ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານມາລີ ຈັບກຸມ ນັກການເມືອງ ຄົນສໍາຄັນ ຢ່າງໜ້ອຍ 7 ຄົນ


ທ່ານ Cheick Modibo Diarra ນາຍົກລັດຖະມົນຕີຊົ່ວຄາວມາລີ
ທ່ານ Cheick Modibo Diarra ນາຍົກລັດຖະມົນຕີຊົ່ວຄາວມາລີ

ພວກ​ທະຫານໃນປະ​ເທດ​ມາລີ​ ໄດ້​ຈັບ​ກຸມ​ນັກ​ການ​ເມືອງ​ທີ່​ມີຊື່​ສຽງ​ຢ່າງ ໜ້ອຍ​ເຈັດ​ຄົນ ຊຶ່ງ​ກໍ່​ໃຫ້​ເກີດ​ຄວາມ​ສົງໄສ​ຂື້ນ​ມາ​ ກ່ຽວ​ຄໍາ​ໝັ້ນ​ສັນຍາ​ຂອງ ພວກ​ຜູ້​ນໍາລັດຖະປະຫານ​ ທີ່ວ່າຈະໂອນ​ອໍານາດ​ຄືນ​ໃຫ້​ຝ່າ​ຍພົນລະ​ເຮືອນ​ນັ້ນ. ພວກ​ເຫັນ​ເຫດການ​ ແລະ​ພວກ​ຜູ້​ຊ່ວຍ​ນັກ​ການເມືອງ​ກ່າວ​ວ່າ ການ​ຈັບ​ກຸມດັ່ງ​ກ່າວ​ແມ່ນ​ເກີດ​ຂື້ນ​ຢູ່​ໃນ​ເມືອງ​ຫລວງ Bamako ໃນ​ຕອນ​ແລງ​ຂອງ​ມື້​ວັນຈັນ ​ແລະ​ຕອນ​ເຊົ້າຂອງ​ວັນ​ອັງຄານວານ​ນີ້.

ງຂ່າວ​ທີ່ໃກ້​ຊິດ​ກັບບັນດາ​ນັກ​ການ​ເມືອງ​ທີ່​ຖືກ​ຈັບ​ ​ບອກ​ວີ​ໂອ​ເອວ່າ ອະດີດ​ນາຍົກລັດຖະມົນ​ຕີ Soumaila Cisse ກໍ​ເປັນ​ຜູ້​ນຶ່ງລວມຢູ່​ໃນ​ພວກຖືກ​ຈັບນັ້ນ. ທ່ານ Cisse ​ເປັນ​ຜູ້​ມີ​ຄະ​ແນນ​ນໍາ​ໜ້າ​ໃນ​ການຢັ່ງ​ສຽງ​ເລືອກ​ຕັ້ງ​ປະທານາທິບໍດີ ​ທີ່​ໄດ້ກໍານົດ​ໃສ່​ວັນ​ທີ່ 29 ​ເດືອນ​ເມສາ​ນີ້ກ່ອນ ຝ່າຍ​ທະຫານຍຶດ​ເອົາ​ອໍານາດ.

ອີກ​ຕາມ​ແຫ​ລ່ງຂ່າວ​ແລ້ວ ພວກ​ທີ່​ຖືກ​ຈັບ​ຄົນ​ອື່ນໆ​ອີກກໍ​ມີ​ໂຮມ​ທັງ​ອະດີດ​ນາຍົກລັດຖະມົນຕີ Modibo Sidibe ອະດີດ​ລັດຖະມົນຕີ​ກະຊວງ​ພາຍ ໃນ Kone Kafougouna ​ແລະ​ ອະດີດ​ລັດຖະມົນຕີ​ກະຊວງປ້ອງ​ກັນ ​ປະ​ເທດ Sadio Gassama.

ບໍ່​ມີ​ການ​ຖະ​ແຫຼງ​ໃດໆ​ຈາກ​ພວກ​ຜູ້​ນໍາ​ຝ່າຍ​ທະຫານ ກ່ຽວ​ກັບ​ເຫດຜົນ​ຂອງ​ການຈັບ​ກຸມ​ຄັ້ງ​ນີ້.

ພວກ​ຜູ້​ນໍາ​ລັດຖະປະຫານໄດ້​ຕົກລົງ ເມື່ອ​ຕົ້ນ​ເດືອນ​ນີ້ ພາຍ​ໃຕ້​ຄວາມ​ກົດ​ດັນ​ຂອງ​ນາໆ​ຊາດ ​ທີ່​ຈະນໍາ​ເອົາ​ການ​ປົກຄອງ​ຂອງພົນລະ​ເຮືອນ​ກັບ​ຄືນ​ມາ ​ແລະ​ອະນຸຍາດ​ໃຫ້ ​ລັດຖະບານໄລຍະ​ຂ້າມ​ຜ່ານ ​ເປັນ​ຜູ້ຈັດ​ການເລືອກ​ຕັ້ງ​ຄັ້ງ​ໃໝ່.

ສື່​ມວນ​ຊົນ​ຂອງ​ທາງ​ການ​ມາລີ ​ໄດ້​ປະກາດ​ເມື່ອ​ວັນ​ອັງຄານ​ວານ​ນີ້ວ່າທ່ານ Cheik Modibo Diarra ​ໄດ້​ຖືກ​ແຕ່ງ​ຕັ້ງ ​ໃຫ້​ເປັນ​ນາຍົກລັດຖະມົນຕີຊົ່ວ ຄາວ. ທ່ານ ​Diarra ນັກ​ວິສະ​ວະ​ກອນ​ອະວະກາດ​ແລະເຄຶ່ອງຈັກ​ກົນ​ທີ່​ສໍາ​ເລັດການ​ສຶກສາ​ຈາກ​ສະຫະລັດ ​ໄດ້ສະມັກ​ເຂົ້າ​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ວັນ​ທີ 29 ​ເດືອນເມສາ​ນີ້.

XS
SM
MD
LG