ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳລັງຝຣັ່ງ ຂັບໄລ່ ພວກກະບົດ ອອກຈາກ ເມືອງ Konna


ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ ທ່ານ Jean-Yves Le Drian ຖະແຫຼງໃນລະຫວ່າງກອງປະຊຸມສຳພາດຂ່າວ ທີ່ກຸງປາຣີ (12 ມັງກອນ 2013)
ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ ທ່ານ Jean-Yves Le Drian ຖະແຫຼງໃນລະຫວ່າງກອງປະຊຸມສຳພາດຂ່າວ ທີ່ກຸງປາຣີ (12 ມັງກອນ 2013)
ນາຍົກລັດຖະມົນຕີຝຣັ່ງ ກ່າວວ່າ ກຳລັງຂອງຝຣັ່ງ ຍັງສືບຕໍ່ທຳ
ການໂຈມຕີທາງອາກາດຢູ່ໃນປະເທດມາລີໃນວັນເສົາມື້ນີ້ເພື່ອ ຂັບໄລ່ພວກມຸສລິມຫົວຮຸນແຮງ ອອກຈາກເມືອງ Konna ໃນ
ພາກເໜືອຂອງມາລີ. ພວກຫົວຮຸນແຮງ ໄດ້ເຂົ້າຢຶດເອົາເມືອງ
ດັ່ງກ່າວ ໃນອາທິດນີ້.

ນາຍົກລັດຖະມົນຕີ Jean-Marc Ayrault ກ່າວວ່າ ກຳລັງ ຂອງຝຣັ່ງຍັງໄດ້ທຳການກະກຽມເພື່ອຮັບມືກັບການບຸກໂຈມ
ຕີໃດໆກໍຕາມຂອງພວກກະບົດຕໍ່ນະຄອນຫລວງ Bamaco
ຂອງມາລີ.

ທ່ານກ່າວວ່າ ທະຫານຝຣັ່ງຍັງຈະສືບຕໍ່ປະຈຳການຢູ່ໃນປະ
ເທດດັ່ງກ່າວດົນເທົ່າທີ່ມີຄວາມຈຳເປັນ ໂດຍເວົ້າວ່າ ພວກ ຫົວຮຸນແຮງແມ່ນຢູ່ເບື້ອງຫຼັງການກະ ທຳແບບບ້ານເມືອງບໍ່ມີຂື່ມີແປຕ່າງໆ ຮວມທັງການ ລັກພາໂຕນຳດ້ວຍ.

ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ ທ່ານ Jean-Yves Le Drian ກ່າວໃນວັນ ເສົາມື້ນີ້ວ່າ ນັກບິນເຮຣີຄອບເຕີ້ຄົນນຶ່ງ ໄດ້ເສຍຊີວິດ ໃນລະຫວ່າງການໂຈມຕີທາງອາ
ກາດ ທີ່ເລີ້ມຂຶ້ນໃນວັນສຸກວານນີ້.

ຝຣັ່ງໄດ້ປະກາດໃນມື້ວານນີ້ວ່າ ຕົນໄດ້ສົ່ງກຳລັງທະຫານໄປຍັງປະເທດມາລີຕາມຄຳຮ້ອງ ຂໍຂອງລັດຖະບານປະເທດດັ່ງກ່າວ. ນອກນັ້ນ ຍັງມີການສົ່ງກຳລັງທະຫານຈາກໄນຈີເຣຍ ແລະເຊເນກາລ ໄປຍັງມາລີ ເພື່ອຊ່ອຍກຳລັງທະຫານລັດຖະບານທີ່ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG