ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບ ອາຟຣິກາ ຈະຂັບໄລ່ ພວກມຸສລິມ ຫົວຮຸນແຮງ ອອກຈາກ ພາກເໜືອມາລີ


ກອງກໍາລັງທະຫານມາລີ ທີ່ຈະຖືກໃຊ້ ເພື່ອຊ່ວຍຂັບໄລ່ ພວກມຸສລິມຫົວຮຸນແຮງອອກໄປຈາກທາງພາກເໜືອຂອງມາລີ.
ກອງກໍາລັງທະຫານມາລີ ທີ່ຈະຖືກໃຊ້ ເພື່ອຊ່ວຍຂັບໄລ່ ພວກມຸສລິມຫົວຮຸນແຮງອອກໄປຈາກທາງພາກເໜືອຂອງມາລີ.
ສະຫະພາບອາຟຣິກາຫລື AU ໄດ້ຮັບຮອງເອົາແຜນການແຊກ
ແຊງທາງທະຫານ ເພື່ອຊ່ວຍຂັບໄລ່ພວກມຸສລິມຫົວຮຸນແຮງ ອອກໄປຈາກທາງພາກເໜືອ ຂອງມາລີ.

ຫລັງຈາກໄດ້ຮັບການອະນຸມັດຂອງ AU ໃນວັນອັງຄານວານນີ້
ແລ້ວ ຄໍາສະເໜີ ດັ່ງກ່າວ ບັດນີ້ຕ້ອງໄດ້ຮັບການເຫັນດີຈາກສະ
ພາຄວາມໝັ້ນຄົງ ຂອງສະຫະປະ ຊາຊາດ.

ທ່ານ Ramtane Lamamra, ກໍາມາທິການສະພາຄວາມໝັ້ນຄົງ
ແລະສັນຕິ ພາບຂອງ AU ຮຽກຮ້ອງໃຫ້ອົງການສະຫະປະຊາຊາດ
ອະນຸຍາດໃຫ້ມີການສົ່ງ ກຳລັງໄປປະຕິບັດງານຂັ້ນຕົ້ນນຶ່ງປີ. ທ່ານ
ກ່າວຕໍ່ໄປວ່າ ການດໍາເນີນຄວາມພະຍາຍາມດັ່ງກ່າວ ແມ່ນແນໃສ່ ເພື່ອໃຫ້ລັດຖະບານຢຶດຄືນດິນແດນໃນພາກເໜືອຂອງປະເທດມາລີ ທັບມ້າງເຄືອຂ່າຍພວກກໍ່ການຮ້າຍ ແລະຟື້ນຟູອໍານາດຂອງ ລັດຖະບານຢູ່ທົ່ວປະເທດ.

ລັດຖະບານຊົ່ວຄາວຂອງມາລີ ໄດ້ຮ້ອງຂໍກອງກໍາລັງທະຫານຈາກຕ່າງປະເທດ ເພື່ອຊ່ວຍ ຂັບໄລ່ພວກມຸສລິມຫົວຮຸນແຮງ ທີ່ເຂົ້າຄວບຄຸມພາກເໜືອຂອງປະເທດ ລຸນຫລັງທີ່ມີການ ກໍ່ລັດຖະຫານໃນເດືອນມີນາຜ່ານມາ ທີ່ໄດ້ໂຄ່ນລົ້ມລັດຖະບານມາລີ ທີ່ຖືກເລືອກຕັ້ງມາ ນັ້ນ. ໃນວັນອາທິດຜ່ານມານີ້ ກຸ່ມປະຊາຄົມເສດຖະກິດ ບັນດາລັດອາຟຣິກາຕາເວັນຕົກ ຫລື ECOWAS ໄດ້ໃຫ້ການອະນຸມັດຕໍ່ການສົ່ງກອງກໍາລັງທະຫານ 3 ພັນຄົນ ເພື່ອໃຫ້ໄປ ປະຕິບັດໜ້າທີ່ໃນມາລີເປັນເວລານຶ່ງປີ.

ທ່ານ Ramtane Lamamra ເວົ້າວ່າ ທ່ານຄິດວ່າ ອົງການສະຫະປະຊາຊາດຈະຮັບຜ່ານ
ຮ່າງມະຕິດັ່ງກ່າວ ພາຍໃນທ້າຍປີນີ້.
XS
SM
MD
LG