ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສປຊ ຈະພິຈາລະນາ ສົ່ງກຳລັງ ໄປຍຶດເອົາ ພາກເໜືອ ຂອງມາລີຄືນ


ສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ ຈັດກອງ ປະຊຸມຂຶ້ນ ໃນວັນພຸດ ທີ 5 ທັນວາ ມື້ນີ້.
ສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ ຈັດກອງ ປະຊຸມຂຶ້ນ ໃນວັນພຸດ ທີ 5 ທັນວາ ມື້ນີ້.
ສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ ກໍານົດໃຫ້ມີການ
ພິຈາລະນາຄໍາແນະນໍາ ຂອງທ່ານ Ban Ki-moon ເພື່ອໃຫ້ສົ່ງ ກຳລັງທີ່ນໍາພາໂດຍອາຟຣິກາໄປຍຶດເອົາພາກ ເໜືອຂອງປະ
ເທດມາລີ ກັບຄືນມາຈາກກຸ່ມກະບົດ.

ທ່ານພັນໄດ້ເຕືອນສະພາດັ່ງກ່າວ ໃນບົດລາຍງານທີ່ນຳອອກ
ເຜີຍແຜ່ໃນອາທິດແລ້ວນີ້ວ່າ ການປະຕິບັດງານທີ່ບໍ່ຮອບຄອບ
ສາມາດເຮັດໃຫ້ສະພາບການດ້ານມະນຸດສະທໍາຂີ້ຮ້າຍລົງຕື່ມ
ແລະວ່າ “ບັນຫາອັນເປັນພື້ນຖານ” ຈະຍັງຄົງຄ້າງຢູ່ຕໍ່ໄປ ກ່ຽວ
ກັບການທີ່ຈະເຮັດໃຫ້ກໍາລັງທະຫານ 3 ພັນ 300 ຄົນ ທີ່ຖືກ
ສະເໜີໄປນັ້ນ ມີຄວາມຍືນຍົງຢູ່ໄດ້ ຕະຫຼອດທັງການປະກອບ
ອາວຸດ ແລະການໃຫ້ເງິນຊ່ວຍເຫລືອ.

ທ່ານຍັງໄດ້ເນັ້ນໜັກເຖິງຄວາມຕ້ອງການໃນການຈັດລຽງຄວາມສໍາຄັນໃນການແກ້ໄຂວິກິດການຢູ່ໃນມາລີ ບ່ອນທີ່ພວກກະບົດໄດ້ເຂົ້າຍຶດເອົາພາກເໜືອຂອງປະເທດດັ່ງກ່າວ ພາຍ ຫລັງທີ່ມີການ ກໍ່ລັດຖະປະຫານ ໃນເດືອນມີນາຜ່ານມາ ທີ່ໄດ້ໂຄ່ນລົ້ມລັດຖະບານນັ້ນ.

ຢູ່ໃນກອງປະຊຸມໃນວັນພຸດມື້ນີ້ ທີ່ໄດ້ຈັດຂຶ້ນລຸນຫລັງທີ່ມີການຕົກລົງກັນລະຫວ່າງລັດຖະ ບານມາລີ ແລະກຸ່ມກະບົດທີ່ນັບຖືສາສະໜາອິສລາມສອງກຸ່ມ ເພື່ອທໍາງານຮ່ວມກັນ ໃນ ການສ້າງໂຄງປະກອບທີ່ເປັນທາງການ ເພື່ອໃຊ້ໃນການເຈລະຈາລະຫວ່າງພັກຝ່າຍ ຕ່າງໆ ໃນມາລີ.

ທັງສອງຝ່າຍໄດ້ພົບປະກັນໃນວັນອັງຄານວານນີ້ ເພື່ອທໍາການເຈລະຈາຂັ້ນຕົ້ນ ທີ່ໄດ້ຮັບ ການໄກ່ເກ່ຍໂດຍປະທານາທິບໍດີ Blaise Compaore ຂອງ Burkina Faso.

ກຸ່ມກະບົດ Ansar Dine ແລະ MNLA ຫລືຂະບວນການເພື່ອປົດປ່ອຍ Azawad ແຫ່ງ ຊາດ ເຫັນດີທີ່ຈະເຄົາລົບ “ຄວາມສາມັກຄີແລະຄວາມເປັນປຶກແຜ່ນ” ຂອງມາລີ ແລະບໍ່ ຮັບເອົາລັດທິຫົວຮຸນແຮງ ພ້ອມທັງລັດທິກໍ່ການຮ້າຍນຳດ້ວຍ.
XS
SM
MD
LG