ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຫົວຮຸນແຮງອິສລາມ ຢູ່ມາລີ ທໍາລາຍສຸສານເກົ່າແກ່ ເພີ້ມຫລາຍຂຶ້ນ (ວີດິໂອ)


ຜູ້ຊາຍກຸ່ມນຶ່ງເຮັດວຽກ ຢູ່ຂ້າງວັດສາສະໜາອິສລາມ ທີ່ເປັນສະຖານທີ່ທາງປະຫວັດສາດ ຂອງເມືອງ Timburktu ປະເທດມາລີ (file photo)
ຜູ້ຊາຍກຸ່ມນຶ່ງເຮັດວຽກ ຢູ່ຂ້າງວັດສາສະໜາອິສລາມ ທີ່ເປັນສະຖານທີ່ທາງປະຫວັດສາດ ຂອງເມືອງ Timburktu ປະເທດມາລີ (file photo)
ກຸ່ມຫົວຮຸນແຮງອິສລາມໄດ້ທໍາລາຍສຸສານເກົ່າແກ່ທີ່ມີມາແຕ່
ດຶກດໍາບັນນັ້ນ ເພີ້ມຫລາຍຂຶ້ນຢູ່ໃນເມືອງ Timbuktu ທາງພາກ
ເໜືອຂອງປະເທດມາລີ.

ພວກທີ່ເຫັນເຫດການ ແລະພວກເຈົ້າໜ້າທີ່ທ່ອງທ່ຽວເວົ້າວ່າ
ພວກກະບົດຈາກກຸ່ມ Ansar Dine ໄດ້ເລີ້ມໃຊ້ຈົກແລະຊ້ວນ ທໍາລາຍສຸສານເກົ່າແກ່ຕ່າງໆ ໃນວັນອາທິດ ວານນີ້.

ພວກຫົວຮຸນແຮງໄດ້ທໍາລາຍສຸສານເກົ່າແກ່ຫລາຍແຫ່ງ ຢູ່
ໃນເມືອງດັ່ງກ່າວມາກ່ອນແລ້ວ ໃນເດືອນກໍລະກົດຜ່ານມາ ລຸນຫລັງທີ່ອົງການວັດທະນາທໍາຂອງສະຫະປະຊາຊາດ
UNESCO ເອົາເມືອງ Timbuktu ເຂົ້າໃນລາຍຊື່ຂອງ
ສະຖານທີ່ມໍລະດົກໂລກ ທີ່ຕົກຢູ່ໃນອັນຕະລາຍຂອງການ
ຖືກທໍາລາຍ.

UNESCO ໄດ້ເອົາເມືອງ Timbuktu ເຂົ້າໃນລາຍຊື່ຂອງສະຖານທີ່ມໍລະດົກໂລກ ກໍຍ້ອນວ່າເມືອງດັ່ງກ່າວມີ ວັດແລະສະຖານທີ່ສັກກາລະບູຊາຂອງສາສະໜາອິສລາມ ທີ່ເກົ່າແກ່ ຊຶ່ງບາງແຫ່ງນັ້ນ ກໍແມ່ນໄດ້ສ້າງຂຶ້ນມາ ຕັ້ງແຕ່ສັດຕະວັດທີ 15 ພຸ້ນ.

ບັນດາສະຖານທີ່ຕ່າງໆ ແມ່ນເປັນທີ່ນັບຖືບູຊາຂອງຊາວມຸສລິມຫລາຍໆຄົນ ແຕ່ວ່າພວກ Ansar Dine ຖືວ່າ ສະຖານທີ່ເຫລົ່ານັ້ນ ເປັນສິ່ງລ່ວງເກີນ ຕໍ່ສິ່ງສັກສິດ.

ກຸ່ມ Ansar Dine ແມ່ນນຶ່ງໃນພວກຫົວຮຸນແຮງສາມກຸ່ມ ທີ່ໄດ້ຍຶດຄອງເອົາພາກເໜືອ ຂອງມາລີໃນຕົ້ນປີນີ້ ລຸນຫລັງທີ່ພວກທະຫານທີ່ໂຕນໜີ ໄດ້ໂຄ່ນລົ້ມລັດຖະບານລົງ.

ພວກກຸ່ມຫົວຮຸນແຮງດັ່ງກ່າວ ກໍາລັງພະຍາຍາມເຮັດໃຫ້ມີການປະຕິບັດກົດສາສະໜາອິສ ລາມທີ່ເຄັ່ງຄັດ ຢູ່ທົ່ວເຂດນໍ້າແດນດິນແຫ່ງນັ້ນ. ສະຫະປະຊາຊາດ ແລະກຸ່ມສິດທິມະນຸດ ໄດ້ປະນາມພວກຫົວຮຸນແຮງ ທີ່ໄດ້ທໍາການລະເມີດຕ່າງໆ ລວມທັງການຕັດແຂນຕັດຂາ ແລະ ຂ້ຽນຕີຜູ້ທີ່ຖືກກ່າວຫາວ່າ ກະທໍາຜິດກົດ.

ໃນວັນພະຫັດຜ່ານມາ ສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ ໄດ້ອະນຸຍາດໃຫ້ເອົາ ທະຫານຕ່າງປະເທດ ເຂົ້າໄປປະຈໍາການ ຢູ່ໃນມາລີ.

ປະຊາຄົມເສດຖະກິດຂອງບັນດາປະເທດໃນອາຟຣິກກາຕາເວັນຕົກ ກໍາລັງວາງແຜນ ທີ່ຈະສົ່ງກໍາລັງທະຫານປະມານ 3 ພັນຫາ 4 ພັນຄົນໄປຝຶກອົບຮົມທະຫານຂອງມາລີ ແລະຊ່ວຍພວກເຂົາເຈົ້າ ຕີເອົາພາກເໜືອຂອງປະເທດຄືນ.

ເບິ່ງວີດິໂອກ່ຽວກັບສະຖານະການໃນມາລີ:
Mali on Brink of Becoming a Terrorist Safe Haven
please wait

No media source currently available

0:00 0:03:34 0:00
ລິງໂດຍກົງ


XS
SM
MD
LG