່າ ພວກ​ສະໜັບສະໜຸນກະບົດ
​ຈໍານວນ​ນຶ່ງ ​ໄດ້​ເຕົ້າ​ໂຮມກັນ​ເພື່ອ​ປະ​ທ້ວງ​ຕໍ່ການ​ສົ່ງ​ທະຫານ​ເຂົ້າ
ໄປ ​ເຮັດ​ໃຫ້​ເກີດ​ການ​ຕໍ່ສູ້​ກັນ ຂຶ້ນ​ກັບພວກ​ຊາວບ້ານ ທີ່​ສະໜັບ
ສະໜຸນ​ການ​ກັບ​ຄືນໄປ​ຂອງ​ພວກທະຫານ​ມາລີ. ຂ່າວ​ກ່າວ​ວ່າ ທະຫານ​ສະຫະ​ປະຊາ​ຊາດ ທີ່ປະຈຳ​ການຢູ່​ໃນ​ເມືອງ ​Kidal ໄດ້ຊ່ວຍທັບ​ມ້າງປະທ້ວງດັ່ງກ່າວ.

ໃນເດືອນ​ແລ້ວ​ນີ້ລັດຖະບານ​ມາລີແລະ​ກຸ່ມ​ກະບົດ MNLA ຂອງ​ພວກ Tuareg ​ໄດ້​ເຊັນ​ສັນຍາຂໍ້​ຕົກລົງ​ສັນຕິພາບ ທີ່​ຮ້ອງ​ໃຫ້ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ບັນດາ​ເຈົ້າໜ້າ​ທີ່ພົນລ​ະ​ເຮືອນຂອງ​ມາລີ ກັບ​ຄືນໄປເຮັດ​ວຽກ​ ຢູ່​ທີ່​ເມືອງ Kidal ກ່ອນການ​ເລືອກ​ຕັ້ງ​ປະທານາທິບໍດີ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 28 ເດືອນ​ກໍລະກົດນີ້. ນອກ​ນັ້ນ​ຂໍ້​ຕົກລົງ​ດັ່ງກ່າວ ຍັງໄດ້ຮຽກຮ້ອງ​ໃຫ້​ພວກ​ກະບົດ ວາງອາວຸດ.
XS
SM
MD
LG