ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາລີ ຈະເຈລະຈາ ກັບກຸ່ມກະບົດ Tuareg ກຸ່ມ​ດຽວເທົ່າ​ນັ້ນ (ສະໄລດ໌)


 ທ່ານ Dioncounda Traore ປະທານາທິບໍດີຊົ່ວຄາວປະເທດມາລີ
ທ່ານ Dioncounda Traore ປະທານາທິບໍດີຊົ່ວຄາວປະເທດມາລີ
ທ່ານ Dioncounda Traore ປະທານາທິບໍດີຊົ່ວຄາວ​ຂອງ​ມາລີ ປະຕິເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້ ​ໃນ​ການ​ການ​ເຈລະຈາກັບ​ກຸ່ມ​ຫົວ​ຮຸນ​ແຮງ​ອີສລາມ ທີ່​ໄດ້​ຍຶດຄອງເຂດ​ພາກ​ເໜືອ​ຂອງ​ປະ​ເທດ ​ໂດຍ​ກ່າວ​ວ່າ ທ່ານ​ຈະ​ເປີດ​ການ​ໂອ້​ລົມ​ສົນທະຫານ ​ກັບພວກ​ກະບົດ Tuareg ທີ່​ບໍ່​ຝັກ​ໄຝ່​ໃນ ດ້ານ​ສາສະໜາ ກຸ່ມ​ດຽວເທົ່າ​ນັ້ນ.

ກຸ່ມ​ກະບົດ Tuareg ​ໄດ້​ທໍາ​ການ​ກໍ່​ກະບົດ​ຢູ່​ໃນ​ເຂດ​ພາກເໜືອ​ຂອງ​ມາລີ ​ເມື່ອ​ເດືອນ​ມັງ ກອນປີ​ຜ່ານມາ ​ເພື່ອຢາກໃຫ້​ເປັນເຂດ​ປົກຄອງຕົນ​ເອງ ​ແຕ່​ຕໍ່​ມາ​ກໍ​ໄດ້​ເຂົ້າຮ່ວມ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ​ອີສລາມ ​ເພື່ອຍຶດຄອງ​ເຂດ​ດັ່ງກ່າວ ລຸນຫຼັງທີ່​ໄດ້​ມີ​ການ​ກໍ່​ລັດຖະປະຫານ​ເພື່ອ​ໂຄ່​ນລົ້ມລັດຖະບານ. ຕໍ່​ມາກຸ່ມ​ຫົວ​ຮຸນ​ແຮງ​ກໍ​ປັດ​ເຂ່ຍ​ກຸ່ມ​ກະບົດ Tuareg ​ອອກ​ຈາກຖັ້ນ ແຖວ​ພວກຕົນ ​ແລະ​ໄດ້ເຄື່ອນ​ໄຫວ​ ​ເພື່ອບັງຄັບ​ໃຊ້​ກົດໝາຍ​ອີສລາມ ​ທີ່​ເຄັ່ງ​ຄັດ​ນັ້ນ.

ທ່ານ Traore ບອກ​ວິທະຍຸ​ຝຣັ່ງເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ພຽງ​ກຸ່ມ​ດຽວ​ເທົ່າ ນັ້ນ ​ທີ່​ທ່ານ​ຄິດ​ຢາກ​ຈະ​ເຈລະຈາ​ຕໍ່​ຮອງ​ນຳ ກໍ​ຄື​ຂະ​ບວນການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ເພື່ອປົດປ່ອຍ Azawad ຂອງ​ພວກ Tuareg ຫຼື MNLA ຊຶ່ງ​ທ່ານ Traore ​ເວົ້າອີກ​ວ່າ ກ່ອນ​ອື່ນ​ນັ້ນກຸ່ມ​ດັ່ງກ່າວ​ນີ້ ຕ້ອງ​ປະ​ຖິ້ມ​ການ​ອ້າງ​ເອົາ​ເຂດ​ນໍ້າ​ແດນດິນ​ນັ້ນ​ເສຍ​ກ່ອນ.

ມີ​ລາຍ​ງານ​ວ່າ ກໍາລັງ​ທະຫານ​ທີ່​ນໍາ​ໂດຍ​ຝຣັ່ງ ​ໄດ້​ຄວບ​ຄຸມສາມ​ຫົວ​ເມືອງ​ສໍາຄັນ​ທາງ​ພາກ​ເໜືອ​ຂອງມາລີ​ໄດ້​ແລ້ວ​ເມື່ອ​ວັນ​ພຸດ​ວານ​ນີ້ ຫຼັງຈາກ​ກຸ່ມ​ຫົວ ຮຸນ​ແຮງ​ທີ່ເປັນ​ເຄືອ​ຂ່າຍ​ກັບ​ກຸ່ມອາລຄາ​ອີ​ດາ ​ໄດ້​ລ່າ​ຖອຍຈາກ​ທີ່​ໝັ້ນ​ແຫ່ງ ສຸດ​ທ້າຍຂອງ​ພວກ​ເຂົາ ​ແລະ​ໄດ້ຫຼົບໜີ​ໄປ​ສູ່​ເຂດ​ທະ​ເລ​ຊາຍ​ອັນ​ກວ້າງ​ໃຫຍ່ ພ້ອມ​ກັບ​ອາວຸດ​ຂອງ​ພວກ​ເຂົາ.

XS
SM
MD
LG