ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ມາລີ ບຸກຄືບໜ້າ ສູ່ພາກເໜືອ ຂອງປະເທດ (ສະໄລດ໌ກັບວີດິໂອ)


ທະຫານຝຣັ່ງ ຕື່ມນໍ້າມັນລົດຫຸ້ມເກາະທີ່ປໍ້ານໍ້າມັນແຫ່ງນຶ່ງ ໃນເມືອງ Sevare ປະມານ 620 ກິໂລແມັດ ຫ່າງຈາກນະຄອນຫຼວງບາມາໂກ ໄປທາງທິດເໜືອ (25 ມັງກອນ 2013)
ທະຫານຝຣັ່ງ ຕື່ມນໍ້າມັນລົດຫຸ້ມເກາະທີ່ປໍ້ານໍ້າມັນແຫ່ງນຶ່ງ ໃນເມືອງ Sevare ປະມານ 620 ກິໂລແມັດ ຫ່າງຈາກນະຄອນຫຼວງບາມາໂກ ໄປທາງທິດເໜືອ (25 ມັງກອນ 2013)
ທະຫານຂອງລັດຖະບານມາລີທີ່ໄດ້ຮັບການສະໜັບສະໜຸນໂດຍ
ການໂຈມຕີທາງອາກາດຂອງຝຣັ່ງ ໄດ້ບຸກຄືບໜ້າເຂົ້າໄປໃນເຂດ
ພາກເໜືອຂອງປະເທດທີ່ຄວບຄຸມໂດຍພວກກະບົດ ໃນວັນສຸກມື້
ນີ້ ຂະນະທີ່ການປະຕິບັດງານ ເພື່ອຮັບມືກັບການບຸກໂຈມຕີ ຂອງ
ນາໆຊາດພາຍໃຕ້ການນຳພາຂອງປາຣີກ້າວເຂົ້າສູ່ອາທິດທີສາມ.

ພວກເຈົ້າໜ້າທີ່ທະຫານ ກ່າວວ່າ ການໂຈມຕີທາງອາກາດຂອງ
ຝຣັ່ງໃນຄືນແລ້ວນີ້ ໄດ້ຂັບໄລ່ພວກຫົວຮຸນແຮງ ໃຫ້ຖອຍຄືນໄປ ຊຶ່ງເຮັດໃຫ້ກຳລັງທະຫານ ຂອງຝຣັ່ງ ແລະມາລີ ສາມາດບຸກຄືບ
ໜ້າໄປສູ່ທີ່ໝັ້ນຂອງພວກຫົວຮຸນແຮງທີ່ເມືອງ Gao ບ່ອນທີ່ພວກ ກະບົດຈຳນວນຫຼວງຫຼາຍໄດ້ພາກັນຫລົບໜີໄປແລ້ວນັ້ນ.


ພວກກະບົດໄດ້ເຂົ້າຢຶດເອົາສ່ວນໃຫຍ່ ໃນເຂດພາກເໜືອຂອງປະເທດມາລີ ເມື່ອ 10 ເດືອນ
ກ່ອນ ຊຶ່ງພວກເຂົາໄດ້ນຳໃຊ້ ການຕີຄວາມໝາຍຂອງກົດໝາຍສາສະໜາອິສລາມຢ່າງເຄັ່ງ
ຄັດ
ແລະພາໃຫ້ເກີດມີຄວາມຢ້ານກົວວ່າ ເຂດດັ່ງກ່າວອາດຈະກາຍເປັນບ່ອນຫລົບລີ້ຂອງ
ພວກກໍ່ການຮ້າຍ. ຫຼັງຈາກພວກກະບົດໄດ້ເລີ້ມບຸກໂຈມຕີ ໄປສູ່ພາກໃຕ້ ຝຣັ່ງຊຶ່ງເປັນ
ອະດີດເຈົ້າອານານິຄົມຂອງມາລີ ກໍໄດ້ເຂົ້າແຊກແຊງ ຕາມຄຳຮ້ອງຂໍຂອງລັດຖະບານມາລີ.

French-Backed Malian Forces Push Toward Rebel Stronghold
please wait

No media source currently available

0:00 0:00:50 0:00
ລິງໂດຍກົງ

ກ່ຽວຂ້ອງກັນ

XS
SM
MD
LG