ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງທັບ ມາລີ ເຂົ້າຍຶດເອົາ ເມືອງ Konna ຄືນຈາກກະບົດ


ກອງທັບ​ມາລີ ​ໄດ້​ເຂົ້າ​ຍຶດ “ຄວບ​ຄຸມທັງ​ໝົດ” ຂອງ​​ເມືອງ Konna ​ທີ່ພາກກາງ ຂອງປະເທດ.
ກອງທັບ​ມາລີ ​ໄດ້​ເຂົ້າ​ຍຶດ “ຄວບ​ຄຸມທັງ​ໝົດ” ຂອງ​​ເມືອງ Konna ​ທີ່ພາກກາງ ຂອງປະເທດ.
ກອງທັບ​ມາລີກ່າວ​ວ່າ ຕົນ​ໄດ້​ເຂົ້າ​ຍຶດ​ເອົາເມຶອງ Konna ​ໃນ​
ພາກ​ກາງ ຂອງ​ປະ​ເທດນັ້ນ ຄືນ​ແລ້ວ ​ໃນ​ຂະນະ​ທີ່ກຳລັງ​ຂອງ
ຝຣັ່ງ ​ແລະ​ປະ​ເທດ ຕ່າງໆຢູ່​ໃນ​ຂົງ​ເຂດ ສືບ​ຕໍ່​ການ​ຫຼັ່ງ​ໄຫຼ​ເຂົ້າ
ໄປ​ໃນ​ປະ​ເທດ​ມາລີ ​ເພື່ອ​ຕໍ່ສູ້​ກັບການ​ບຸກ​ໂຈມ​ຕີ​ຂອງພວກ
​ກະບົດ.

ກອງທັບ​ມາລີ ກ່າວ​ວ່າ ຕົນ​ໄດ້​ເຂົ້າ​ “ຄວບ​ຄຸມທັງ​ໝົດ” ຂອງເມຶອງດັ່ງ ກ່າວ ຫລັງ​ຈາກ​ໄດ້​ມີ​ການ​ສູ້​ລົບ “ທີ່​ສ້າງ​ຄວາມ​ເສຍ​ຫາຍຢ່າງ​ໜັກ” ​ໃຫ້​ແກ່​ພວກ​ກະບົດອິສລາ​ມ ຢູ່​ທີ່​ນັ້ນ. ພວກ​ຫົວ​ຮຸນ​ແຮງ ​ໄດ້​ເຂົ້າ​ຄວບ​ຄຸມເມືອງ Konna ​ໃນອາທິດ​ແລ້ວ​ນີ້ ຊຶ່ງເຮັດ​ໃຫ້ ຝຣັ່ງຕ້ອງ​ໄດ້​ເຂົ້າ​ແຊກແຊງ ​ໃນ​ອະດີດ​ຫົວເມືອງ​ຂື້ນ​ຂອງ​ຕົນ.

ກອງທັບ​ມາລີ​ ລາຍ​ງານ​ກ່ອນໜ້ານີ້​ ​ກ່ຽວ​ກັບໄຊຊະນະ​ທາງ​ທະຫານ ທີ່​ເມຶຶືອງ Konna ແຕ່ການ​ກ່າວ​ອ້າງ​ທີ່​ວານີ້ແມ່ນ​ຍາກ​ທີ່​ຈະ​ພິສູດ​ໄດ້​ຍ້ອນ ​ວ່າ ບັນດາ​ນັກ​ຂ່າວບໍ່​ສາມາດເຂົ້າໄປ​ເຖິງ​ເມຶ​ອງນີ້​ໄດ້.

ການ​ຕ້ານ​ຢັນການບຸກ​ໂຈມ​ຕີ ​ເປັນ​ເວລາ​ນຶ່ງ​ອາທິດ ​ໂດຍທະຫານ​ຝຣັ່ງ ​ແລະ​ບັນດາ​ປະ​ເທດ​ໃນຂົງ​ເຂດອາຟຣິກາ​ຕາ​ເວັນ​ຕົກ ປະກົດວ່າ​ໄດ້​ຢຸດ​ການ​ບຸກຄືບ​ໜ້າໄປ​ສູ່​ພາກ​ໃຕ້ຂອງ​ພວກ​ນັກ​ລົບທີ່ເປັນ​ເຄືອ​ຂ່າຍ​ກັບພວກ​ກໍ່​ການ​ຮ້າຍ al-Qaida ແຕ່ໄດ້​ມີ​ການ​ຕໍ່ສູ້ກັນໜັກ
ກວ່າ​ທີ່ໄດ້ຄາດ​ຄະ​ເນ​ໄວ້.

ການ​ສູ້​ລົບກັນ​ຢ່າງໜັກ ລ​ະຫວ່າງທະຫານ​ຝຣັ່ງ ​ແລະພວກ​ຫົວ​ຮຸນ​ແຮງ ​ມີລາຍງານ​ໄດ້​ເກີດ​ຂຶ້ນ​ ໃນ​ວັນ​ພະຫັດ​ວານນີ້ ຢູ່ທີ່​ເມຶຶ​ອງ Diabaly ຊຶ່ງ​ພວກ​ກະບົດ​ໄດ້​ເຂົ້າຍຶດ​ເອົາ ​ໃນ
ອາທິດແລ້ວ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ຝຣັ່ງ ກ່າວ​ວ່າ ​ເວລາ​ນີ້ຕົນ​ມີທະຫານ 1,400 ຄົນຢູ່​ໃນ Mali ​ແລ້ວ. ທະຫານ​ຝຣັ່ງຈໍານວນ​ທັງໝົດ 2,500 ຄົນ​ຄາດ​ຄະ​ເນ​ວ່າ ຈະຖືກ​ສົ່ງ​ເຂົ້າ​ມາຕື່ມ​ອີ​ກໃນ​ບໍ່​ເທົ່າ​ໃດ​ມື້ຂ້າງ​ໜ້າ​ນີ້. ຝຣັ່ງກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ປະ​ຈໍາ​ການ​ຢູ່​ທີ່​ນັ້ນ​ຈົນ​ກວ່າສະຖານະ​ການ​ຈະ​ກັບ​ຄືນເປັນ​ປົກ​ກະຕິ.

​ໃນ​ວັນ​ພະຫັດ​ວານ​ນີ້ ສະຫະລັດ ຕົກລົງ​ໃຫ້ການ​ຊ່ວຍ​ເຫລືອ​ແກ່ຝຣັ່ງ​ໃນການ​ຂົນ​ຍ້າຍ​ທະຫານແລະ​ອຸປະກອນໄປຍັງປະ​ເທດມາລີ ​ເຖິງ​ແມ່ນ​ວ່າກະ​ຊວງ​ປ້ອງ​ກັນ​ ປະ​ເທດ
ສະຫະລັດ ກ່າວ​ວ່າ ຕົນ​ບໍ່​ມີ​ແຜນ​ທີ່​ຈະສົ່ງ ທະຫານ​ເຂົ້າ​ໄປ​ສູ້​ລົບ​ໃນ​ບັນຫາ​ຂັດ​ແຍ້​ງດັ່ງ ກ່າວ​ກໍ​ຕາມ.
XS
SM
MD
LG