ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ກຸ່ມຫົວຮຸນແຮງ ມາລີ ຖືກສັງຫານ ໃນການໂຈມຕີ ທາງອາກາດ ຂອງຝຣັ່ງ


ແຜນທີ່ ປະເທດ ມາລີ
ແຜນທີ່ ປະເທດ ມາລີ
ບັນດາ​ເຈົ້າໜ້າ​ທີ່ມາລີ ກ່າວ​ວ່າ ກຳລັງທະຫານຝຣັ່ງ ​ໄດ້​ສັງ
ຫານຜູ້ນຳທະຫານ ບ້ານ​ອິສລາມຄົນ​ນຶ່ງ​ ຢູ່​ໃນເຂດພູຜາ
ທາງພາກເໜືອ​ຂອງ​ມາລີ.

ບັນດາ​ເຈົ້າ​ໜ້າ​ທີ່ມາລີກ່າວໃນ​ວັນ​ສຸກວານ​ນີ້​ວ່າ ທ້າວ Omar
Ould Hamaha ສະມາຊິກ​ຄົນ​ນຶ່ງ​ ຂອງກຸ່ມ​ກໍ່​ການ​ຮ້າຍ
al-Qaida ໃນເຂດອາ​ຟຣິກາເໜືອ ​ໄດ້​ຖືກ​ສັງຫານ​ອາທິດ
​ແລ້ວ​ນີ້ໂດຍຈາກ​ການ​ໂຈມຕີ​ທາງ​ອາກາດຂອງຝຣັ່ງ. ກະຊວງ
ປ້ອງ​ກັນ​ປະ​ເທດ​ຝຣັ່ງ ຍັງ​ບໍ່​ທັນ​ໃຫ້​ຢືນຢັນ​ກ່ຽວກັບ​ການ​ເສຍ
​ຊີວິດດັ່ງກ່າວນີ້ເທື່ອ.

ທ້າວ Hamaha ​ໄດ້​ເປັນ​ສະມາຊິກ​ ມາເປັນເວລາດົນນານແລ້ວ ຂອງກຸ່ມ al-Qaida ​ໃນ​
ລັດ​ອິສລາ​ມ Maghreb ​ແລະຕໍ່​ມາ​ໄດ້​ເປັນ​ໂຄສົກ​ ໃຫ້ແກ່ຂະບວນ ການ​ເຄື່ອນ​ໄຫວ​ເພື່ອ
ຄວາມເປັນເອກກະພາບ ​ແລະ Jihad ຢູ່​ໃນລັດອິສລາ​ມ Maghreb ທີ່ເອີ້ນຫຍໍ້ວ່າ
MUJWA ຊຶ່ງ​ໄດ້​ບັງຄັບໃຫ້ມີການນຳໃຊ້​ກົດໝາຍ​ sharia ທີ່ເຄັ່ງ​ຄັດ​ຂອງສາສະໜາ
ອິສລາມ ​ໃນ​ພາກ​ເໜືອ​ຂອງມາລີ ​ເວລາ​ພວກ​ກະບົດຈຸນີ້ ​ເຂົ້າ​ຄວບ​ຄຸມ​ຂົງເຂດ​ເປັນ​ເວລາ​
ເກືອ​ບ 10 ​ເດືອນ​ໃນ​ປີ 2012 ນັ້ນ.

ທ້າວ Mamaha ​ໄດ້​ກ່າວປ້ອງ​ກັນ​ ການ​ທຳລາຍວັດ​ສັກສິດທີ່ເກົ່າແກ່ຂອງຊາວ ມຸສລິ​ມນິ
ກາຍ Sufi ຢູ່​ທີ່​ເມືອງ Timbuktu ໂດຍພວກກະບົດ.​

ບັນດາ​ເຈົ້າ​ໜ້າ​ທີ່ທະຫານ​ມາລີ ກ່າວ​ວ່າ ລັດຖະບານສະຫະລັດ ​ໄດ້​ສະ​ເໜີ​ໃຫ້ ເງິນລາງ
ວັນ 3 ລ້ານ​ໂດ​ລາ ​ກ່ຽວກັບຂ່າວຄາວ​ທີ່​ນຳພາ​ໄປ​ສູ່​ການ​ຈັບ​ກຸມ​ ທ້າວ Hamaha.
XS
SM
MD
LG