ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຝຣັ່ງ ຢ້ຽມຢາມ ປະເທດ ມາລີ (ສະໄລດ໌/ວີດີໂອ)


ປະທານາທິບໍດີຝຣັ່ງ ທ່ານ Francois Hollande (ກາງຂວາ) ຖືກຕ້ອນຮັບໂດຍປະທານາທິບໍດີມາລີ ທ່ານ Dioncounda Traore ຂະນະທີ່ທ່ານເດີນທາງໄປເຖິງເມືອງ Sevare ໃນພາກກາງຂອງປະເທດມາລີ ກ່ອນຈະໄປຢ້ຽມເມືອງ Timbuktu (2 ກຸມພາ 2013)
ປະທານາທິບໍດີຝຣັ່ງ ທ່ານ Francois Hollande (ກາງຂວາ) ຖືກຕ້ອນຮັບໂດຍປະທານາທິບໍດີມາລີ ທ່ານ Dioncounda Traore ຂະນະທີ່ທ່ານເດີນທາງໄປເຖິງເມືອງ Sevare ໃນພາກກາງຂອງປະເທດມາລີ ກ່ອນຈະໄປຢ້ຽມເມືອງ Timbuktu (2 ກຸມພາ 2013)
ປະທານາທິບໍດີຝຣັ່ງທ່ານ Francois Hollande ໄດ້ເດີນທາງໄປ
ເຖິງເມືອງ Timbuktu ຫົວເມືອງເກົ່າແກ່ ສະໄໝໂບຮານຂອງປະ
ເທດມາລີ ສາມອາທິດຫຼັງຈາກກອງກຳລັງຂອງຝຣັ່ງໄດ້ເຂົ້າແຊກ
ແຊງເພື່ອສະກັດກັ້ນ ການບຸກໂຈມຕີ ຂອງພວກຫົວຮຸນແຮງ ອິສ
ລາມຢູ່ໃນປະເທດດັ່ງກ່າວ.

ປະທານາທິບໍດີຝຣັ່ງ ຊຶ່ງຕິດຕາມໂດຍລັດຖະມົນຕີກະຊວງປ້ອງ
ກັນປະເທດ ແລະລັດຖະມົນຕີກະຊວງພັດທະນາ ໄດ້ບິນໄປຍັງ
ເມືອງ Sevare ໃນວັນເສົາມື້ນີ້ກ່ອນຈະໄປຢ້ຽມເມືອງ Timbuk-
tu ທີ່ໄດ້ຕົກຢູ່ໃນຄວາມວຸ້ນວາຍ ໃນພາກເໜືອຂອງປະເທດມາ
ລີ. ນອກນັ້ນແລ້ວ ທ່ານຍັງມີແຜນການທີ່ຈະເດີນທາງໄປຍັງນະ
ຄອນ ຫຼວງ Bamako ຂອງມາລີ ຊຶ່ງເຄີຍເປັນອະດີດຫົວເມືອງ
ຂຶ້ນຂອງຝຣັ່ງ. ເປັນທີ່ຄາດກັນວ່າປະທານາທິບໍດີ Hollande ຈະ
ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບແຜນການປະຕິບັດງານຕໍ່ຕ້ານພວກກະບົດໃນປະເທດ ມາລີຂອງຝຣັ່ງ.



ກຳລັງຂອງຝຣັ່ງເຂົ້າຍຶດເອົາເມືອງ Timbuktu ຈາກພວກກະບົດອິສລາມໃນມື້ວັນອາທິດ ແລ້ວ.

ການຢ້ຽມຢາມຂອງປະທານາທິບໍດີຝຣັ່ງມີຂຶ້ນໃນຂະນະທີ່ກຳລັງທະຫານມາລີທີ່ໄດ້ຮັບການ ໜຸນຫຼັງຈາກຝຣັ່ງ ໄດ້ເຂົ້າຍຶດເອົາເມືອງ Kidal ທີ່ໝັ້ນແຫ່ງສຸດທ້າຍ ຂອງພວກຫົວຮຸນແຮງ ອິສລາມໃນເຂດພາກເໜືອຂອງປະເທດມາລີ.

ໃນມື້ວັນພະຫັດຜ່ານມາ ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງທ່ານ Jean-Yves Le Drian ປະກາດວ່າ ການເຂົ້າແຊກແຊງຂອງຝຣັ່ງໃນມາລີໄດ້ປະສົບກັບຄວາມສຳເລັດແຕ່ ກໍກ່າວຕື່ມວ່າ ສະຖານະການໃນມາລີຍັງບໍ່ທັນມີຄວາມໝັ້ນຄົງເທື່ອ.

ເບິ່ງວີດີໂອກ່ຽວຂ້ອງ

XS
SM
MD
LG